ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມຄາດຫວັງ ທາງດ້ານເສດຖະກິດ ຂອງ ສະຫະລັດ ມີຄວາມສົດໃສ ຂຶ້ນກວ່າເກົ່າ


US Economic Outlook Brighter; Global Future Less Clear
please wait

No media source currently available

0:00 0:02:15 0:00

ຊົມວິດີໂອ ກ່ຽວກັບ ຂ່າວນີ້

ພາຍຫຼັງປີໜຶ່ງ ຂອງສະພາບເສດຖະກິດທີ່ບໍ່ສະໝ່ຳສະເໜີ, ມັນ ເລີ່ມຈະເບິ່ງຄືວ່າ ການຟື້ນຟູ ເສດຖະກິດ ໃນ ສະຫະລັດ ແມ່ນອາດ ຈະມີການຄວບຄຸມໄດ້. ນັ້ນແມ່ນຄວາມຄິດເຫັນໃນ ບາງສ່ວນໂດຍ ການຕັດສິນໃຈຂອງທະນາຄານກາງ ເພື່ອຂຶ້ນອັດຕາດອກເບ້ຍເປັນ ຄັ້ງທຳອິດ ຕັ້ງແຕ່ວິກິດການທາງດ້ານການເງິນ​ເລີ້ມມາ. ແຕ່ວ່າ, ໃນ ຂະນະທີ່ນັກຂ່າວວີໂອເອ Mil Arcega ລາຍງານ, ການຄາດຫວັງ ສຳລັບເສດຖະກິດໂລກ ແມ່ນຍັງບໍ່ກະຈ່າງແຈ້ງເທື່ອ. ເຊິ່ງລາຍລະ ອຽດຈະເປັນແນວໃດນັ້ນ ພຸດທະສອນ ຈະເປັນຄົນນຳສະເໜີທ່ານ.

ເລື່ອງໃຫຍ່ ໃນຂະນະທີ່ປີ 2015 ໃກ້ຈະຈົບລົງ ແມ່ນການຕັດ ສິນໃຈ ທີ່ຈະຂຶ້ນອັດຕາດອກ​ເບ້ຍການກູ້ຢືມເງິນ ທີ່ເປັນເກນມາດຕະ ຖານຂອງທະນາຄານກາງສະຫະລັດ 0.25 ເປີເຊັນ.

ທ່ານນາງ Janet Yellen ປະທານທະນາຄານກາງກ່າວວ່າ “ແລະ ມັນໄດ້ສະທ້ອນ​ໃຫ້​ເຫັນ​ເຖິງຄວາມໝັ້ນໃຈຂອງຄະນະກຳມະການວ່າ ເສດຖະກິດຈະສືບຕໍ່ຂະຫຍາຍ ຕົວ.”

ເຖິງແມ່ນວ່າຈະມີການຂຶ້ນໆລົງໆໃນຕອນຕົ້ນຂອງປີກໍ​ຕາມ, ​ແຕ່ການຂະຫຍາຍຕົວຂອງ ສະຫະລັດ ໄດ້ປະກົດວ່າ ມີຄວາມໝັ້ນຄົງ, ແລະ ການຫວ່າງງານແມ່ນຕ່ຳສຸດໃນຮອບ 7 ປີ. ອົງການຈັດອັນດັບມາດຕະ ຖານດ້ານ​ສິນ​ເຊື່ອ S&P ແມ່ນຄາດ​ຄະ​ເນ​ວ່າ ​ຈະ​ມີການຂະ ຫຍາຍຕົວ 2.7 ເປີເຊັນໃນປີ 2016 ແລະ ​ເປັນ​ສິ່ງທີ່ ສະຫະລັດ ບໍ່ເຄີຍເຫັນມາກ່ອນ​ສຳລັບ ການຈ້າງງານເຕັມ​ເວລາໃນຮອບ 7 ກວ່າປີ.

ທ່ານນາງ Beth Ann Bovino ຫົວໜ້ານັກເສດຖະສາດ S&P ກ່າວວ່າ “ຂ່າວດີ, ພວກ ເຮົາໄດ້ເຫັນການພັດທະນາ, ແລະ ພວກເຮົາກໍຫວັງທີ່ຈະໄດ້ເຫັນໃນຂະນະທີ່ ເສດຖະກິດຂະຫຍາຍຕົວແຂງແຮງຂຶ້ນເລື້ອຍໆ, ພວກເຮົາກໍຫວັງຢາກເຫັນວ່າ ອັດຕາການວ່າງງານຈະຫຼຸດລົງຕ່ຳອີກໜ້ອຍໜຶ່ງ, ໃກ້ກັບ 4.6 ເປີເຊັນໃນທ້າຍ ປີໜ້າ.”

ແຕ່ວ່າຄວາມຫວັງສຳລັບເສດຖະກິດໂລກ ແມ່ນຢາກມືດຄຶ້ມໜ້ອຍໜຶ່ງ, ອີງຕາມສະມາຄົມ ເພື່ອເສດຖະກິດທຸລະກິດແຫ່ງຊາດ.

