ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານທະນາຄານກາງ ເພີ່ມອັດຕາດອກເບ້ຍ ໃນສະຫະລັດ


ປະທານທະນາຄານກາງ ສຫຣ ທ່ານນາງ Janet Yellen ຕອບຄຳຖາມຜູ້ເຂົ້າຮ່ວມກອງປະຊຸມ, 14 ທັນວາ, 2016, ໃນວໍຊີງຕັນ.
ປະທານທະນາຄານກາງ ສຫຣ ທ່ານນາງ Janet Yellen ຕອບຄຳຖາມຜູ້ເຂົ້າຮ່ວມກອງປະຊຸມ, 14 ທັນວາ, 2016, ໃນວໍຊີງຕັນ.

ພວກເຈົ້າໜ້າທີ່ທະນາຄານກາງຂອງ ສະຫະລັດ ໄດ້ຂຶ້ນອັດຕາດອກເບ້ຍທີ່ສຳຄັນ
ໜ້ອຍໜຶ່ງໃນວັນພຸດວານນີ້ ແລະເວົ້າວ່າຈະມີການຂຶ້ນຕື່ມອີກທີຫຼັງເທື່ອລະນ້ອຍ. ປາກົດວ່າ ບັດນີ້ ຣັດຖະບານກາງຈະຂຶ້ນອັດຕາດອກເບ້ຍ ສອງເທື່ອໃນປີໜ້ານີ້.

ຕາມມາດຕະຖານໃນປະວັດສາດແລ້ວແມ່ນວ່າ ການຂຶ້ນອັດຕາດອກເບ້ຍນຶ່ງສ່ວນສີ່
ເປີເຊັນ ຄືໃນລະຫວ່າງ ຫ້າສິບເປີເຊັນ ຫາ ເຈັດສິບຫ້າເປີເຊັນນີ້ ແມ່ນຍັງຕໍ່າຢູ່. ນີ້ແມ່ນ
ການຂຶ້ນອັດຕາດອກເບ້ຍເທື່ອທຳອິດໃນຮອບນຶ່ງປີ. ໃນລະຫວ່າງເສດກິດຕົກຕໍ່າຖອຍ
ຫຼັງນັ້ນ ທະນາຄານ

ຣັດຖະບານກາງ ສຫຣ ໄດ້ຕັດອັດຕາດອກເບ້ຍລົງສູ່ ເກືອບສູນ ເພື່ອຊຸກຍູ້ການເຕີບ
ໃຫຍ່ຂອງເສຖກິດ ໂດຍເຮັດໃຫ້ການກູ້ຢືມເງິນຊື້ບ້ານເຮືອນ ການກໍ່ສ້າງໂຮງງານ ແລະວ່າຈ້າງຄົນງານຖືກລົງ.

ພວກນັກເສຖສາດກ່າວວ່າ ສ່ວນໃຫຽ່ແລ້ວຕະຫຼາດວຽກງານແລະພາກສ່ວນຊື້ຂາຍບ້ານ
ເຮືອນ ແມ່ນໄດ້ຟື້ນໂຕຄືນມາ ຈາກເສດຖະກິດຖອຍຫຼັງແລ້ວ ແລະບໍ່ຕ້ອງການຄວາມ
ຊ່ອຍເຫຼືອຫຼາຍອີກ. ພວກນັກຊ່ຽວ ຊານກ່າວວ່າ ການມີອັດຕາດອກເບ້ຍຕໍ່າໂພດແລະ
ດົນໂພດ ຈະປະໃຫ້ຣັດຖະບານກາງບໍ່ມີເຄື່ອງມື ທີ່ຈຳເປັນ ເວລາຕ້ອງການເພື່ອມາຊຸກ
ຍູ້ເສດຖະກິດ ເມື່ອເກີດໄພຕົກຕໍ່າ ໃນພາຍຂ້າງໜ້າ. ນອກຈາກນັ້ນມັນຍັງເປັນການສ່ຽງ
ຕໍ່ໄພເງິນເຟີ້ ທີ່ອາດຈະກະທົບກະເທືອນຕໍ່ເສດຖະກິດນຳອີກ.

ປະທານທະນາຄານກາງ ສຫຣ ທ່ານນາງ Janet Yellen ກ່າວວ່າ ການເຕີບໂຕຂອງ ເສດຖະກິດ ສຫຣ ຈະກ້າວໄປໄວເລັກນ້ອຍ ເຖິງອັດຕາ 2 ຈຸດ 1 ເປີເຊັນ ໃນປີໜ້າ ໃນຂະນະ ທີ່ການປ່ຽນແປງດ້ານການວ່າງງານຈະມີບໍ່ຫຼາຍ ຄືປະມານ 4 ຈຸດ 7 ເປີເຊັນ
ຕໍ່ປີ ຕັ້ງແຕ່ດຽວ ນີ້ໄປ. ທ່ານນາງ ແຢນເລັນ ກ່າວວ່າ ເພື່ອນຮ່ວມງານຂອງເພິ່ນຄາດວ່າ ໄພເງິນເຟີ້ ຈະມີ ແດ່ເລັກນ້ອຍ ຂຶ້ນເຖິງ 1 ຈຸດ ເປີເຊັນ ໃນປີໜ້າ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

Mon 12/5/16 # 4 SL

XS
SM
MD
LG