ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໑ ຕຸລາ ໒໐໒໓

ປະທານາທິບໍດີ Moreno ກ່າວວ່າ ທ້າວ Assange ເປັນຜູ້ລັກເຈາະຂໍ້ມູນ ແຕ່ ຈະສືບຕໍ່ໄດ້ຮັບບ່ອນເພິ່ງພາອາໄສ


ປະທານາທິບໍດີ ເອກົວດໍ ທ່ານ Lenin Moreno ກຳລັງກ່າວ ຈາກລະບຽງທຳນຽບລັດຖະບານ ໃນຂະນະທີ່ສະຕີໝາຍເລກນຶ່ງ ທ່ານນາງ Rocio Gonzalez ຢືນຟັງ.

ປະທານາທິບໍດີ​ຄົນ​ໃໝ່ຂອງ​ປະ​ເທດເອກົວ​ດໍ ທ່ານ Lenin Moreno ບັນ​ລະ​ຍາຍ​ຜູ້​ກໍ່​
ຕັ້ງ WikiLeaks ທ້າວ Julian Assange ວ່າ “​ເປັນ​ຜູ້ລັກເຈາະ​ຂໍ້​ມູນ” ​ແຕ່​ກ່າວ​ວ່າ
ລາວ​ຈະໄດ້​ຮັບ​ການ​ລີ້​ໄພ​ຢູ່​ໃນ​ສະຖານທູດປະ​ເທດ​ອາ​ເມຣິກາ​ໄຕ້ ​ໃນ​ນະຄອນຫລວງ
​ລອນ​ດອນ ແຫ່ງນີ້ຕໍ່ໄປ.

ທ່ານ Moreno ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ “ທ້າວ Assange ​ເປັນ​ຜູ້
ລັກ​ເຈາະ​ຂໍ້​ມູນ. ນັ້ນ​ແ​ມ່ນສິ່ງ​ທີ່​ພວກ​ເຮົາ​ບໍ່ຮັບ​ຮູ້​ເອົາ ​ແລະ​ສ່ວນຕົວຂ້າພະ​ເຈົ້າ​ເອງ​ກໍ​ບໍ່
​ຮັບ​ຮູ້​. ​ແຕ່​ວ່າ​ຂ້າພະ​ເຈົ້າ​ນັບຖືສະພາບ​ການ​ທີ່ເປັນຢູ່ຂອງ​ລາວ​ ທີ່ຮ້ອງຂໍເອົາການ​ນັບ
ຖືສິດທິ​ມະນຸດ​ຂອງ​ລາວ ​ແຕ່​ພວກ​ເຮົາ​ກໍຍັງ​ຂໍຮ້ອງໃຫ້​ລາວເຄົາລົບນັບຖື​ສະພາບ​ການຄວາມເປັນຢູ່ຂອງ​ລາວ​.”

ນໍ້າ​ສຽງ​ຂອງ​ທ່ານ Moreno ໜັກ​ແໜ້ນ​ກວ່າ​ປະທານາທິບໍດີຄົນກ່ອນ​ ຄືທ່ານ Rafael
Correa ຜູ້​ທີ່ກ່າວ​ວ່າ ທ້າວ Assange ​ເປັນ​ “ນັກ​ຂ່າວ” ​ແລະ​ໄດ້​ອະນຸຍາດ​ໃຫ້​ລາວ​ລີ້
​ໄພ​ຢູ່​ນະຄອນ​ລອນ​ດອນ​ໃນ​ປີ 2012 ​ເພື່ອ​ຫລີກ​ເວັ້ນຈາກການ​ສົ່ງ​ຜູ້ຮ້າຍຂ້າມແດນ
ໄປ​ປະ​ເທດ Sweden ກ່ຽວ​ກັບ​ການ​ກ່າວ​ຫາ​ຂົ່ມຂືນຊຳເລົາ. ​ແລະ​ຝ່າຍຄ້ານ​ຂວາ​ຈັດ
ຂອງ ທ່ານ Moreno ທີ່ຢູ່​ໃນ​ການ​ເລືອກ​ຕັ້ງ​ໄດ້ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ໄລ່​ທ້າວ
Assange ອອກ​ຈາກ​ສະຖານທູດ​ຖ້າ​ຫາກ​ທ່ານ​ຊະນະ.

ນັບ​ແຕ່​ໄດ້​ກຳ​ອຳນາດມາ ທ່ານ Moreno ຍັງ​ໄດ້​ເຕືອນ ທ້າວ Assange ວ່າ “ບໍ່​ໃຫ້
​ແຊກ​ແຊງ​ໃນ​ການ​ເມືອງ” ຂອງ​ເອກົວ​ດໍ ຫລື​ພັນທະ​ມິດ​ຂອງ​ຕົນ.

ຜູ້ກໍ່ຕັ້ງ WikiLeaks ທ້າວ Julian Assange ຢຶນກ່າວຕໍ່ພວກນັກຂ່າວ ຢູ່ລະບຽງສະຖານທູດເອກົວດໍ່.
ຜູ້ກໍ່ຕັ້ງ WikiLeaks ທ້າວ Julian Assange ຢຶນກ່າວຕໍ່ພວກນັກຂ່າວ ຢູ່ລະບຽງສະຖານທູດເອກົວດໍ່.

ທ້າວ Assange ຜູ້​ທີ່ປະ​ຕິ​ເສດ​ການ​ກ່າວ​ຫາ ຢ້ານ​ກົວ​ວ່າ ສະ​ວີເດັນ ຈະ​ມອບໂຕລາວ
​ໃຫ້​ແກ່​ສະຫະລັດ ​ເພື່ອ​ປະ​ເຊີນ​ໜ້າ​ກັບ​ການ​ຈັບ​ກຸມ​ກ່ຽວ​ກັບ WikiLeaks ທີ່​ເຜີຍ​ແຜ່
​ເອກ​ກະສາ​ນລັບ​ ຂອງ​ທະຫານ​ຫລາຍໆ​ພັນ ​ແລະເອກ​ກະສາ​ນການ​ທູດ ທີ່ຢູ່​ໃນ​ນຶ່ງ
​ຂອງ​ຂໍ້​ມູນທີ່​ຮົ່ວ​ໄຫລ​ ໃນ​ປະຫວັດສາດ​ສະຫະລັດ.

​ເຖິງ​ແມ່ນ​ວ່າ​ສະ​ວີ​ເດັນ ​ຈະໄດ້​ຍົກ​ເລີກ​ການ​ກ່າວ​ຫາ​ໃນ​ຕົ້ນ​ເດືອນນີ້ ບັນ​ດາ​ເຈົ້າ​ໜ້າ​ທີ່​
ໃນ​ນະຄອນ​ລອນ​ດອນ ​ກໍໄດ້​ເຕືອນທ້າວ Assange ວ່າ ລາວ​ຈະ​ຖືກ​ຈັບ​ຖ້າ​ຫາກ​ລາວ
​ໜີ​ອອກ​ຈາກ​ສະຖານ​ທູດ ທີ່​ໄດ້​ເປັນ​ບ້ານ​ເຮືອນ​ຂອງ​ລາວ​ມາ​ເປັນ​ເວລາ​ຫ້າ​ປີ​ແລ້ວນັ້ນ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG