ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສດຖະກິດ ຈະເປັນ ຈຸດສໍາຄັນ ໃນຄໍາຖະແຫຼງ ຕໍ່ສະພາ ຂອງ ປ.ໂອບາມາ (ວີດີໂອ)


ທ່ານ Barack Obama ​ຈະ​ເພັ່ງ​ເລັງ​ໃສ່​ເລື່ອງ​ເສດຖະກິດ ​ຂອງ
ປະ​ເທດ ​ແລະ​ການ​ສ້າງວຽກ​ຢູ່​ ໃນ​ຄຳ​ປາ​ໄສ​ປະຈຳ​ປີ​ ຕໍ່ລັດຖະສະພາ ໃນຕອນແລງມຶ້ນີ້
ທ່ານ Barack Obama ​ຈະ​ເພັ່ງ​ເລັງ​ໃສ່​ເລື່ອງ​ເສດຖະກິດ ​ຂອງ ປະ​ເທດ ​ແລະ​ການ​ສ້າງວຽກ​ຢູ່​ ໃນ​ຄຳ​ປາ​ໄສ​ປະຈຳ​ປີ​ ຕໍ່ລັດຖະສະພາ ໃນຕອນແລງມຶ້ນີ້
ເປັນ​ທີ່​ຄາດ​ກັນ​ວ່າ ປະທານາທິບໍດີ ສະຫະ​ລັດ ທ່ານ Barack
Obama ​ຈະ​ເພັ່ງ​ເລັງ​ໃສ່​ເລື່ອງ​ເສດຖະກິດ ​ທີ່​ບອບ​ບາງ​ຂອງ
​ປະ​ເທດ ​ແລະ​ການ​ສ້າງວຽກ​ເຮັດ​ງານ​ທຳຢູ່​ໃນ​ຄຳ​ປາ​ໄສ​ປະຈຳ​
ປີ​ກ່ຽວ​ກັບ​ສະພາບ​ການ​ຂອງ ປະ​ເທດ​ຊາດ​ຕໍ່​ລັດຖະສະພາ​ ຄົບ
​ຄະນະ​ແລະ​ປະ​ເທດ​ຊາດ ​ໃນ​ແລງ​ວັນ ອັງຄານ​ມື້ນີ້.

ພວກ​ຜູ້​ຊ່ວຍ​ອະ​ວຸ​ໂສ​ຂອງ​ລັດຖະບານ​ກ່າວ​ວ່າ ທ່ານ​ໂອ​ບາ​ມາ
​ຈະຮຽກ ຮ້ອງ​ໃຫ້ບັນດາ​ສະມາຊິກ​ລັດຖະສະພາ​ໃຫ້ການ​ອະນຸ
ມັດ​ຕໍ່​ຮ່າງ​ກົດໝາຍ​ເພື່ອລົງທຶນ​ຢູ່​ໃນ​ຫລາຍໆ​ໂຄງການ​ທີ່​ຈະ​
ເສີມ​ຂະຫຍາຍເສດຖະກິດຮວມ​ ທັງ​ການ​ໂຄງ​ລ່າງ​ພື້ນຖານ​
ຕ່າງໆ ການ​ຄົ້ນຄວ້າ​ແລະ​ການ​ສຶກສາ. ນອກ ນັ້ນຍັງ​ເປັນ​ທີ່​ຄາດ​ກັນ​ວ່າປະທານາທິບໍດີຈະ​ນໍາ​ເອົາ​ເລື້ອງ​ເສດຖະກິດ​ໄປ ​ພົວພັນໃສ່​ກັບ​ບັນຫາ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ​ໂດຍ​ຈະ​ຮ້ອງ​ຂໍ​ໃຫ້​ມີ ການ​ໃຊ້​ຈ່າຍກ່ຽວ​ກັບ​ໂຄງການ​ພະລັງງານ​ທີ່​ສະອາດຕ່າງໆ.

ທ່ານ Obama ຈະ​ຮຽກຮ້ອງ​ໃຫ້ລັດຖະສະພາ ຮັບຜ່ານ​ຮ່າງ​ກົດໝາຍ​ກ່ຽວ​ກັບສອງ​ເລື່ອງ ຊຶ່ງ​ກໍາລັງມີ​ການ​ອະພິປາຍ​ກັນ​ຢູ່​ໃນລັດຖະສະພາ​ສະຫະລັດໃນ​ປັດຈຸບັນ​ນີ້ ນັ້ນກໍ​ຄື ການ​ຄວບ​ຄຸມ​ອາວຸດປືນ​ ​ແລະ​ການ​ປະຕິ​ຮູບເລື່ອງຄົນ​ເຂົ້າ​ເມືອງ.

ກ່ຽວຂ້ອງກັນ

XS
SM
MD
LG