ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະພາບ ຢູໂຣບ ຮັບຮອງເອົາ ມາດຕະການ ລົງໂທດຕໍ່ ເວເນຊູເອລາ


ປະທານາທິບໍດີ ເວເນຊູເອລາ ທ່ານ ນິກໂຄລາສ ມາດູໂຣ ໂອ້ລົມໃນລະຫວ່າງລາຍການວິທະຍຸ ແລະ ໂທລະພາບ
ປະຈຳວັນອາທິດຂອງທ່ານ ໃນນະຄອນຫຼວງ ຄາຣາຄັສ.
12 ພະຈິກ, 2017.
ປະທານາທິບໍດີ ເວເນຊູເອລາ ທ່ານ ນິກໂຄລາສ ມາດູໂຣ ໂອ້ລົມໃນລະຫວ່າງລາຍການວິທະຍຸ ແລະ ໂທລະພາບ ປະຈຳວັນອາທິດຂອງທ່ານ ໃນນະຄອນຫຼວງ ຄາຣາຄັສ. 12 ພະຈິກ, 2017.

ສະຫະພາບ ຢູໂຣບ ໄດ້ຮັບຮອງເອົາມາດຕະການລົງໂທດທາງເສດຖະກິດ,​ ລວມທັງ
ການຫ້າມສົ່ງອາວຸດໃຫ້ແກ່ປະເທດ ເວເນຊູເອລາ ໃນວັນຈັນມື້ນີ້.

ບັນດາລັດຖະມົນຕີການຕ່າງປະເທດ ສະຫະພາບ ຢູໂຣບ ທີ່ປະຊຸມກັນໃນນະຄອນ
ຫຼວງ ບຣັສໂຊລສ ໄດ້ປະກາດມາດຕະການຕ່າງໆ ໃນການຕອບໂຕ້ຕໍ່ການເລືອກຕັ້ງ
ຂອງພາກພື້ນດັ່ງກ່າວ ໃນເດືອນຜ່ານມາ, ເຊິ່ງເຂົາເຈົ້າກ່າວວ່າ ເຮັດໃຫ້ວິກິດການ
ຂອງປະເທດຮ້າຍແຮງຂຶ້ນກວ່າເກົ່າ.

ການຫ້າມອາວຸດແມ່ນມີເຈຕະນາເພື່ອປ້ອງກັນລັດຖະບານຂອງທ່ານ ນິກໂຄລາສ
ມາດູໂຣ ຈາກການຊື້ອຸປະກອນທາງທະຫານທີ່ອາດຖືກໃຊ້ເພືື່ອການປາບປາມ ຫຼື
ການຄວບຄຸມ.

ນອກນີ້ ມາດຕະການລົງໂທດຕ່າງໆ ຍັງລວມມີ ການຕິດຕັ້ງລະບົບນຶ່ງສຳລັບຍຶດຊັບ
ສິນ ແລະ ການຫ້າມເດີນທາງສຳລັບເຈົ້າໜ້າທີ່ໃນອະດີດ ແລະ ປັດຈຸບັນບາງຄົນ
ຂອງ ເວເນຊູເອລາ ທີ່ໃກ້ຊິດກັບທ່ານ ມາດູໂຣນຳ.

ປະເທດ ສະເປນ ໄດ້ຜັກດັນ ເພື່ອວາງມາດຕະການລົງໂທດຕໍ່ຜູ້ທີ່ໃກ້ຊິດກັບທ່ານ
ມາດູໂຣ ເປັນເວລາດົນນານມາແລ້ວ, ແຕ່ສະຫະພາບ ຢູໂຣບ ບໍ່ເຫັນພ້ອມກັນ ກ່ຽວ
ກັບ ຜູ້ໃດທີ່ຕ້ອງເປັນເປົ້າໝາຍ.

ແນວໃດກໍຕາມ, ບັນດາລັດຖະມົນຕີໄດ້ກ່າວໃນຖະແຫຼງການຂອງວັນຈັນວານນີ້ວ່າ
ເຂົາເຈົ້າຈະເພັ່ງເລັງໃສ່ກຳລັງຮັກສາຄວາມປອດໄພ ແລະ ບັນດາລັດຖະມົນຕີລັດຖະ
ບານ ແລະ ສະຖາບັນຕ່າງໆທີ່ຖືກກ່າວຫາ ກ່ຽວກັບ ການລະເມີດສິດທິມະນຸດ, ແລະ
ການບໍ່ເຄົາລົບຫຼັກເກນປະຊາທິປະໄຕ ຫຼື ລະບຽບກົດໝາຍ.

ໃນວັນພະຫັດທີ່ຜ່ານມາ, ສະຫະລັດ ໄດ້ວາງມາດຕະການທາງການເງິນຕໍ່ບັນດາເຈົ້າ
ໜ້າທີ່ໃນອະດີດ ແລະ ປັດຈຸບັນ 10 ຄົນຂອງ ເວເນຊູເອລາ ຍ້ອນການສໍ້ລາດບັງຫຼວງ
ແລະ ການກ່າວຫາໃຊ້ອຳນາດໃນທາງຜິດ ເຊິ່ງກ່ຽວພັນກັບການປາບປາມຜູ້ຄັດຄ້ານ
ທ່ານ ມາດູໂຣ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG