ການລະບາດຂອງເຊື້ອໄວຣັສໂຄໂຣນາ ທີ່ເລີ້ມຕົ້ນຂຶ້ນຢູ່ໃນຈີນ ແລະແຜ່ ລາມໄປຫາ
ອີກຊາວກວ່າປະເທດ ໃນໂລກແລ້ວນັ້ນ ໄດ້ເລີ້ມມີຜົນກະທົບຕໍ່ເສດ ຖະກິດຂອງລາວ
ແລ້ວ ໂດຍສະເພາະແມ່ນທຸລະກິດ ທີ່ໃຫ້ບໍລິການແກ່ນັກທ່ອງ ທ່ຽວເຊັ່ນການຂົນສົ່ງຄົນ
ໂດຍສານທາງອາກາດແລະຮ້ານອາຫານໃນສະໜາມ ບິນ ບາງບ່ອນ. ພ້ອມກັນນັ້ ກໍ
ຍັງເຮັດໃຫ້ສະພາບຕະຫລາດການຢາແລະອຸປະ ກອນການແພດ ເກີດຄວາມປັ່ນປ່ວນ
ອີກດ້ວຍ. ນັກຂ່າວວີໂອເອ ມີລາຍລະອຽດ ເພີ່ມເຕີມກ່ຽວກັບເລື້ອງນີ້ ຊຶ່ງ ກິ່ງສະຫວັນ
ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
ເນື່ອງຈາກມີການລະບາດຂອງເຊື້ອໄວຣັສໂຄໂຣນາ (Corona) ທີ່ເກີດຂຶ້ນ ທໍາອິດຢູ່
ເມືອງວູຫານຂອງຈີນນັ້ນ ໄດ້ແຜ່ກະຈາຍອອກໄປທັງຢູ່ໃນ ແລະນອກປະເທດ ຈີນຈຶ່ງ
ເຮັດໃຫ້ຫລາຍໆປະເທດ ຕ້ອງໄດ້ເຝົ້າລະວັງ. ມາຮອດ ວັນທີ 6 ກຸມພາ ຜ່ານມາ ຢູ່ໃນ
ຈີນມີຄົນເສຍຊີວິດຫລາຍກວ່າ 600 ຄົນ ແລະ ຜູ້ລົ້ມປ່ວຍທີ່ໄດ້ຮັບການຢືນຢັນວ່າຕິດ
ເຊື້ອພະຍາດເຊື້ອໄວຣັສ ສາຍພັນໃໝ່ນີ້ ຫລາຍກວ່າ 30,000 ຄົນ ແລ້ວ. ສ່ວນຢູ່ໃນ
ລາວນັ້ນ, ປັດຈຸບັນ ຍັງບໍ່ທັນມີ ຄົນປ່ວຍທີ່ໄດ້ຮັບການຢືນຢັນວ່າ ມີການຕິດເຊື້ອໄວຣັສ
ນີ້ເທື່ອ ແຕ່ກໍມີ 2 ກໍລະນີ ໃນຈໍານວນທັງໝົດ 11 ກໍລະນີທີ່ໜ້າສົງໄສນັ້ນ ຍັງຢູ່ໃນ ໄລ
ຍະຕິດຕາມຕໍ່ໄປຢູ່. ເພື່ອຮັບມືກັບສະພາບການ ດັ່ງກ່າວນີ້ ລັດຖະບານລາວ ກໍໄດ້
ອອກຄຳເຕືອນ ແລະໃບແຈ້ງການຕ່າງໆ ໃຫ້ປະຊາຊົນທົ່ວປະເທດລະມັດລະວັງ. ຕົວ
ຢ່າງກໍ່ຄືເມື່ອມໍ່ໆ ມານີ້ໄດ້ມີໃບແຈ້ງການຂອງກະຊວງການຕ່າງປະເທດລາວ ສະບັບ
ເລກທີ 278, ລົງວັນທີ 2 ກຸມພາ, 2020 ທີສັ່ງໃຫ້ເຈົ້າໜ້າທີ່ປະຈຳດ່ານສາກົນຕ່າງໆ ທີ່
ມີຊາຍແດນຕິດກັບຈີນໂຈະການອອກວີຊາເຂົ້າອອກລາວ ໃຫ້ແກ່ນັກທ່ອງທ່ຽວ ທີ່ເດີນ
ທາງມາຈາກຈີນໄວ້ແບບບໍ່ມີກໍາໜົດ.
