ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດຜະລິດໄຟຟ້າ ລາວ  ມີໜີ້ໃນມູນຄ່າ 25,265 ລ້ານບາດ ທີ່ຕ້ອງຊຳລະຄືນ ໃຫ້ກັບເຈົ້າໜີ້ໃນ ໄທ ໃນປີ 2021-2023


ພິທິເປີດການລະດົມທຶນຂອງລັດວິສາຫະກິດຜະລິດໄຟຟ້າລາວ
ພິທິເປີດການລະດົມທຶນຂອງລັດວິສາຫະກິດຜະລິດໄຟຟ້າລາວ

ບໍລິສັດຜະລິດໄຟຟ້າ ລາວ (EDL-Gen) ມີໜີ້ໃນມູນຄ່າລວມເຖິງ 25,265 ລ້ານບາດທີ່ຕ້ອງຊຳລະຄືນໃຫ້ກັບເຈົ້າໜີ້ໃນປະເທດ ໄທ ໃນປີ 2021-2023 ຈາກມູນໜີ້ລວມທັງໝົດ 66,292.08 ລ້ານບາດ.

ເຈົ້າໜ້າທີ່ຂັ້ນສູງໃນຕະຫຼາດຫຼັກຊັບແຫ່ງປະເທດ ໄທ (SET) ເປີດເຜີຍວ່າບໍລິສັດຜະລິດໄຟຟ້າ ລາວ ມະຫາຊົນ ຈຳກັດ (EDL-Gen) ມີໜີ້ສິນຈາກການລະດົມເງິນທຶນໃນ SET ທີ່ຈະຕ້ອງຊຳລະຄືນໃຫ້ກັບເຈົ້າໜີ້ໃນປະເທດ ໄທ ໃນປີ 2021-2023 ຄິດເປັນມູນຄ່າລວມ 25,265 ລ້ານບາດ ຊຶ່ງໃນນີ້ແບ່ງເປັນການຊຳລະຄືນໃນປີ 2021 ນີ້ເຖິງ 13,500 ລ້ານບາດກັບ 3,000 ລ້ານບາດໃນປີ 2022 ແລະ 8,765 ລ້ານບາດໃນປີ 2023 ຈາກມູນໜີ້ທີ່ເກີດຈາກການລະດົມເງິນທຶນໃນ SET ຈຳນວນ 5 ຄັ້ງໃນຊ່ວງປີ 2014-2021 ທີ່ມີມູນຄ່າລວມເຖິງ 66,292.08 ລ້ານບາດໂດຍຍັງບໍ່ລວມດອກເບ້ຍແຕ່ຢ່າງໃດ.

ຊຶ່ງພາຍໃຕ້ສະພາບດັ່ງກ່າວຈຶ່ງເຮັດໃຫ້ບໍລິສັດ TRIS Rating ໄດ້ປັບຫຼຸດລະດັບຄວາມອາດສາ ມາດທາງທຸລະກິດຂອງ EDL-GEN ຈາກລະດັບ BBB ລົງມາເປັນ BBB- ເມື່ອບໍ່ນານມານີ້ ອັນເຮັດໃຫ້ລະດັບຄວາມໜ້າເຊື່ອຖືໃນການຊຳລະເງິນກູ້ ແລະ ດອກເບ້ຍຄືນໃຫ້ເຈົ້າໜີ້ຂອງ EDL-GEN ຫຼຸດລົງຕໍ່າກວ່າເກນມາດຕະຖານລະດັບປານກາງ ໂດຍມີສາເຫດມາຈາກການທີ່ EDL-GEN ມີໜີ້ສິນເພີ່ມຂຶ້ນຢ່າງຕໍ່ເນື່ອງ ທັງຍັງມີພາລະດ້ານລາຍຈ່າຍເພີ່ມຂຶ້ນສູງກວ່າລາຍຮັບໃນແຕ່ລະປີອີກດ້ວຍ.

ໃນທ້າຍປີ 2020 ທີ່ຜ່ານມາ EDL-GEN ມີໜີ້ສິນລວມຫຼາຍກວ່າ 14,600 ຕື້ກີບຊຶ່ງໃນນີ້ແບ່ງເປັນໜີ້ໃນຮູບເງິນບາດຂອງ ໄທ 51 ເປີເຊັນ, ເງິນໂດລາ ສະຫະລັດ 47 ເປີເຊັນ, ເງິນເຢນ ແລະ ເງິນ ຢູໂຣ 2 ເປີເຊັນ ສ່ວນໃນດ້ານລາຍຮັບໃນປີ 2020 ກໍປາກົດວ່າ EDL-GEN ມີລາຍໄດ້ຈາກການຂາຍພະລັງງານໄຟຟ້າຄິດເປັນມູນຄ່າລວມ 1,170 ຕື້ກີບ ໂດຍເພີ່ມຂຶ້ນຈາກປີ 2019 ເຖິງ 10.3 ເປີເຊັນກໍຕາມ ຫາກແຕ່ລາຍຮັບໃນລະດັບດັ່ງກ່າວນີ້ກໍທຽບໄດ້ກັບ 8 ເປີເຊັນເທົ່ານັ້ນຂອງໜີ້ສິນທັງໝົດຂອງ EDL-GEN ດັ່ງກ່າວ.

