ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ວຽກເຮັດ ງານທຳໃນ ສະຫະລັດ ສຳລັບ ເດືອນກຸມພາ ທີ່ຜ່ານມາ ໄດ້ເພີ່ມຂຶ້ນ ຫຼາຍເກີນຄາດໝາຍ


February Job Gains in US Beat Expectations But Wages Remain Flat
please wait

No media source currently available

0:00 0:02:20 0:00

ໍຊົມວິດີໂອ ກ່ຽວກັບ ລາຍງານນີ້

ເດືອນກຸມພາ ແມ່ນອີກເດືອນໜຶ່ງທີ່ມີຄວາມເຂັ້ມແຂງສຳລັບຕະ ຫຼາດແຮງງານ ສະຫະລັດ, ພ້ອມກັບນາຍຈ້າງເພີ່ມວຽກງານຂຶ້ນຕື່ມ ອີກ 242,000 ຕຳແໜ່ງ. ອັດ ຕາການວ່າງງານແມ່ນບໍ່ມີການປ່ຽນ ແປງທີ່ 4.9 ເປີເຊັນ, ແລະ ຄ່າແຮງງານແມ່ນ ຍັງຄົງບໍ່ເໜັງຕີງ. ແຕ່ ວ່າຜູ້ຊອກຫາພະນັກງານໃໝ່ ກ່າວວ່າມັນບໍ່ໄດ້ແມ່ນສິ່ງທີ່ບໍ່ດີ. ນັກ ຂ່າວ Mil Arcega ມີລາຍງານເພີ່ມເຕີມ ເຊິ່ງ ພຸດທະສອນ ຈະນຳ ເອົາລາຍລະອຽດມາສະເໜີທ່ານ.

ສຳລັບຜູ້ຊອກຫາພະນັກງານໃໝ່, ແລະ ຜູ້ທີ່ກຳລັງຊອກຫາວຽກເຮັດ, ເດືອນກຸມ ພາທີ່ຜ່ານ ແມ່ນເດືອນທີ່ດີ. ເວັບໄຊທ໌ ຊອກຫາວຽກ Indeed.com ກ່າວວ່າ ຄວາມຮຽກຮ້ອງຕ້ອງການ ຂອງນາຍຈ້າງແມ່ນໄດ້ເພີ່ມຂຶ້ນສູງ. ຫົວໜ້ານັກເສດ ຖະສາດຂອງເວັບໄຊທ໌ດັ່ງກ່າວ ທ່ານ ນາງ Tara Sinclair ກ່າວວ່າ ຄວາມເປັນ ຫ່ວງກໍແມ່ນວ່າວຽກຫຼາຍຕຳແໜ່ງທີ່ເປົ້າວ່າງຈະ ບໍ່ຖືກຕື່ມເຕັມ. ພວກເຮົາໄດ້ໂອ້ ລົມກັບເພີ່ມຜ່ານທາງ Skype.

ທ່ານນາງ Tara ກ່າວວ່າ “ແທ້ຈິງແລ້ວ, ນີ້ແມ່ນຕົວເລກຊະນິດໜຶ່ງທີ່ພວກເຮົາ ໄດ້ຫວັງວ່າ ບັນດານາຍຈ້າງຈະສາມາດຫາຄົນມາເຮັດວຽກໃນຕຳແໜ່ງທີ່ວ່າງ ນັ້ນ, ເພາະວ່າພວກເຮົາ ໄດ້ເຫັນລະດັບຄວາມຮຽກຮ້ອງຕ້ອງການຂອງບັນ ດານາຍຢູ່ໃນເວັບໄຊທ໌ ຂອງພວກເຮົາ ສູງເປັນສະຖິຕິ.”

ປະທານາທິບໍດີ ບາຣັກ ໂອບາມາ ກ່າວວ່າ ຖ້ອຍຄຳເວົ້າໃນການໂຄສະນາຫາສຽງທີ່ວ່າ ອາເມ ຣິກາ ແມ່ນກຳລັງມີບັນຫາທາງດ້ານເສດຖະກິດແມ່ນຜິດ.

ທ່ານ ບາຣັກ ໂອບາມາ ກ່າວວ່າ “ມັນເບິ່ງຄືວ່າຢູ່ທາງນອກນັ້ນມັນຈະເປັນ ຄວາມຈິງທີ່ແຕກ ຕ່າງຈາກການທີ່ບັນດານັກການເມືອງບາງຄົນກ່າວວ່າ ອາເມຣິກາ ແມ່ນໄດ້ຕົກລົງຢູ່ກົ້ນ ຖັງຂີ້ເຫຍື້ອ. ມັນບໍ່ແມ່ນ, ອາເມຣິກາ ແມ່ນຂ້ອນຂ້າງຈະຈະເລີນໃນຕອນນີ້.”

ໃນເມື່ອວຽກງານໃໝ່ທີ່ມີຄວາມຕ້ອງການຈຳນວນຫຼາຍ ແມ່ນໃນດ້ານການກໍ່ສ້າງ ແລະ ການ ແພດ, ແຕ່ຈຳນວນທີ່ມີການວ່າຈ້າງຫຼາຍທີ່ສຸດແມ່ນວຽກງານທີ່ມີຄ່າ ຈ້າງຕ່ຳໃນຮ້ານຂາຍ ເຄື່ອງຍ່ອຍແລະ ການບໍລິການອາຫານ. ໃນພາກສ່ວນຂອງ ບໍ່ແຮ່ ແລະ ພະລັງງານໄດ້ຕັດ ວຽກງານລົງ ແລະ ຄ່າແຮງງານກໍຫຼຸດຕ່ຳລົງໜ້ອຍ ໜຶ່ງ.