ຕໍ່ມາ ກໍມີໃບແຈ້ງການຂອງສະຖານກົງສຸນຈີນປະຈຳແຂວງຫລວງພະບາງກໍອອກໃບ
ແຈ້ງການສະບັບວັນທີ 3 ກຸມພາ ທີ່ບອກວ່າມີນັກທ່ອງທ່ຽວຈີນຄົນນຶ່ງ ຖືກກວດພົບວ່າ
ຕິດເຊື້ອໄວຣັສໂຄໂຣນາໃນວັນທີ 1 ກຸມພາ ພາຍຫລັງທີ່ຜູ້ກ່ຽວໄດ້ກັບຈາກ ການໄປ
ທ່ຽວລາວແລ້ວໃນຊ່ວງວັນທີ 26 ຫາ 31 ມັງກອນຜ່ານ ມາ. ສະພາບນີ້ ໄດ້ເຮັດໃຫ້ຄົນ
ລາວ ຫລາຍຄົນເຂົ້າໃຈເຖິງຄວາມຮ້າຍແຮງຂອງ ເຊື້ອໄວຣັສນີ້ ແລະມີຄວາມລະມັດ
ລະວັງຫລາຍຂຶ້ນ ດັ່ງພະນັກງານການບິນທ່ານນຶ່ງ ໃຫ້ຂໍ້ສັງເກດ ວ່າ:
“ມີແຕ່ມັນຜ່ານໄປບ້ານເຮົາຜູ້ນຶ່ງ ມັນຜ່ານໄປບ້ານເຮົາຮອດພຸ້ນແລ້ວໄປກວດຢູ່
ພຸ້ນຫັ້ນແລະ ເຂົາເຮັດເອກະສານແຈ້ງມາແລ້ວວ່າ ມັນໄປແຂວງໃດແນ່ ໄປບ່ອນ
ໃດແດ່,ມັນກະຄືໂລກໄກ່ຕາຍຮ່າ ຊັກເຂົ້າບາດດຽວ ກະເປັນຕາ ຢ້ານລະເວີຍ.”
ພ້ອມກັນນັ້ນ ມັນຍັງສົ່ງຜົນສະທ້ອນທີ່ໃຫ້ແກ່ຂະແໜງການຂົນສົ່ງ ແລະ ທ່ອງທ່ຽວ
ຂອງລາວອີກດ້ວຍ. ໜັງສືພິມວຽງຈັນທ້າມສ໌ ລາຍງານໃນວັນທີ 4 ກຸມພາຜ່ານມາວ່າ ສາຍການບິນລາວໄດ້ໂຈະຖ້ຽວບິນຂອງເຮືອບິນຮັບເໝົາ ທີ່ບິນຈາກລາວ ໄປ ຍັງ 5 ຕົວເມືອງໃຫຍ່ຂອງຈີນ ຊຶ່ງກໍ ຄື ຈາກວຽງຈັນໄປຫາ ຈາງຊູ, ຮາງຊູ ແລະຊຽງ ໄຮ້
ແລະ ຈາກຫລວງພະບາງ ໄປຫາຊຽງໄຮ້ ແລະ ຈິງຫົງ ໄວ້ແບບ ບໍ່ມີກໍາໜົດ. ຕາມ
ການໃຫ້ສໍາພາດຂອງພະນັກງານການບິນລາວທ່ານນຶ່ງ ໃນວັນພະຫັດຜ່ານ ມານີ້ ກໍໃຫ້ການຢັ້ງຢືນເຊັ່ນກັນວ່າ:
“ສາຍການບິນເຮົາກະປິດແລ້ວເດ ຊ່ວງນີ້ ປິດໝົດ, ຄົນມັນເລີ້ມໜ້ອຍລົງແລ້ວ ເຮົາ
ກະປິດ, ເອົາເຫຼືອມື້ລະສິບປາຍຄົນ, ໂຕບິນແຕ່ໄກປິດໝົດແລ້ວລະ ຊຽງໄຮ້ ຮົງກົງ
ປິດໝົດ.”
ປີກາຍນີ້, ຊຶ່ງເປັນປີສົ່ງເສີມການທ່ອງທ່ຽວ ລາວ-ຈີນນັ້ນ ອຸດສາຫະກຳການທ່ອງທ່ຽວຂອງລາວໄດ້ຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດທັງໝົດ 4,580,000 ຄົນ, ຊຶ່ງ
ນຳເອົາລາຍໄດ້ເຂົ້າມາລາວບໍ່ຕ່ຳວກວ່າ 755 ລ້ານໂດລາ. ໃນນັ້ນ ມີນັກທ່ອງທ່ຽວ
ຈາກຈີນເກືອບຮອດ 1 ລ້ານ 1 ແສນຄົນ ຫລື ປະມານ 22.40 ເປີເຊັນ ຂອງຈຳນວນ
ນັກທ່ອງທ່ຽວທັງໝົດທີ່ເຂົ້າມາຢ້ຽມຢາມລາວ, ອີງຕາມ ທ່ານ ສູນ ມະນີວົງ ຫົວໜ້າກົມ
ໂຄສະນາການທ່ອງທ່ຽວໃນສັງກັດກະຊວງຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວ.
