ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປັ່ນປ່ວນ ຂອງ ຕະຫຼາດຮຸ້ນ ໃນໂລກ


ດັດຊະນີຮຸ້ນ ທີ່ສຳຄັນໆຂອງຢູໂຣບ ໄດ້ເລີ້ມຕົ້ນ ແບບບໍ່ ຄ່ອຍແຂງແຮງປານໃດ ໃນການຊື້ຂາຍ ໃນຕອນເຊົ້າ ຂອງວັນສຸກມື້ນີ້ ຂະນະທີ່ ຄວາມຢ້ານກົວ ກ່ຽວກັບວິກິດການ ດ້ານໜີ້ສິນຂອງກຣີສ ຍັງສືບຕໍ່ ສ້າງຄວາມວິຕົກກັງວົນ ໃຫ້ແກ່ເສດຖະກິດໂລກ ທີ່ຍັງບອບບາງຢູ່ນັ້ນ.

ຕະຫລາດຮຸ້ນ ທີ່ກຸງລອນດອນ ປາຣີ ແລະນະຄອນ ແຟຣັງເຟີຣ໌ທ ໄດ້ຕົກລາຄາ ໃນລະຫວ່າງ 1 ຫາ 2 ເປີເຊັນ ໃນຕອນເປີດຕະຫລາດ ຂະນະທີ່ ພວກນັກລົງທຶນ ໄດ້ສະແດງ ປະຕິກິລິຍາຕອບ ຕໍ່ການຂາຍຮຸ້ນ ຢ່າງຂະໜານໃຫຍ່ ຂອງສະຫະລັດ ໃນວັນພະຫັດ ວານນີ້.

ສ່ວນຢູ່ຕະຫລາດ ເອເຊຍນັ້ນ ຮຸ້ນກໍຕົກລາຄາ ໃນວັນສຸກມື້ນີ້. ດັດຊະນີຮຸ້ນ ນິກເກອີ ຂອງຍີ່ປຸ່ນ ໄດ້ຕົກລາຄາ 3 ເປີເຊັນ ໃນຕອນອັດຕະຫລາດ ຊຶ່ງເປັນການ ຕົກຕຳສຸດ ໃນຮອບສອງເດືອນ ຂະນະທີ່ຮຸ້ນ ຢູ່ຕະຫລາດກຸງໂຊລ ເກົາຫລີໃຕ້ ແລະນະຄອນຊິດນີ ປະເທດອອສເຕຣເລຍ ໄດ້ຕົກລາຄາ ຫຼາຍເຖິງ 2 ເປີເຊັນ.

ການຕົກລາຄາ ຂອງຕະຫລາດຮຸ້ນເອເຊຍ ມີຂຶ້ນຫລັງຈາກ ໄດ້ມີການຕົກລາຄາ ຂອງ ຮຸ້ນດາວໂຈນສ໌ ເກືອບ 1 ພັນຈຸດ ໃນລະຫວ່າງ ການຊື້ຂາຍ ຕອນໃດຕອນນຶ່ງ ຂອງມື້ວານນີ້ ຊຶ່ງເຮັດໃຫ້ ການຕົກລາຄາ ດັ່ງກ່າວ ເປັນການຕົກລາຄາ ທີ່ໃຫຍ່ທີ່ສຸດ ພາຍໃນເວລານຶ່ງມື້ ນັບແຕ່ປີ 1987 ເປັນຕົ້ນມາ.

ແຕ່ໃນທີ່ສຸດ ຮຸ້ນດາວໂຈນສ໌ ໄດ້ຟື້ນໂຕຄືນ ຄືໃນຕອນ ປິດຕະຫຼາດ ມີລາຄາ 10 ພັນ 519 ຈຸດ ຕົກລາຄາ ແຕ່ພຽງ 347 ຈຸດທໍ່ນັ້ນ. ສ່ວນດັດຊະນີຮຸ້ນ ທີ່ສຳຄັນອື່ນໆ ກໍໄດ້ ຕົກລົງລາຄາ ຢ່າງໃຫຍ່ ໄປຕາມໆກັນ.


ວິກິດການ ດ້ານໜີ້ສິນ ຂອງກຣີສ ທີ່ຍັງດຳເນີນຢູ່ຕໍ່ມາ ມີບົດບາດສຳຄັນ ໃນການເຮັດໃຫ້ ມີການຂາຍຮຸ້ນອອກ ເປັນຈຳນວນຫລວງຫຼາຍ ໃນວັນພະຫັດວານນີ້ ແຕ່ແຫລ່ງຂ່າວ ກ່ຽວກັບຕະຫຼາດ ຊື້ຂາຍຮຸ້ນ ທີ່ນະຄອນນິວຢອກ ເວົ້າວ່າ ຄວາມຜິດພາດ ໃນການຊື້ຂາຍ ອາດມີສ່ວນ ໃນການເຮັດໃຫ້ ຮຸ້ນຕົກລາຄາ.

XS
SM
MD
LG