ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ GE ຂອງ ສຫລ ຮ່ວມກັບ ບໍລິສັດ EDL-Gen ໄດ້ລົງນາມ ໃນ MOU ທີ່ນະຄອນວຽງຈັນ


ພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ບໍລິສັດ GE ກັບ ບໍລິສັດ EDL-GEN ທີ່ນະຄອນຫຼວງວຽງຈັນ, ວັນທີ 8 ພະຈິກ 2018.
ພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ບໍລິສັດ GE ກັບ ບໍລິສັດ EDL-GEN ທີ່ນະຄອນຫຼວງວຽງຈັນ, ວັນທີ 8 ພະຈິກ 2018.

ອີງຕາມຖະແຫລງຂ່າວ ຈາກສະຖານທູດ ສະຫະລັດ ປະຈຳ ສປປ ລາວ ໃນວັນທີ 8
ພະຈິກ ປີ 2018 ນັ້ນແມ່ນວ່າ ຢູ່ທີ່ນະຄອນຫຼວງວຽງຈັນ ບໍລິສັດ GE ຈາກສະຫະລັດ
ອາເມຣິກາ ໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ກັບ ບໍລິສັດ ຜະລິດ-ໄຟຟ້າລາວ
ມະຫາຊົນ ຫຼື EDL-Gen ໃນການເປັນເຈົ້າພາບຈັດ ກອງປະຊຸມສຳມະນາ ໃນເລື້ອງ
ອຸດສາຫະກໍາດ້ານດິຈິຕອລ ໃຫ້ບັນດາເຈົ້າຫນ້າທີ່ພະລັງງານ ແລະ ເສີມຂະຫຍາຍ
ພັດທະນາໂຄງລ່າງພື້ນຖານ ດ້ານພະລັງງານ ໃນ ສປປ ລາວ.

ພາຍໃຕ້ ບົດບັນທຶກດັ່ງກ່າວ, ບໍລິສັດ GE ຈະເປັນເຈົ້າພາບ ຈັດກອງປະຊຸມອຸດສາ
ຫະກໍາ ດ້ານດິຈິຕອລ ຮ່ວມກັບພະນັກງານຂອງບໍລິສັດ EDL-Gen ຕໍ່ຈາກນັ້ນ ຈະດໍາ
ເນີນການປະເມີນຮ່ວມກັນ ພື້ນຖານທາງດ້ານເຕັກນິກ ໃນການຜະລິດກະແສໄຟຟ້າ
ຈາກເຂື່ອນໄຟຟ້ານໍ້າຕົກ ຂອງ EDL-Gen ເພື່ອເປັນການວາງ ພື້ນຖານການທຳງານ
ຂັ້ນຕົ້ນ ສໍາລັບ ການປະເມີນໃນເລື່ອງການບໍລິຫານປະສິດທິພາບ ຫຼື Asset
Performance Management (APM) ຊຶ່ງຈະເປັນໂຄງການທົດລອງ. ເປົ້າໝາຍ
ຂອງໂຄງການທົດລອງນີ້ ແມ່ນການວິເຄາະ ແລະ ເປັນການຄາດການ ໃນດ້ານປະສິດ
ທິພາບ ຂອງອຸປະກອນຜະລິດພະລັງງານໄຟຟ້າ ແລະ ຄວາມຕ້ອງການໃນການບຳລຸງ
ຮັກສາ ທີ່ດີຂຶ້ນກວ່າເກົ່າ. ຖ້າຫາກໂຄງການທົດລອງນີ້ ປະສົບຜົນສໍາເລັດ, ກໍຈະໄດ້ນຳ
ເອົາການທົດລອງ ໄປໃຊ້ກັບເຂື່ອນໄຟຟ້າ ອີກ 9 ແຫ່ງເພີ່ມຕື່ມ ໃນ ສປປ ລາວ.

ເປັນກຽດເຂົ້າຮ່ວມເປັນສັກຄີພິຍານໃນພິທີເຊັ່ນສັນຍາດັ່ງກ່າວກໍ ມີ ເອກອັກຄະລັດຖະ
ທູດ ສະຫະລັດອາເມຣິກາ ທ່ານນາງ ຣີນາ ບິດເຕີ, ທ່ານ ດຣ. ດາວວົງ ພອນແກ້ວ, ຫົວໜ້າຫ້ອງການກະຊວງ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ Wouter Van Wersch, ປະທານ ແລະຜູ້ອຳນວຍການໃຫຍ່ ຂອງ GE ເຂດພາກພື້ນ ເອເຊຍ ປາຊີຟິກ.

us-ambassador-rina-bitter-to-laos
us-ambassador-rina-bitter-to-laos

ທ່ານ ເອກອັກຄະລັດຖະທູດ ຣີນາ ບິດເຕີ ໄດ້ກ່າວໃນພິທີວ່າ “ບໍລິສັດຈາກສະຫະລັດ ອາເມຣິກາ ເຊັ່ນ GE ເຊິ່ງເປັນຜູ້ນໍາດ້ານພະລັງງານຂອງໂລກ ໃນການພັດທະນາ
ແຫຼ່ງພະລັງງານແບບຍືນຍົງ ແລະ ສປປ ລາວ ສາມາດໄດ້ຮັບຜົນປະໂຫຍດຈາກ
ການຮ່ວມມື ກັບບັນດາບໍລິສັດແຖວຫນ້າ ຈາກສະຫະລັດ ເພື່ອສືບຕໍໍ່ບັນລຸເປົ້າໝາຍ
ການພັດທະນາ ໃນໄລຍະຍາວຂອງສປປ ລາວ. ບໍລິສັດ ຈາກສະຫະລັດອາເມຣິກາ
ເຊັ່ນ GE ຍັງໄດ້ຮັບຜົນປະໂຫຍດເປັນຢ່າງດີ ຈາກການເປັນບໍລິສັດທີ່ປະກອບສ່ວນ
ໂດຍປະຊາຊົນ ຜູ້ທີ່ລົງທຶນໃນຊຸມຊົນ ລວມທັງການພັດທະນາ ບຸກຄະລາກອນ ຂອງ
ທ້ອງຖິ່ນນັ້ນ.”