ທ່ານນາງ Tara ກ່າວວ່າ “ວຽກງານ 242,000 ຕຳແໜ່ງແມ່ນຕົວເລກທີ່ໃຫຍ່, ແລະ ເຫັນ ມັນມາໂດຍບໍ່ມີຜົນປະໂຫຍດສຳລັບຄ່າແຮງງານຊີ້ໃຫ້ເຫັນວ່າ ມັນຍັງມີຊ່ອງວ່າງອີກ ຫຼາຍການລັບການປັບປຸງ.”

ການຢັ່ງຫາງສຽງຄັ້ງໃໝ່ໂດຍ ສະຖາບັນ ອາເມຣິກາ ນັກບັນຊີບໍລິການສັງຄົມທີ່ຮັບການ ຮັບຮອງ ຫຼື AICPA ແນະນຳວ່າ ການຫຼຸດລົງຂອງຄວາມໝັ້ນໃຈ ໃນການເຮັດທຸລະກິດ ອາດເຮັດໃຫ້ບັນດານາຍຈ້າງຕ້ອງລະມັດລະວັງ. ນີ້ແມ່ນປະທານ ສະຖາບັນ AICPA ທ່ານນາງ Valerie Rainey ກ່າວຜ່ານທາງ Skype.

ທ່ານນາງ Valerie Rainey ກ່າວວ່າ “ເຄື່ອງບົ່ງບອກຂອງການສຳຫຼວດອາດກ່າວວ່າ ປະຊາ ຊົນໄດ້ເປັນຫ່ວງວ່າ ພາວະເສດຖະກິດຕົກຕຳ່ກຳລັງຈະມາ.” ແຕ່ວ່າຄວາມເປັນຫ່ວງ ກ່ຽວ ກັບພາວະເສດຖະກິດໂລກຕົກຕ່ຳທີ່ກຳລັງພັດ ຜ່ານເສດຖະກິດ ສະຫະລັດ ອາດຈະຫຼາຍ ເກີນໄປ. ໃນການລົມກັນທາງ Skype ກັບທ່ານ Ryan Sweet ຈາກບໍລິສັດ Moody's Analytic ເຊິ່ງເປັນ ບໍລິສັດວິເຄາະທາງດ້ານເສດຖະກິດກ່າວວ່າ ຄວາມອັນຕະລາຍນອນ ຢູ່ໃນ ສິ່ງທີ່ທ່ານເອີ້ນວ່າ ວົງລ້ອມຂອງຜົນສະທ້ອນກັບໃນທາງລົບ.”

ທ່ານ Ryan Sweet ກ່າວວ່າ “ຕະຫຼາດວຽກງານແມ່ນກຳລັງຂະຫຍາຍຕົວໂດຍ ທຸກໆການ ວັດແທກ, ນອກຈາກຄ່າແຮງງານ. ຂ້າພະເຈົ້າໝາຍຄວາມວ່າ ຄ່າແຮງງານຈະໄລ່ສູງຂຶ້ນມາ ໃນສອງສາມໄຕມາດຂ້າງໜ້າ. ແລະ ເມື່ອໃດທີ່ສະຖານະການນີ້ ມັນບໍ່ສົ່ງຜົນກະທົບໃສ່ ບ່ອນທີ່ມີການຕົກຕ່ຳຂອງລາຄາຮຸ້ນເລີ່ມ ທີ່ຈະສົ່ງ ຜົນກະທົບຕໍ່ຈິດໃຈຂອງຜູ້ບໍລິໂພກ ຫຼື ທຸລະກິດ ແລະ ຈິດໃຈຂອງນັກ ລົງທຶນ, ຂ້າ ພະເຈົ້າຄິດວ່າພວກເຮົາຈະສາມາດລອດພົ້ນ ຈາກອຸປະສັກນີ້ໄດ້ ຢ່າງດີພໍໃຊ້ໄດ້.”

ຈຳນວນການວ່າຈ້າງງານໃໝ່ ສະເໜີວ່າຈະຫຼາດວຽກງານຍັງມີບ່ອນເພື່ອການ ເຕີບໂຕຢູ່, ເວັບໄຊທ໌ Indeed.com ເຊິ່ງໄດ້ຮັບຜູ້ເຂົ້າໄປເປີດເບິ່ງເວັບໄຊທ໌ ຂອງພວກເຂົາເຈົ້າ 180 ລ້ານຄົນຕໍ່ສັບປະດາກ່າວວ່າ ສຳລັບຜູ້ທີ່ກຳລັງຊອກຫາ ວຽກງານ ຫຼື ກຳລັງຄິດທີ່ຈະປ່ຽນ ວຽກເຮັດ, ມັນບໍ່ເຄີຍມີເວລາທີ່ດີກວ່າມາກ່ອນ.

XS
SM
MD
LG