ທ່ານ Ken Simonson ຈາກສະມາຄົມເພື່ອເສດຖະກິດທຸລະກິດແຫ່ງຊາດ ກ່າວວ່າ“ຄວາມ ຄາດຫວັງໃນທົ່ວໂລກແມ່ນຄົງຈະເປັນການຂະຫຍາຍຕົວຕ່ຳກວ່າທີ່ ສະຫະລັດ​ໄດ້ປະສົບມາ, ຢ່າງໜ້ອຍກໍ​ຢູ່ໃນບັນດາປະເທດທີ່ພັດທະນາແລ້ວ.”

ບົດລາຍງານ ອົງການສະຫະປະຊາຊາດ ກ່ຽວກັບ ຄວາມຫວັງທາງດ້ານເສດຖະກິດໂລກໄດ້ ໃຫ້ທັດສະນະວ່າ ກະແສລົມສວນຍັງຈະສືບ ຕໍ່ມີຢູ່ໃນທົ່ວໂລກ, ໂດຍສະເພາະກຸ່ມຕະຫຼາດ ພຸ່ງ​ພົ້ນໃໝ່ ເຊິ່ງຄັ້ງໜຶ່ງໄດ້ດຶງດູດເອົາບັນດານັກລົງທຶນ ທີ່ຊອກຫາຜົນຕອບແທນທີ່ມີອັດຕາ ສູງກວ່າ. ທ່ານ Gus Fauchner ນັັກເສດຖະສາດທີ່ສູນບໍລິການດ້ານການເງິນ PNC ກ່າວ ຜ່ານທາງ Skype ວ່າ.

“ຂ້າພະເຈົ້າຄິດວ່າ ມັນຈະມີຄວາມຫຍຸ້ງຍາກຍິ່ງຂຶ້ນສຳລັບກຸ່ມຕະຫຼາດພຸ່ງ​ພົ້ນ ໃໝ່. ພວກມັນໄດ້ຮັບຜົນຕໍ່ກະແສເງິນທຶນໃຫຍ່ເຂົ້າແລະອອກຫຼາຍຂຶ້ນ, ດັ່ງນັ້ນ ມັນອາດຈະເປັນຄວາມສັບສົນວຸ້ນວາຍບາງຢ່າງ ໃນຂະນະທີ່ທະນາຄານກາງໄດ້ ເລີ່ມທີ່ຈະຂຶ້ນອັດຕາດອກເບ້ຍໃນ ສະຫະ ລັດ.”

ແລະໃນຂະນະທີ່ປີ 2016 ເລີ່ມຕົ້ນ, ຄວາມເປັນຫ່ວງທີ່ມີຢູ່ ກ່ຽວກັບການເຕີບໂຕທີ່ຊ້າກວ່າ ໃນ ຢູໂຣບ ແລະ ໃນ ຈີນ ແມ່ນຍັງຄົງມີຢູ່ຄື ເກົ່າ. ເຖິງແມ່ນວ່າຈະມີຄວາມບໍ່ແນ່ນອນ, ນັກ ເສດຖະສາດສ່ວນໃຫຍ່ກ່າວວ່າ ຄຳເຕືອນກ່ຽວກັບຄວາມເປັນໄປໄດ້ ຂອງພາວະເສດຖະກິດ ຕົກຕ່ຳໃນທົ່ວໂລກແມ່ນເກີນຄວາມຈິງ.

ທ່ານນາງ Beth Ann Bovino ກ່າວວ່າ “ເຫັນໄດ້ຊັດເຈນວ່າ ສິ່ງຕ່າງໆອາດຈະບໍ່ປະ ສົບຜົນສຳເລັດ. ພວກເຮົາເຫັນຄວາມເປັນຫ່ວງໃນເຂດສະກຸນເງິນຢູໂຣ, ຄວາມ ອ່ອນ​ຕົວ​ລົງໃນ ຈີນ, ທຸກໆສິ່ງເລົ່ານີ້ ໄດ້ຊີ້ໃຫ້ເຫັນວ່າມັນຈະເປັນ, ມັນຈະເປັນ ຫົນທາງທີ່ມີຂຸມຫຼຸບໂນນ, ແຕ່ວ່າຂ້າພະເຈົ້າບໍ່ຈຳເປັນທີ່ຈະເວົ້າສິ່ງທີ່ສະເໜີວ່າ ສະພາບເສດຖະກິດຕົກຕ່ຳ ແມ່ນໃກ້ຈະເກີດຂຶ້ນ​ແລ້ວ.”

ເຖິງວ່າຈະມີຄວາມຄາດຫວັງທີ່ດີຂຶ້ນຂອງ ສະຫະລັດ ມູນຄ່າເງິນໂດລາ ທີ່ສູງຂຶ້ນ ແມ່ນເບິ່ງ ຄືວ່າ ຈະສົ່ງຜົນກະທົບໃຫ້ກັບບັນດາຜູ້ສົ່ງອອກໃນປີ 2016 ແມ່ນກະທັ້ງການຫຼຸດລົງຂອງ ລາຄານ້ຳມັນໄດ້ຫຼຸດການລົງທຶນ​ໃນດ້ານພະລັງງານລົງ.

XS
SM
MD
LG