ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ອາດ​ຈະເພີ່ມ ການກົດ​ດັນ ດ້ານການຄ້າ ຕໍ່ຈີນ ​ໄວໆນີ້


ທ່ານ​ດໍ​​ໂນ​ລ ທຣໍາ ປະທານາທິບໍດີ​ສະຫະລັດ ກໍາລັງຟັງລາຍງານກ່ຽວກັບເລື່ອງຕ່າງໆ ໃນຂະນະທີ່ທ່ານ ຢູ່ຫ້ອງ Roosevelt ຂອງທໍານຽບຂາວ ທີ່ນະຄອນວໍຊິງຕັນ ໃນວັນພຸດທີ 2 ສິງຫາ, 2017.
ທ່ານ​ດໍ​​ໂນ​ລ ທຣໍາ ປະທານາທິບໍດີ​ສະຫະລັດ ກໍາລັງຟັງລາຍງານກ່ຽວກັບເລື່ອງຕ່າງໆ ໃນຂະນະທີ່ທ່ານ ຢູ່ຫ້ອງ Roosevelt ຂອງທໍານຽບຂາວ ທີ່ນະຄອນວໍຊິງຕັນ ໃນວັນພຸດທີ 2 ສິງຫາ, 2017.

ທ່ານ​ດໍໂນ​ລ ທຣໍາ ປະທານາທິບໍດີ​ສະຫະລັດ ​ຄາດ​ກັນ​ວ່າ ອາດ​ຈະເພີ້ມຄວາ​ມກົດ
​ດັນ​ຕໍ່ຈີນ​ໃນ​ໄວໆນີ້ ​ເພື່ອ​ໃຫ້​ປ່ຽນ​ແປງ​ວິທີການ​ເຮັດ​ການ​ຄ້າ​ຂອງ​ເຂົາ​ເຈົ້າ ​ແລະ​ດຳ
​ເນີນ​ການເພີ້ມຂຶ້ນ ​ເພື່ອຈະ​ຢຸດຕິ​ໂຄງການ​ອາວຸດ​ຂອງ​ເກົາຫລີ​ເໜືອ.

ລາຍ​ງານ​ຢູ່​ໃນ​ຂ່າວສານ​ທາງ​ການ​ເງິນ ​ໃນ​ວັນ​ພະຫັດ​ວານ​ນີ້​ ທຳນາຍ​ວ່າ ປະທານາທິ
ບໍດີ​ທຣໍາ ອາດ​ຈະ​ເຊັນ​ຄໍາ​ສັ່ງ​ດ່ັງກ່າວໃນ​ໄລຍະ​ສອງ​ສາມມື້ຕໍ່ໜ້າ​ນີ້ ​ເພື່ອ​ເປີດ​ການ​ສືບ
ສວນ ທີ່​ຈີນ​ຕ້ອງການ​ໃຫ້​ບໍລິສັດ​ຕ່າງປະ​ເທດ ເປີດ​ເຜີຍ​ຄວາມ​ລັບ​ທາງ​ເທັກ​ໂນ​ໂລ​ຈີ​
ໃຫ້​ເຂົາ​ເຈົ້າຮູ້​ນໍາ ​ເພື່ອ​ເປັນ​ການ​ແລກປ່ຽນກັບ​ການ​ອະ​ນຸຍາດ​ໃຫ້​ເຂົ້າ​ເຖິງ​ຕະຫລາດ​
ອັນ​ກວ້າງ​ໃຫຍ່​ຂອງ​ຈີນ.

​ເຈົ້າໜ້າ​ທີ່​ທຳນຽບຂາວ​ກ່າວ​ວ່າ ບໍ່​ຄາດ​ວ່າ​ຈະ​ມີ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ເກີດ​ຂຶ້ນ​ໃນ
​ວັນ​ສຸກ​ມື້ນີ້ ດັ່ງ​ທີ່​ລາຍ​ງານ​ຂ່າວ​ໃນ​ຂັ້ນຕົ້ນສະ​ແດງ​ໃຫ້​ເຫັນ​ນັ້ນ. ການ​ສືບສວນ​ດັ່ງ​ກ່າວ
​ໃນ​ທີ່​ສຸດ​ອາດ​ນໍາ​ໄປ​ສູ່​ການວາງ​ອັດຕາ​ພາສີ​ສິນຄ້າ​ຂາ​ເຂົ້າທີ່​ສູງ​ຂຶ້ນກວ່າ​ເກົ່າ ຕໍ່ສິນຄ້າ
​ຈາກ​ຈີນ ທີ່​ນໍາ​ເຂົ້າມາ​ໃນ​ຕະຫລາດ​ອາ​ເມຣິກາ ຊຶ່ງ​ເປັນ​ຕະຫລາດ​ທີ່​ໃຫຍ່​ທີ່​ສຸດ​ໃນ​
ໂລກ​ນັ້ນ. ນັກ​ຊ່ຽວຊານ​ດ້ານ​ການ​ຄ້າເຕືອນ​ວ່າ ການ​ກະທໍາ​ດັ່ງກ່າວ ​ອາດ​ເປັນ​ການ
ລະ​ເມີດ ຕໍ່ຄວາມ​ໝັ້ນໝາຍຂອງ​ສະຫະລັດ ​ທີ່​ໃຫ້​ໄວ້​ຕໍ່​ອົງການ​ການ​ຄ້າ​ໂລກ.

