ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະຫະລັດ ສືບສວນ ຕະຫຼາດຮຸ້ນ


ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ເຈົ້າໜ້າທີ່ຄວບຄຸມ ຕະຫລາດຄ້າຮຸ້ນ ພວມຕີລາຄາ ຢ່າງໃກ້ຊິດ ເບິ່ງການຕົກລາຄາ ຄັ້ງໃຫຍ່ ຂອງຕະຫລາດຮຸ້ນ ສະຫະລັດ ໃນມື້ວັນພະຫັດ ຜ່ານມາ.

ທ່ານເວົ້າວ່າ ເຈົ້າໜ້າທີ່ ໄດ້ມີຄວາມວິຕົກກັງວົນ ກ່ຽວກັບການປົກປ້ອງ ພວກນັກລົງທຶນ ແລະປ້ອງກັນ ບໍ່ໃຫ້ຄວາມສັບສົນ ວຸ້ນວາຍແບບນີ້ ເກີດຂຶ້ນອີກ ໃນອະນາຄົດ.

ການຕົກລາຄາ ເກືອບ 1 ພັນຈຸດ ຂອງຮຸ້ນດາວໂຈນສ໌ ໃນມື້ວັນພະຫັດຜ່ານມາ ເຮັດໃຫ້ຮຸ້ນ ຢູ່ໃນທົ່ວໂລກ ມີຄ່າຫລຸດລົງ 1 ພັນຕື້ໂດລາ. ຮຸ້ນດາວໂຈນສ໌ ແລະດັດຊະນີຮຸ້ນ ທີ່ສຳຄັນອື່ນໆ ໄດ້ຟື້ນໂຕຄືນ ໃນເວລາຕໍ່ມາ ແລະຕົກລາຄາ ແຕ່ພຽງ 3 ເປີເຊັນທໍ່ນັ້ນ ໃນຕອນອັດຕະຫຼາດ ຂອງມື້ວັນພະຫັດ.

ພວກນັກຊ່ຽວຊານ ຍັງບໍ່ທັນ ແນ່ໃຈເທື່ອວ່າ ແມ່ນຫຍັງ ຄືສາເຫດ ທີ່ພາໃຫ້ເກີດ ສະພາບການດັ່ງກ່າວ. ເວລານີ້ ທາງຄະນະກຳມາທິການ ຄວບຄຸມຕະຫຼາດຫຼັກຊັບ ແລະຊື້ຂາຍຮຸ້ນ ທີ່ຮັບຜິດຊອບ ໃນການຄຳປະກັນ ຄວາມຍຸຕິທຳ ກ່ຽວກັບ ຕະຫລາດຮຸ້ນ ຂອງສະຫະລັດນັ້ນ ກຳລັງທົບທວນເບິ່ງ ກ່ຽວກັບເລື່ອງນີ້.

ການຊື້ຂາຍ ແບບຂຶ້ນໆລົງໆຢ່າງໃຫຍ່ ໃນມື້ວັນພະຫັດ ມີຂຶ້ນທ່າມກາງ ທີ່ໄດ້ເກີດ ຄວາມວິຕົກກັງວົນ ກ່ຽວກັບ ວິກິດການໜີ້ສິນ ຂອງກຣີສ ຊຶ່ງໄດ້ເຮັດໃຫ້ ລາຄາຮຸ້ນ ຕົກຕຳຢ່າງລຽນຕິດ ມາໄດ້ຫລາຍມື້.

ໃນມື້ວັນສຸກວານນີ້ ຮຸ້ນດາວໂຈນສ໌ ໄດ້ຕົກລາຄາ 1.3 ເປີເຊັນ. ພວກນັກລົງທຶນ ມີຄວາມກັງວົນ ກ່ຽວກັບ ສະຖານະການ ໃນປະເທດກຣີສ ແຕ່ກໍໄດ້ຮັບ ກຳລັງໃຈ ຈາກລາຍງານຂ່າວ ທີ່ສະແດງໃຫ້ເຫັນວ່າ ໃນເດືອນແລ້ວນີ້ ເສດຖະກິດ ຂອງ ສະຫະລັດ ໄດ້ສ້າງວຽກເຮັດ ງານທຳໃໝ່ 290 ພັນວຽກ.


XS
SM
MD
LG