ກອງປະຊຸມສຳມະນາໃນຫົວຂໍ້ ‘Powering Laos 2018’ ໄດ້ຈັດຂຶ້ນເປັນໄລຍະເວລາ
ເຄິ່ງມື້ ໂດຍ GE ຮ່ວມກັບສະຖານທູດສະຫະລັດອາເມຣິກາ ປະຈຳ ສປປ ລາວ ແລະ
ໄດ້ສິ້ນສຸດລົງ ດ້ວຍພິທີເຊັນສັນຍາ MOU ດັ່ງກ່າວ.

ໃນລະຫວ່າງ ກອງປະຊຸມ, ບັນດາຜູ້ນໍາໃນຂະແໜງພະລັງງານໃນ ສປປ ລາວ ທີ່ໄດ້
ແລກປ່ຽນຄວາມຄິດເຫັນ ກ່ຽວກັບຫົວຂໍ້ທີ່ສຳຄັນ ເຊັ່ນ ການປະສົມປະສານການຜະລິດ
ພະລັງງານຂອງ ສປປ ລາວ ໃນອະນາຄົດ, ນະວັດຕະກຳການຜະລິດພະລັງງານ,
ເຕັກໂນໂລຈີ ການຜະລິດກະແສໄຟຟ້າ ແລະ ເຕັກໂນໂລຈີ ໃນການນຳສົ່ງກະແສໄຟຟ້າ
ລວມໄປເຖິງ ວິທີການ ໃນຮູບແບບດິຈິຕອລ ທີ່ສາມາດຊ່ວຍໃຫ້ ສປປ ລາວ ໃນການ
ບັນລຸເປົ້າໝາຍທາງດ້ານພະລັງງານ ທີ່ທັນສະໄໝ ແລະ ການນຳໃຊ້ພະລັງງານ ທີ່ດີຂື້ນ.
ຜູ້ບັນລະຍາຍຈາກ GE ຍັງໄດ້ນໍາສະເໜີກ່ຽວກັບພະລັງງານເຂື່ອນໄຟຟ້າໃນ ສປປ ລາວ,
ພະລັງງານລົມ, ພະລັງງານແສງຕາເວັນ, ພະລັງງານຖ່ານຫີນ, ເຕັກໂນໂລຈີດ້ານພະລັງ
ງານທົດແທນ ແລະ ຜູ້ບັນລະຍາຍຍັງໄດ້ຍົກໃຫ້ເຫັນ ບັນດາກໍລະນີສຶກສາໃນທົ່ວໂລກ.

ທ່ານ Wouter Van Wersch, ປະທານ ແລະ ຜູ້ອຳນວຍການໃຫຍ່ ຂອງ GE Asia
Pacific ກ່າວໃນພິທີ MOU ວ່າ “ນີ້ແມ່ນການຮ່ວມມື ທີ່ຫນ້າສົນໃຈ ຮ່ວມກັບ EDL-
Gen ຍ້ອນພວກເຮົາສັງເກດເຫັນວ່າ ຕະຫຼາດອື່ນໆ ທີ່ໄດ້ຮັບການປັບປຸງ ແລະ
ຍົກລະດັບໂຄງສ້າງການຜະລິດພະລັງງານ ກໍໄດ້ສົ່ງຜົນກະທົບອັນດີ ໃຫ້ແກ່ບັນດາ
ພາກສ່ວນ ທີ່ກ່ຽວຂ້ອງ.”

ພະລັງງານໄຟຟ້າກວມເອົາຫຼາຍກວ່າເຄິ່ງຫນຶ່ງຂອງການຜະລິດພະລັງງານຂອງ ສປປ
ລາວ. GE ກໍາລັງປະຕິບັດຫນ້າທີ່ເພື່ອສະໜັບສະໜູນ ຄວາມພະຍາຍາມ ຂອງ ສປປ
ລາວ ໃຫ້ບັນລຸເປົ້າໝາຍດ້ານພະລັງງານທີ່ທັນສະໄໝ ແລະ ຄົ້ນຄວ້າຊອກຫາໂອກາດ
ຕ່າງໆ ໃນຂະແໜງພະລັງງານແສງຕາເວັນ ແລະ ພະລັງງານລົມ.

ພະລັງງານຕ່າງໆ ລວມທັງ ພະລັງງານທົດແທນຂອງ GE ໄດ້ສົ່ງເສີມການພັດທະນາ
ແລະ ການຍົກລະດັບຂອງເຄືອຂ່າຍພະລັງງານໃນທົ່ວໂລກ ໂດຍການສ້າງ ລະບົບ
ເຊື່ອມຕໍ່ ລະບົບເຕັກໂນໂລຈີ ດິຈິຕອລ ແລະ ລະບົບຕ່ອງໂສ້ ທີ່ສາມາດສ້າງມູນຄ່າ
ພະລັງງານທັງຫມົດຈາກການຜະລິດ ແລະ ການແຜ່ກະຈາຍ ໃຫ້ເຖິງຈຸດສູງສຸດ ຂອງ
ການໃຊ້ໄຟຟ້າ.

XS
SM
MD
LG