ຍິ່ງໄປກວ່ານັ້ນ EDL-GEN ກໍຍັງມີພາລະດ້ານລາຍຈ່າຍໃນຊ່ວງປີ 2021-2023 ຄິດເປັນມູນຄ່າລວມເຖິງ 7,700 ຕື້ກີບໃນຂະນະທີ່ຄາດໝາຍດ້ານລາຍຮັບໄວ້ທີ່ມູນຄ່າ 1,500-1,900 ຕື້ກີບຕໍ່ປີໃນຊ່ວງ 3 ປີດັ່ງກ່າວ ຈຶ່ງເຮັດໃຫ້ EDL-GEN ຍັງຈະຕ້ອງປະເຊີນກັບບັນຫາລາຍຈ່າຍສູງກວ່າລາຍຮັບຕໍ່ໄປ ຫາກແຕ່ວ່າການທີ່ EDL-GEN ເປັນບໍລິສັດທີ່ລັດວິສາຫະກິດໄຟຟ້າ ລາວ ຖືຫຸ້ນຮ່ວມທຶນ 51 ເປີເຊັນຂອງມູນຄ່າການລົງທຶນທັງໝົດນັ້ນ ຍ່ອມຖືເປັນບໍລິສັດທີ່ໝັ້ນຄົງ ແລະ ຫວັງຜົນປະໂຫຍດທາງທຸລະກິດໃນໄລຍະຍາວໄດ້ເປັນຢ່າງດີ ດັ່ງທີ່ທ່ານ ດວງສີ ພາຣາຍົກ ປະທານບໍລິຫານ EDL-GEN ຢືນຢັນວ່າ

“ພວກເຮົາໄດ້ follow up ຕາມ MOU ທີ່ລັດຖະບານໄດ້ມີກັບປະເທດ ໄທ, ກຳປູເຈຍ, ແລະ ຫວຽດ ນາມ ແລະ ຫວຽດນາມ ດຽວນີ້ກະມີ MOU ຮຽບຮ້ອຍແລ້ວຕາມ MOU ເກົ່ານີ້ປະມານ 5,000 ແຕ່ນີ້ຫາປີ 2025 ແລ້ວກະປີ 2025 ຂຶ້ນໄປກະ 8,000 ມີບົດບັນທຶກກັນແລ້ວ ແລະ ຜູ້ຂະຫຍາຍຫຼັກຢູ່ໃນ ລາວ ກະຍັງແມ່ນ EDL-GEN ເພາະວ່າສິເປັນລົງທຶນດ້ວຍຕົວເອງ 100 ເປີເຊັນ ຫຼືວ່າສິລົງ ທຶນຮ່ວມຫຸ້ນກັບຕ່າງປະເທດ ຫຼືພາຍໃນ EDL-GEN ຈະຕາງໜ້າລັດຖະບານໃນການເຂົ້າໄປຖືຫຸ້ນຜະລິດໄຟຟ້າຕ່າງໆເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກຕ່າງປະເທດ.”

ຫຼ້າສຸດ EDL-GEN ກໍໄດ້ລະດົມເງິນທຶນໃນມູນຄ່າ 6,000 ລ້ານບາດ ດ້ວຍການອອກເປັນຫຸ້ນກູ້ສະເໜີຂາຍໃຫ້ກັບນັກລົງທຶນໃນ SET ໃນເດືອນກໍລະກົດ 2021 ໂດຍນັກລົງທຶນຈະໄດ້ຮັບຜົນຕອບແທນເປັນດອກເບ້ຍໃນອັດຕາສະເລ່ຍ 5.9 ເປີເຊັນຕໍ່ປີເປັນເວລາ 3 ປີຕິດຕໍ່ກັນ ແລະ ເງິນທີ່ໄດ້ຈາກການລະດົມທຶນໃນຄັ້ງຫຼ້າສຸດນີ້ EDL-GEN ກໍຈະນຳໄປຊຳລະໜີ້ທີ່ຄົບກຳນົດໃນປີ 2021 ນີ້ນັ້ນເອງ.

ກ່ອນໜ້ານີ້ EDL-GEN ກໍໄດ້ມີການລະດົມທຶນໃນ ໄທ ມາແລ້ວ 4 ຄັ້ງມີມູນຄ່າລວມເຖິງ 60,292 ລ້ານບາດໃນຊ່ວງປີ 2014-2019 ເພື່ອນຳໄປຮ່ວມລົງທຶນໃນໂຄງການເຂື່ອນໄຊຍະບູລີ ກັບໂຄງ ການເຂື່ອນດອນສະໂຮງ ແລະ ການລະດົມທຶນໃນຄັ້ງທີ 5 ກໍເຮັດໃຫ້ EDL-GEN ມີໜີ້ຈາກການລະດົມທຶນໃນ ໄທ ຄິດເປັນມູນຄ່າລວມ 66,292.08 ລ້ານບາດ ຫາກແຕ່ວ່າການທີ່ EDL-GEN ມີລາຍໄດ້ຈາກການຂະພະລັງງານໄຟຟ້າເພີ່ມຂຶ້ນທຸກປີ ໂດຍຄາດວ່າຈະມີລາຍໄດ້ 1,500 ຕື້ກີບໃນປີ 2021 ແລະ ເພີ່ມຂຶ້ນເປັນ 1,700-1,900 ຕື້ກີບໃນປີ 2022-2023 ຈຶ່ງຖືເປັນລາຍຮັບທີ່ສາມາດດຶງດູດຄວາມສົນໃຈຂອງບັນດານັກທຸລະກິດທີ່ຫວັງຜົນປະໂຫຍດໄລຍະຍາວຈາກການລົງທຶນໃນ EDL-GEN ໄດ້ເປັນຢ່າງດີ.

XS
SM
MD
LG