ໂຣກຂີ້ກາກ ແມ່ນອາການຄັນຢູ່ຕາມຜິວໜັງ ທີ່ມັກຈະເກີດຂຶ້ນກັບເດັກນ້ອຍ ແຕ່ສາ
ມາດເກີດຂຶ້ນກັບຄົນໄດ້ທຸກອາຍຸ. ມັນຈະບໍ່ເຮັດໃຫ້ທ່ານເສຍຊີວິດ ແຕ່ມັນຈະລົບກວນ
ການນອນ ແລະ ສາມາດສົ່ງຜົນກະທົບຕໍ່ຄວາມສາມາດທີ່ຈະເຮັດວຽກຂອງຜູ້ເປັນພໍ່
ແມ່. ບໍ່ມີໃຜຮູ້ວ່າແມ່ນຫຍັງເຮັດໃຫ້ມັນເກີດຂຶ້ນ, ແລະ ມັນກໍບໍ່ມີຢາຮັກສາ. ແຕ່ໃນຂະ
ນະທີ່ນັກຂ່າວວີໂອເອ ແຄໂຣລ ເພຍສັນ ລາຍງານນັ້ນ, ມັນມີວິທີທີ່ຈະຄວບຄຸມມັນໄດ້.
ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ນາງ ເອວາ ຊີເກີດ ໄດ້ເປັນໂຣກຂີ້ກາກ ບໍ່ດົນຫຼັງຈາກລາວໄດ້ເກີດອອກມາ.
ທ່ານນາງ ສເຕເຟັນນີ ຊີເກີ ຜູ້ເປັນແມ່ໄດ້ກ່າວວ່າ “ພວກເຮົາໄດ້ພະຍາຍາມທີ່ຈະປິ່ນ
ປົວມັນ, ແລະແລ້ວໃນທັນທີທັນໃດນັ້ນ, ລາວກໍເປັນໂຣກພູມແພ້ອາຫານໃນເວລາດຽວ
ກັນ, ຕອນປະມານ 18 ເດືອນ.
ດຣ. ດໍໂນລ ລີຢັງ, ຈາກໂຮງໝໍສຸຂະພາບຊາວ ຢິວ ແຫ່ງຊາດ ໄດ້ກ່າວວ່າ “ພໍ່ແມ່ທີ່ເປັນ
ໂຣກຂີ້ກາກຈຳນວນປະມານ 1 ສ່ວນສາມ ຈະພັດທະນາອາການແພ້ອາຫານຂຶ້ນ.”
ດຣ. ດໍໂນລ ລີຢັງ ໄດ້ສຶກສາການເຊື່ອມໂຍງລະຫວ່າງໂຣກຂີ້ກາກ ກັບ ການແພ້ອາ
ຫານຢູ່ໂຮງໝໍສຸຂະພາບຊາວ ຢິວ ແຫ່ງຊາດ, ເຊິ່ງແມ່ນໂຮງໝໍຄົ້ນຄວ້າໃນເມືອງ ເດັນ
ເວີ ລັດໂຄໂລຣາໂດ.
ທ່ານ ລີຢັງ ກ່າວວ່າ ມັນມີການເຊື່ອມໂຍງກັນລະຫວ່າງ ໂຣກຂີ້ກາກ, ໂຣກພູມແພ້ ແລະ
ໂຣກຫືດ.
ດຣ. ລີຢັງ ໄດ້ກ່າວວ່າ “ຄົນພວກນີ້ມີຜິວໜັງທີ່ແຫ້ງ, ແຕກ, ເຊິ່ງເຮັດໃຫ້ໂຣກພູມແພ້
ຈາກສິ່ງແວດລ້ອມຜ່ານເຂົ້າໄປໄດ້.”
ມັນມີຕອນນຶ່ງທີ່ທ່ານນາງ ເຮເຕີ ຄາຣາຊິມ ບໍ່ສາມາດຈິນຕະນາການວ່າ ລູກສາວຂອງ
ລາວຈະອອກມາຫຼິ້ນຢູ່ນອກ ໃນມື້ທີ່ຮ້ອນຂອງລະດູຮ້ອນໄດ້ ເພາະວ່ານາງ ລູຊີ ໄດ້ເປັນ
ໂຣກຂີ້ກາກຂັ້ນຮຸນແຮງ.