​ແນວ​ໃດ​ກໍ​ຕາມ ລັດຖະມົນຕີ​ກະຊວງ​ການ​ຄ້າ ທ່ານ Wilbur Ross ​ໄດ້​ຕ້ອງ​ຕິ​ເມື່ອໝໍ່ໆ
ມານີ້ ຕໍ່ການ​ເຮັດ​ການ​ຄ້າ​ຂອງ​ຈີນ ລວມທັງ​ການ​ບັງຄັບ​ໃຫ້ໂອນ​ເທັກ​ໂນ​ໂລ​ຈີ​ໃຫ້​ຈີນ ​
ແມ່ນ ບໍ່ຍຸຕິ​ທໍາ, ເຮັດ​ໃຫ້​ສິນຄ້າ​ຂາ​ຂາ​ອອກ​ຂອງ​ສະຫະລັດ​ໄດ້​ຮັບ​ຜົນ​ເສຍ​ຫາຍ ​ແລະ
​ມີ​ສ່ວນ​ເຮັດ​ໃຫ້​ສະຫະລັດ​ຂາດດຸນ​ການ​ຄ້າຢູ່ 347 ຕື້​ໂດ​ລາ ​ໂດຍ​ຈີນ​ເປັນ​ຝ່າຍໄດ້​ປຽບ.

​ໃນ​ຕອນ​ທີ່​ທ່ານ​ທຣໍາ​ເປັນ​ຜູ້​ສະໝັກ​ແຂ່ງຂັນ​ເປັນ​ປະທານາທິບໍດີ​ນັ້ນ ທ່ານ​ໄດ້​ຕໍາໜິຕິ
ຕຽນວິທີ​ການ​ເຮັດ​ການ​ຄ້າ​ຂອງ​ຈີນ​ຢ່າງໜັກໜ່ວງ. ພ້ອມ​ກັນນັ້ນ ທ່ານຍັງ​ເວົ້າວ່າ​ຈີນ
ທີ່​ເປັນ​ປະ​ເທດ​ເພື່ອ​ບ້ານ​ ​ແລະ​ເປັນ​ພາ​ຄີ​ທາງ​ການ​ຄ້າໃຫຍ່ສຸດຂອງ​ເກົາຫລີ​ເໜືອນັ້ນ
ສາມາດ​ເຮັດ​ຫລາຍ​ຢ່າງ​ໄດ້​ ​ເພື່ອຢຸດຕິ​ຄວາມ​ພະຍາຍາມ​ຂອງ​ພຽງຢາງ​ ໃນ​ການ​ປັບ
ປຸງອາວຸດ​ນີວ​ເຄລຍ ​ແລະ​ລູກ​ສອນໄຟ​ຂີ​ປະ​ນາ​ວຸດຂອງ​ຕົນ. ນັກ​ຊ່ຽວຊານ​ຂອງ​ສະ
ຫະລັດ​ເຕືອນ​ວ່າ ການ​ທົດ​ລອງລູກ​ສອນໄຟ​ຂີ​ປະ​ນາ​ວຸດ ​ແລະ​ລະ​ເບີດ​ນິວ​ເຄລຍຂອງ
ເກົາຫລີ​ເໜືອ ສະ​ແດງ​ໃຫ້​ເຫັນ​ວ່າ ​ປະ​ເທດ​ດັ່ງກ່າວ​ກໍາລັງ​ເປັນ​ໄພ​ຂົ່ມຂູ່​ທີ່​ເພີ້ມຂຶ້ນຕໍ່
ສະຫະລັດ.

ທ່າ​ທີ​ທີ່​ແຂງ​ແກ່ນຂຶ້ນ​ຂອງ​ທ່ານ​ທຣໍາ ກ່ຽວກັບ​ບັນຫາ​ການ​ຄ້າ ​ໄດ້​ຊ່ວຍ​ໃຫ້​ທ່ານ​ໄດ້​ຮັບ​
ຄະ​ແນນ​ສຽງຈາກ​ຜູ້​ປ່ອນ​ບັດ​ທີ່​ມາ​ຈາກຊົນ​ຊັ້ນ​ອອກ​ແຮງ​ງານ ທີ່​ເຊື່ອ​ວ່າການ​ທີ່​ເຂົາ​ເຈົ້າ​
ເສຍ​ວຽກ​ເຮັດ​ງານ​ທໍາ​ຍ້ອນ​ມີ​ການ​ແຂ່ງຂັນທີ່​ບໍ່​ເປັນ​ທໍາ​ຈາກ​ຕ່າງປະ​ເທດ. ວິທີ​ການ​
ຂອງ​ທ່ານ​ເປັນ​ການ​ຄັດ​ກັບທ່າ​ທີ​ເດີມ​ຂອງ​ພັກຣີພັບ​ບລິ​ກັນ ທີ່​ສົ່ງ​ເສີມ​ການ​ ​ແລະ​ສົ່ງ​ເສີມ​
ການ​ເຮັດທຸລະ​ກິດ. ​ໃນຕົ້ນອາທິດ​ນີ້ ພັກ​ເດ​ໂມ​ແຄຣັດທີ່​ເປັນ​ຜູ້ຕໍ່ຕ້ານ​ທ່ານ​ທຣໍາ ​ໄດ້​ກ່າວ
​ຫາ​ທ່ານ​ທຣໍາວ່າ ທ່ານ​ໄດ້​ແຕ່​ເວົ້າວ່າ​ຈະໃຊ້​ມາດ​ຕະການໜັກຕໍ່ບັນ​ຫາ​ການ​ຄ້າ ​ແຕ່​ບໍ່​
ໄດ້ມີ​ການ​ກະທໍາ​ໃດໆທີ່​ມີ​ປະສິດທິ​ຜົນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG