ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສດຖະກິດ ຈະເປັນຫົວ​ຂໍ້ ທີ່ນາຍົກ ຍີ່ປຸ່ນ ຍົກຂຶ້ນມາ ສົນທະນາ ເມື່ອທ່ານ ໄປເຖິງຈີນ


ຊາຍຄົນນຶ່ງໃຊ້ໂທລະສັບມືຖືຂອງຕົນ ຢືນຖ່າຍຮູບ ຢູ່ກ້ອງທຸງຊາດ ຈີນກັບຍີ່ປຸ່ນ ຢູ່ຕໍ່ໜ້າປະຕູເຂົ້າ ຈະຕຸລັດ ທຽນອັນເໝິນ ກ່ອນນາຍົກລັດຖະມົນຕີ ຊິນໂຊ ອາເບະ ຈະໄປເຖິງນະຄອນຫລວງປັກກິ່ງໃນວັນທີ 25 ຕຸລາ, 2018.
ຊາຍຄົນນຶ່ງໃຊ້ໂທລະສັບມືຖືຂອງຕົນ ຢືນຖ່າຍຮູບ ຢູ່ກ້ອງທຸງຊາດ ຈີນກັບຍີ່ປຸ່ນ ຢູ່ຕໍ່ໜ້າປະຕູເຂົ້າ ຈະຕຸລັດ ທຽນອັນເໝິນ ກ່ອນນາຍົກລັດຖະມົນຕີ ຊິນໂຊ ອາເບະ ຈະໄປເຖິງນະຄອນຫລວງປັກກິ່ງໃນວັນທີ 25 ຕຸລາ, 2018.

ຈີນເປັນປະເທດຄູ່ຄ້າໃຫຍ່ທີ່ສຸດຂອງຍີ່ປຸ່ນ ແລະເຖິງແມ່ນວ່າ ຈະມີການປະຊຸມກັບປະ
ທານປະເທດ ສີ ຈິ້ນຜິງຂອງຈີນ ຢູ່ນອກກອງປະຊຸມສາກົນຫລາຍໆຄັ້ງ ມາແລ້ວກໍຕາມ
ແຕ່ວ່າທ່ານ ຊິນໂຊ ອາເບະ, ນາຍົກລັດຖະມົນຕີຍີ່ປຸ່ນ ກໍຍັງບໍ່ທັນໄດ້ເດີນທາງ ໄປຍັງ
ນະຄອນປັກກິ່ງເພື່ອເຂົ້າຮ່ວມກອງປະຊຸມສຸດຍອດສອງຝ່າຍຈັກເທື່ອ. ແຕ່ວ່າສິ່ງຕ່າງໆ
ທີ່ກ່າວມານັ້ນ ໄດ້ຖືກປ່ຽນໄປໃນວັນພະຫັດມື້ນີ້ເມື່ອຜູ້ນໍາຂອງຍີ່ປຸ່ນ ໄດ້ໄປເຖິງນະຄອນ
ຫລວງຂອງຈີນ ເພື່ອສະຫລອງວັນຄົບ ຮອບ 40 ປີ ຂອງການເຊັນສົນທິສັນຍາສັນຕິ
ພາບ ແລະມິດຕະພາບລະຫວ່າງ ຍີ່ປຸ່ນແລະຈີນ.

ມັນເປັນການເດີນທາງຄັ້ງທໍາອິດຂອງທ່ານອາເບະ ໄປຍັງປັກກິ່ງ ນັບແຕ່ທ່ານ ໄດ້ຂຶ້ນ
ເປັນນາຍົກລັດຖະມົນຕີຂອງຍີ່ປຸ່ນເມື່ອ 6 ປີກ່ອນ ເປັນຕົ້ນມາ.

ໃນໄລຍະທີ່ທໍາການຢ້ຽມຢາມຈີນເປັນເວລາ 3 ວັນນັ້ນ ບັນຫາທາງເສດຖະກິດ ຄາດວ່າ
ຈະຖືກຍົກຂຶ້ນມາ ສົນທະນາກັນຫລາຍກວ່າໝູ່, ເຖິງແມ່ນວ່າ ບັນຫາ ຄວາມໝັ້ນຄົງຢູ່ໃນ
ຂົງເຂດ ທີ່ກ່ຽວຂ້ອງກັບເລື້ອງທະເລຈີນຕາເວັນອອກ ແລະ ເກົາຫລີເໜືອ ກໍຄາດວ່າຈະ
ໄດ້ຮັບຄວາມສົນໃຈຫລາຍເຊັ່ນກັນ.ຜູ້ນໍາຍີ່ປຸ່ນທ່ານນີ້ ຈະນັ່ງສົນທະນາກັບທ່ານ ຫລີ
ເຄີສຽງ, ນາຍົກລັດຖະມົນຕີ ຈີນ ໃນວັນພະຫັດມື້ນີ້ ແລະເຂົ້າຮ່ວມງານລ້ຽງຮັບຮອງ ເພື່ອ
ສະຫລອງວັນຄົບ ຮອບ 40 ປີ ແຫ່ງການເຊັນສົນທິສັນຍາດັ່ງກ່າວ. ຫລັງຈາກນັ້ນ ທ່ານກໍ
ຈະໄປ ພົບກັບທ່ານ ສີ ໃນວັນສຸກມື້ອື່ນ ຊຶ່ງຈະເປັນການພົບປະສຸດຍອດ ຄັ້ງທໍາອິດສໍາລັບ
ຈີນກັບຍີ່ປຸ່ນ ນັບແຕ່ປີ 2011 ເປັນຕົ້ນມາ.