ທ່ານນາງ ເຮເຕີ ຄາຣາຊິມ ຜູ້ເປັນແມ່ເວົ້າວ່າ “ລາວເກົາຈົນວ່າລາວເລືອດອອກ. ແລ້ວ
ເຈົ້າກໍຈະເປັນຫ່ວງ ກ່ຽວກັບ ການຕິດເຊື້ອໂຣກ.”
ການຄົ້ນຄວ້າໄດ້ສະແດງໃຫ້ເຫັນວ່າ ການສາມາດຄວບຄຸມໂຣກຂີ້ກາກໄດ້ແຕ່ຕອນທຳ
ອິດແມ່ນກະແຈທີ່ສຳຄັນ.
ດຣ. ລີຢັງ ກ່າວວ່າ “ສິ່ງທີ່ພວກເຮົາຕ້ອງເຮັດກໍແມ່ນ ສ້າງພູມຄຸ້ມກັນຢູ່ຜິວໜັງຄືນ.”
ເພື່ອທີ່ຈະເຮັດແນວນັ້ນ, ບັນດາແພດໝໍໄດ້ແນະນຳສິ່ງທີ່ເຂົາເຈົ້າເອີ້ນວ່າ “ແຊ່ ແລະ
ຕິດ.” ມັນເລີ່ມຕົ້ນດ້ວຍການອາບນ້ຳອຸ່ນ 20 ນາທີ, ເຊິ່ງເດັກທາຣົກຄົນນີ້ບໍ່ມັກເລີຍ,
ຕາມດ້ວຍການເຮັດໃຫ້ຜິວຊຸ່ມຊື່ນດ້ວຍຄຣີມ.
ດຣ. ລີຢັງ ກ່າວວ່າ “ນັ້ນຈະສ້າງສານເຄືອບທີ່ເປັນນ້ຳ ແລ້ວຖ້າເຈົ້າເອົາຜ້າປົກມັນໄວ້
ມັນກໍຈະກັກຄວາມຊຸ່ມຈາກການລະເຫີຍໄດ້.”
ທ່ານ ມິດສ ປ້ອງກັນເດັກທາຣົກຈາກການເກົາມັນ. ຜ້າຕິດຫົວຈະປົກຄວາມຊຸ່ມຢູ່ຫົວ
ຂອງລາວໄວ້.
ທ່ານນາງ ຄຣິສເຕັນ ໄຄລນ໌ ຜູ້ເປັນແມ່ໄດ້ກ່າວວ່າ “ລາວມີຮອຍແຕກຢູ່ຫຼັກຂາຂອງລາວ,
ຢູ່ແຂນສອກຂອງລາວ. ທີ່ວ່າໄປນັ້ນແມ່ນດີເກືອບໝົດແລ້ວ ແລະ ພວກເຮົາກໍໄດ້ທຳການ
ປິ່ນປົວແບບນີ້ເປັນອາທິດ.”
ບໍ່ມີໃຜຮູ້ວ່າແມ່ນຫຍັງເຮັດໃຫ້ເປັນໂຣກຂີ້ກາກ.
ບັນດານັກຄົ້ນຄວ້າແມ່ນກຳລັງເຮັດວຽກ ເພື່ອພັດທະນາວິທີທີ່ຈະທົດລອງທຸກໆອົງປະ
ກອບຂອງຜິວໜັງ ສະນັ້ນເຂົາເຈົ້າຈຶ່ງຈະສາມາດລະບຸສິ່ງທີ່ເຮັດໃຫ້ພູມຄຸ້ມກັນຜິວໜັງ
ອ່ອນແອລົງ ແລະ ແກ້ໄຂມັນກ່ອນທີ່ເດັກນ້ອຍຈະພັດທະນາອາການພວກນີ້ຂຶ້ນ.