ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະຊາຊົນທົ່ວໂລກ ໄດ້ເຫັນ ສຸລິຍະຄາດ ເຕັມດວງ (ເບິ່ງສະໄລດ໌)


ປະຊາຊົນ​ຕັ້ງ​ແຕ່ເຂດເອ​ເຊຍ​ຕາ​ເວັນ​ອອກ ​ໄປ​ຮອດ​ພາກ​ຕາ​ເວັນ​ຕົກ​ຂອງ ສະຫະລັດ​ ໄດ້​ມີ​ໂອກາດ​ໄດ້​ເຫັນ​ເຫດການ​ທີ່​ບໍ່​ສູ້​ມີ​ຂຶ້ນ​ ເວລາ​ດວງ​ຈັນ​ໂຄຈອນໄປ​ບັງ​ໜ່ວຍ​ຕາ​ເວັນ ເກື​ອບ​ເຕັມ​ດວງ ​ແລະສ້າງ​ວົງແຫວນ​ແສງໄຟ​ຂຶ້ນ​ໃນ​ທ້ອງຟ້າ.

ຜູ້​ຄົນ​ສາມາດ​ເຫັນຮູບ​ວົງ​ແຫວນ​ຂອງ​ພະ​ອາທິດ​ໄດ້​ຢ່າງ​ຊັດ​ແຈ້ງ​ ໃນ​ຫຼາຍເຂດ​ຂອງ​ເອ​ເຊຍ​ໃນ​ເຊົ້າ​ວັນ​ຈັນ​ມື້​ນີ້ ​ແລະ​ໃນ​ຕອນບ່າຍ​ຂອງວັນ​ອາທິດຢູ່ໃນ​ສະຫະລັດ ​ເວລາ​ດວງ​ຈັນ​ເຄື່ອນໄປ​ຢູ່​ລະຫວ່າງ​ກາງ​ໂລກ​ກັບ​ດວງ​ຕາ​ເວັນ ​ໂດຍ​ບັງ​ພະ​ອາທິດ​ໄວ້​ເກືອບໝົດ ​ພາໃຫ້​ເຫັນ​ວົງ​ແຫວນ​ທີ່ແຈ້ງ​ສະຫວ່າງ ​ອ້ອມ​ດວງ​ຕາ​ເວັນທີ່​ມືດ​ຢູ່​ທາງ​ກາງນັ້ນ.

ພວກ​ທີ່​ລໍຖ້າເບິ່ງ​ປາກົດການ​ນີ້ ຈໍານວນ​ເປັນ​ຮ້ອຍໆ​ຫຼື​ເປັນ​ພັນໆ​ຄົນພາກັນ​ໄປ​ຊຸມນຸມ​ກັນ​ຢູ່​ໃນ​ກາງ​ທົ່ງ ​ແລະ​ຢູ່​ໃນ​ຫໍ​ເບິ່ງ​ດວງ​ດາວ​ແຫ່ງ​ຕ່າງໆ​ໃນ​ທົ່ວ​ໂລກ. ຫຼາຍ​ຄົນ​ພາກັນ​ໃຊ້​ແວ່ນຕາ​ພິ​ເສດສໍາລັບ​ເບິ່ງສຸລິຍະຄາດ ​ເພື່ອ​ປ້ອງ​ກັນຕາ​ຂອງ​ເຂົາ​ເຈົ້າ​ ໃນ​ລະຫວ່າງ​ຊົມ​ກົບກິນ​ຕາ​ເວັນ​ນັ້ນ.

ທີ່ຍີ່ປຸ່ນ ໂທລະພາບໄດ້​ຖ່າຍ​ທອດສົດ ​ປາກົດການສຸລິຍະຄາດເກືອບ​ເຕັມ​ດວງນີ້​.

ດວງ​ເດືອນບົດ​ບັງ​ໜ່ວຍ​ຕາ​ເວັນ ​ປະມານ 95 ​ເປີ​ເຊັນ​ ເວລາ​ເກີດ​ສຸລິຍະ​ ຄາດ​ທີ່​ເປັນ​ວົງ​ແຫວນ​ແບບ​ນີ້. ​ເທື່ອ​ຫຼ້າ​ສຸດ​ທີ່ກົບກິນ​ຕາ​ເວັນ​ເກືອບ​ເຕັມ​ດວງ​ແບບ​ນີ້​ເກີດ​ຂຶ້ນ​ ໃນສະຫະລັດ​ ແມ່ນ 18 ປີກ່ອນ.

XS
SM
MD
LG