ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພົບເຫັນເຮືອດຳນໍ້າຂົນສົ່ງ ຢາເສບຕິດທີ່ Ecuador


ເຈົ້າ​ໜ້າ​ທ່ີ Ecuador ​ໄດ້​ພົບ​ເຫັນ​ເຮືອ​ດຳ​ນ້ຳ​ລຳ​ນຶ່ງ​ ຍາວ 33 ​ແມັດ​ທ່ີຖືກ​ສ້າງ​ຂຶ້ນ​ມາ ເພື່ອ​ລັກລອບ​ຂົນ​ສົ່ງ​ຢາ​ເສບ​ຕິດ​ໄປ​ຍັງ​ສະຫະລັດ.

ບັນດາ​ເຈົ້າ​ໜ້າ​ທ່ີ​ກ່າວ​ວ່າ ຕຳຫລວດ​ໄດ້​ພົບ​ເຫັນ​ເຮືອ​ລຳ​ດັ່ງກ່າວ​ຢູ່ບ່ອນ​ ຕໍ່​ເຮືອ​ໃນ​ປ່າດົງ​ຕຶບແຫ່ງ​ນຶ່ງໃນ Ecuador ​ໃກ້ໆ​ກັບ​ຊາຍ​ແດນ Colombia ​ໃນ​ຂະນະ​ທ່ີ​ເຮືອ​ລຳ​ນີ້​ກຳລັງ​ກຽມ​ຈະອອກ​ແລ່ນ​ເປັນ​ຖ້ຽວທຳ​ອິດ. ມີ​ຄົນ​ນຶ່ງ​ຖືກ​ຈັບ​ກຸມ​ຢູ່​ໃນ​ບ່ອນຕໍ່​ເຮືອແຫ່ງນີ້.

ອົງການ​ປາບ​ປາມ​ຢາ​ເສບ​ຕິດ​ຂອງ​ສະຫະລັດ​ໄດ້​ມີ​ສ່ວນຊ່ອຍ​ໃນ​ການ ຄົ້ນພົບເຮືອ​ລຳ​ນີ້.

ບັນດາ​ເຈົ້າ​ໜ້າ​ທ່ີ​ປາບ​ຢາ​ເສບ​ຕິດ​ຫລຶ DEA ຂອງ​ສະຫະລັດ​ກ່າວ​ວ່າ ເຮືອ​ດຳ​ນ້ຳ​ລຳ​ນີ້ແມ່ນເປັນ​ເຮືອ​ດຳ​ນ້ຳ​ລຳ​ທຳ​ອິດ​ທ່ີເຂົາ​ເຈົ້າໄດ້​ພົບ​ເຫັນ ທ່ີ​ມີ​ວັດຖຸປະສົງ​ເພື່ອ​ລັກລອບ​ຂົນ​ສົ່ງ​ຢາ​ເສບ​ຕິດ ​ຂ້າມ​ມະຫາສມຸດ​ນັ້ນ.

ເຮືອ​ດຳ​ນ້ຳ​ລຳ​ນີ້​ປະກອບ​ດ້ວຍ​ຫ້ອງ cabin ​ສູງ 2.7 ​ແມັດ​ຊຶ່ງມີ​ກ້ອງ ສ່ອງ​ໃຕ້​ນ້ຳ​ແລະ​ຕິດ​ເຄື່ອງ​ອາຍ​ເຢັນ.

Ecuador ຕັ້ງ​ຢູ່​ໃນ​ຂົງ​ເຂດ​ສາຍພູ Andes ​ໃນ​ທະວີບ​ອະ​ເມຣິກາ​ໃຕ້ ຊຶ່ງ​ເປັນ​ຂົງ​ເຂດ​ທ່ີຜລິດ​ຢາ cocaine ທ່ີ​ກວ້າງ​ໃຫຍ່​ທ່ີສຸດ​ຂອງ​ໂລກ.

XS
SM
MD
LG