ແຕ່ວ່າ ເມື່ອມີການລະບາດເຊື້ອໄວຣັສໂຄໂຣນາຊະນິດໃໝ່ ແລະຄຳເຕືອນຕ່າງໆ ເພື່ອ
ແນໃສ່ປ້ອງກັນການລະບາດຂອງພະຍາດດັ່ງກ່າວໃນລາວ ແລ້ວກໍເຮັດໃຫ້ນັກທ່ອງ
ທ່ຽວຕ່າງປະເທດ ໂດຍສະເພາະນັກທ່ອງທ່ຽວຈີນນັ້ນ ຫລຸດລົງຢ່າງຫລວງຫລາຍ. ສະພາບການນີ້ ກໍຈະເຮັດໃຫ້ເສດຖະກິດຂອງລາວ ທີ່ມີທຶນສຳລອງເງິນຕາຕ່າງປະ
ເທດຫລຸດລົງຢ່າງຕໍ່ເນື່ອງຢູ່ແລ້ວນັ້ນ ປະສົບບັນຫາຫລາຍຂຶ້ນກວ່າເກົ່າ ຢ່າງຫລີກ
ລ້ຽງບໍ່ໄດ້.
ພ້ອມກັນນັ້ນ ການແຜ່ລະບາດຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ນີ້ ຍັງເຮັດ ໃຫ້ສະພາບຕະຫລາດສິນຄ້າດ້ານການແພດເຊັ່ນ ຜ້າ ຫລືໜ້າກາກປິດປາກ ແລະຢຸກ
ຢາ ນັ້ນຂາດແຄນຢູ່ໃນລາວ ດັ່ງການບອກເລົ່າ ຂອງເຈົ້າຂອງຮ້ານຂາຍຢາ ແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ ໃນວັນທີ 6 ກຸມພາຜ່ານມາວ່າ:
“ພາຍຫຼັງໄດ້ຍິນຂ່າວວ່າເຊື້ອໄວຣັດນີ້ນໍ ມາຈາກຈີນ ກະຂ້າພະເຈົ້າກະປະຊາຊົນ
ຜູ້ໜຶ່ງ ຮູ້ສຶກຕື່ນເຕັ້ນຢ້ານກວາຫຼາຍນໍ ເພາະວ່າ ບໍ່ເຄີຍໄດ້ຍິນມາກ່ອນ ເພາະວ່າ ມັນເປັນເຊື້ອໄວຣັສສາຍພັນໃໝ່. ລະກະອັນທີ່ຜ້າປິດປາກຫັ້ນນໍ້ ໄດ້ຂາຍດີ ຈົນບໍ່
ມີອັນຊິຂາຍ. ສໍາລັບປະເທດລາວເຮົານີ້ຄວາມຕ້ອງການກະຫຼາຍ ສ່ວນຫຼາຍສິນ ຄ້າແມ່ນຊື້ມາຈາກປະເທດໄທ ແລະ ປະເທດຫວຽດນາມ. ສິນຄ້ານີ້ໄດ້ຂາຍດີ ຈົນ ທີ່ບໍ່ມີບ່ອນຊິຊື້ເລີຍ ຈົນມາຮອດປັດຈຸບັນນີ້. ສ່ວນຫຼັກໆ ແລ້ວຄວາມຕ້ອງການ ຂອງເຮົາແມ່ນຢາກຊື້ໄປຈີນ ແລະ ກະບາງສ່ວນແມ່ນພາກລັດ, ອົງການ ເພິ່ນກໍ
ໄດ້ ບໍລິຈາກຕາມສະຖານທີ່ຕ່າງໆ ຫຼືວ່າ ຕາມບ່ອນສາທາລະນະ ຕົວຢ່າງ ຢູ່ ມຊ
ບໍ່ ຫຼື ວ່າ ສວນ 23 ສິງຫາ.”
ສະຫລຸບແລ້ວ ການລະບາດຂອງເຊື້ອໄວຣັສໂຄໂຣນາ ເລີ້ມມີຜົນກະທົບທາງດ້ານ ເສດຖະກິດຕໍ່ລາວແລ້ວ ໂດຍສະເພາະແມ່ນບັນດາທຸລະກິດທີ່ກ່ຽວຂ້ອງກັບການ
ທ່ອງທ່ຽວ ເຊັ່ນການຂົນສົ່ງໂດຍສານທາງອາກາດ. ພ້ອມກັນນັ້ນ ກໍຍັງເຮັດໃຫ້ສະ ພາບຕະຫລາດຂາຍອຸປະກອນການແພດເຊັ່ນ ຜ້າຄຸມປາກ ແລະ ຢຸກຢາອື່ນໆ
ປັ່ນປ່ວນອີກດ້ວຍ.
ເບິ່ງວີິດິໂອເພີ້ມກ່ຽວກັບຂ່າວນີ້