ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

13 ຄົນເສຍຊີວິດ ຍ້ອນກຳ​ແພງ​ພັງ​ລົງ​ມາ​ ຢ່າງ​ກະທັນຫັນ ຢູ່ບ່ອນກໍ່ສ້າງ ໂຮ​ງງານ​ໄຟຟ້າ​ ​ຂອງເອກົວດໍ


ແຜນທີ່ປະເທດເອກົວດໍ
ແຜນທີ່ປະເທດເອກົວດໍ

ທີ່ປະ​ເທດ​ເອກົວ​ດໍ ໄດ້​ເກີດ​ເຫດ​ກຳ​ແພງ​ພັງ​ລົງ​ມາ ​ຢ່າງ​ກະທັນຫັນ
ຢູ່ບ່ອນ​ກໍ່ສ້າງໂຮ​ງງານ​ໄຟຟ້າ​ພະລັງ​ນ້ຳ​ແຫ່ງ​ນຶ່ງ ທີ່​ກຳລັງ​ດຳ​ເນີນ​
ການ​ກໍ່ສ້າງໂດຍ​ບໍລິສັດ​ຈີນ ຊຶ່ງ​ໄດ້​ເຮັດ​ໃຫ້​ມີ 13 ຄົນ​ເສຍ​ຊີວິດ.

ສະຖານທູດ​ຈີນ​ ຢູ່​ໃນ​ນະຄອນຫລວງກີ​ໂຕ ​ໄດ້​ຢັ້ງຢືນ​ວ່າ ຊາວ
​ເອກົວ​ດໍ 10 ຄົນ ​ແລະພະນັກງານຈີນ 3 ຄົນ​ໄດ້​ເສຍ​ຊີວິດ​ໄປ
​ເມື່ອ​ຕອນ​ຄ່ຳ​ຂອງ​ວັນ​ເສົາ​ຜ່ານ​ມາ ​ເວລາ​ກຳ​ແພງແຫ່ງ​ນຶ່ງພັງລົງ
ຢູ່​ບ່ອນກໍ່ສ້າງ​ໂຮ​ງງານໄຟຟ້າພະລັງ​ນ້ຳ Coca Codo Sinclair.

ສະຖານທູດ​ຈີນ ກ່າວ​ອີກ​ວ່າ ພະນັກງານອີກສິບ​ກວ່າ​ຄົນ​ ​ໄດ້​ຮັບ
​ບາດ​ເຈັບ ຢູ່ສະ​ຖານ​ທີ່​ດັ່ງກ່າວ ​ຊຶ່ງ​ຢູ່ເລິກ​ເຂົ້າ​ໄປໃນ​ເຂດປ່າ​ດົງ​ດິບ
ອາມາ​ຊ້ອນ ຂອງ​ ເອກົວດໍ.

ປະ​ທາ​ນາ​ທິບໍດີ​ເອກົວ​ດໍ ທ່ານ Rafael Correa ​ໄດ້​ສົ່ງ​ຂໍ້ຄວາມ​ສະ​ແດງ​ຄວາມເສຍ​ໃຈ​ໄປ
ຍັງບັນດາຄອບຄົວ​ຂອງ​ຜູ້​ທີ່​ເສຍ​ຊີວິດນັ້ນ ​ຜ່ານທາງ tweeter.

ບໍລິສັດ​ Sinohydro ຂອງ​ຈີນ ເປັນ​ຜູ້ກໍ່​ສ້າງ ​ໂຮ​ງງານໄຟຟ້າ​ພະລັງ​ ນ້ຳ​ແຫ່ງ​ນີ້ ທີ່​ມີ​ພະລັງ 1,500 ​ແມັກ​ກາ​ວັດ ​ແລະ​ຄາດ​ກັນ​ວ່າ ຈະ​ໃຊ້​ເງິນ​ກໍ່ສ້າງ ຫຼາຍກວ່າ 2 ຕື້​ດອລລ່າ.

XS
SM
MD
LG