ທ່ານ ຊິນໂຊ ອາເບະ, ນາຍົກລັດຖະມົນຕີຍີ່ປຸ່ນກ່າວຄໍາປາໄສດ້ານນະໂຍບາຍ ຢູ່ນະຄອນໂຕກຽວ ໃນວັນທີ 24 ຕຸລາ, 2018
ທ່ານ ຊິນໂຊ ອາເບະ, ນາຍົກລັດຖະມົນຕີຍີ່ປຸ່ນກ່າວຄໍາປາໄສດ້ານນະໂຍບາຍ ຢູ່ນະຄອນໂຕກຽວ ໃນວັນທີ 24 ຕຸລາ, 2018

ພວກເຈົ້າໜ້າທີ່ລັດຖະບານ ແລະພວກນັກວິເຄາະເຫດການຄາດວ່າ ກອງປະຊຸມສຸດ
ຍອດ ທີ່ດໍາເນີນໄປເປັນເວລາ 3 ວັນນີ້ ຈະເປັນການປູພື້ນຖານໃຫ້ແກ່ກອງປະຊຸມ
ຕ່າງໆໃນອະນາຄົດ ແລະຄວາມເປັນໄປໄດ້ທີ່ທ່ານສີ ຈະເດີນທາງ ໄປຍັງໂຕກຽວ.

ໃນການກ່າວຄໍາປາໄສດ້ານນະໂຍບາຍໃນວັນພຸດວານນີ້ນັ້ນ ທ່າອາເບະ ເວົ້າວ່າ
"ມື້ອື່ນນີ້ຂ້າພະເຈົ້າຈະໄປຢ້ຽມຢາມຈີນ. ໃນຂະນະທີ່ພວກເຮົາທໍາການແລກປ່ຽນ ທາງການທູດໃນຂັ້ນສູງສຸດນໍາກັນນັ້ນ, ຂ້າພະເຈົ້າຍັງຈະເຮັດໃຫ້ ການແລກປ່ຽນ ກັນລະຫວ່າງປະຊາຊົນສອງຊາດ ມີຄວາມເລິກເຊິ່ງຂຶ້ນ ຢູ່ໃນການເຄື່ອນໄຫວໃນ
ທຸກລະດັບ ນັບແຕ່ການຮ່ວມມືທາງທຸລະກິດ ໄປເຖິງດ້ານກິລາອີກດ້ວຍ.”

​ໂຄສົກກະຊວງການຕ່າງປະເທດຂອງຈີນ, ທ່ານນາງ ຮົວ ຈຸນຢິງ ກ່າວວ່າກອງປະຊຸມ
ສຸດຍອດຂອງສອງຝ່າຍ ແມ່ນມີຄວາມສໍາຄັນ ແລະຫວັງວ່າ ປັກກິ່ງ ແລະໂຕກຽວ ຈະ
ສາມາດກ້າວໄປຈາກອະດີດ ເພື່ອເສີມສ້າງອະນາຄົດໃໝ່ ໃນ ຂ້າງໜ້າ.

ທ່ານນາງເວົ້າວ່າ "ພວກເຮົາຢືນຢັນຄືນອີກວ່າ ພວກເຮົາເປັນຄູ່ພາຄີກັນ, ບໍ່ ແມ່ນສັດ
ຕູກັນ; ແລະຢືນຢັນຢ່າງເປັນເອກະສັນກັນຄືນອີກວ່າ ພວກເຮົາຖືວ່າ ແຕ່ລະຝ່າຍໄດ້
ສ້າງໂອກາດໃຫ້ກັນແລະກັນ, ບໍ່ແມ່ນທໍາການທ້າທາຍກັນ; ສະນັ້ນ ພວກເຮົາສາມາດ
ທີ່ຈະປັບປຸງ ແລະພັດທະນາສາຍສໍາພັນຂອງພວກ ເຮົາເພີ້ມຂຶ້ນອີກ ແລະພ້ອມດຽວ
ກັນນັ້ນກໍເຮັດໃຫ້ການຮ່ວມມືທີ່ສ້າງປະໂຫຍດ ໃຫ້ກັນ ແລະກັນ ມີຄວາມເລິກເຊິ່ງຂຶ້ນ
ໃນທຸກດ້ານ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG