ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໙ ມີນາ ໒໐໒໓

ການຢ້ຽມຢາມ ເອເຊຍ ຂອງທ່ານນາງ Clinton ເນັ້ນໜັກໃສ່ ດ້ານເສດຖະກິດ


ລັດຖະມົນຕີການຕ່າງປະເທດຫວຽດນາມ ທ່ານ Pham Binh Minh (ຂວາ) ແລະລັດຖະມົນຕີການຕ່າງປະເທດສະຫະ ລັດ ທ່ານນາງ Hillary Clinton ພວມພາກັນຍ່າງໄປຫ້ອງປະຊຸມ ທີ່ບ້ານພັກຂອງລັດຖະບານ ໃນນະຄອນຫຼວງຮ່າໂນ່ຍ (10 ກໍລະກົດ 2012)

ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Hillary Clinton ຄາດ​ວ່່າ​ ຈະ​ເນັ້ນ
ໜັກ​ໃສ່​ດ້ານ​ເສດຖະກິດ ​ຫລາຍ​ກວ່າຄວາມ​ເປັນ​ຫ່ວງ​ ທາງດ້ານທະ​ຫານ

ທ່ານ​ນາງ Clinton ​ທີ່​ເດີນ​ທາງ​ໄປ​ເຖິງຫວຽດນາມ ​ໃນ​ວັນ​ອັງຄານ ມື້ນີ້ ມີ​ກຳນົດທີ່​ຈະ
​ປະກາດ​ກ່ຽວ​ກັບ​ຂໍ້​ສະ​ເໜີ​ຈຳນວນ​ນຶ່ງ ​ແນ​ໃສ່​ທີ່​ແນໃສ່ເພື່ອຂະຫຍາຍການ ລົງ​ທຶນຂອງ
ສະຫະລັດ ແລະ​ການ​ສົ່ງ​ອອກຢູ່​ໃນ​ຂົງ​ເຂດ ທີ່​ສາມາດ​ເວົ້າ​ໄດ້ວ່າ ​ເປັນ​ເຂດ​ທີ່​ມີເສດຖະກິດ
​ຂະຫຍາຍ​ໂຕໄວທີ່​ສຸດ​ຂອງ​ໂລກ.

​ແຕ່​ການ​ດຳ​ເນີນ​ການ​ເພີ່ມ​ຂຶ້ນທາງດ້ານເສດຖະກິດຂອງສະຫະລັດ ຢູ່​ໃນ​ເອ​ເຊຍ​ອາຄະ​ເນ ​
ແມ່ນ​ມີ​ທ່າ​ທາງ​ວ່າ ຈະມີ​ການມອງ​ເຫັນ​ເປັນການ​ທ້າ​ທາຍຈາກຈີນ ຊຶ່ງ​ການ​ຄັດຄ້ານ​ຢ່າງ
​ແຂງ​ຂັນ​ຕໍ່​ຍຸດ​ທະ​ສາດ​ໃໝ່​ຂອງ​ລັດຖະບານ​ທ່ານ Obama ​ທີ່ ​ໄດ້​ເພັ່ງ​ເລັງ​ໃສ່ເຂດປາຊິ​ຟິກ.

ນັບ​ຕັ້ງ​ແຕ່​ໄດ້​ມີ​ການ​ປະກາດຂອງ​ວໍ​ຊິງ​ຕັນ ກ່ຽວ​ກັບ​ການ​ຫັນປ່ຽນ​ໄປ​ໃສ່​ເຂດ​ເອ​ເຊຍ ໃນ​
ປີ​ກາຍ​ນີ້ ສະຫະລັດ​ໄດ້ຟື້ນຟູ​ຄວາມ​ສໍາ​ພັນທາງ​ທະ​ຫານຄືນໃໝ່​ ກັບ ຫລາຍ​ປະ​ເທດ ຮ່ວມ
​ທັງ​ຟິລິບ​ປີນ ​ແລະ​ຫວຽດນາມ ຊຶ່ງ​ຕ່າງ​ກໍ​ມີ​ຄວາມ​ເປັນ​ຫ່ວງ​ກັງວົນ​ແບບ​ດຽວກັບສະຫະລັດ
ກ່ຽວ​ກັບ​ພະລັງ​ເສດຖະກິດທີ່ພວມ​ເຕີບ​ໃຫຍ່​ຂະ ຫຍາ​ຍ​ໂຕ​ ​ແລະ​ທ່າ​ທີ​ແບບ​ກ້າຫານ​ຫຼາຍ
ຂຶ້ນທາງ​ທະຫານຂອງ​ຈີນ.

ບັນດານັກວິເຄາະ​ຄາດ​ຄະ​ເນ​ວ່າ ທ່ານ​ນາງ Clinton ຈະ​ບໍ່​ກ່າວ​ເຖິງຄວາມ​ບໍ່​ລົງ​ລອຍ​ກັນ
ລະຫວ່າງສະຫະລັດ ​ແລະຈີນ ​ເວລາທ່ານ​ນາງ​ເຂົ້າຮ່ວມ​ກອງ​ປະ​ຊຸ​ມ ​ລັດຖະມົນ​ຕີ​ການ​ຕ່າງ
ປະ​ເທດຂອງ​ສະມາຄົມ​ອາ​ຊ່ຽນ ຢູ່ທີ່​ກໍາ​ປູ​ເຈຍ ​ໃນ​ວັນ​ພຸດ​ນີ້ ໂດຍ​ກ່າວ​ວ່າ ທ່ານ​ນາງ​ຈະເນັ້ນ
​ໜັກ​ເຖິງຄວາມ​ປາດ​ຖະໜາ​ຂອງວໍ​ຊິງ​ຕັນ​ທີ່​ຢາກ ຮ່ວມ​ມື​ກັນກັບປັກ​ກິ່ງ.

ໃນ​ທ້າຍອາທິດ​ນີ້ ທ່ານນາງ Clinton ຈະ​ເປັນ​ເຈົ້າພາບຈັດການ​ພົບ​ປະບັນດາ​ຜູ້​ບໍລິຫານ​
ທຸລະກິດຂອງສ​ະຫະລັດ ໃນກໍາ​ປູ​ເຈຍ ​ເພື່ອ​ສົນທະນາ​ຫາ​ທາງ​ເພີ້​ມການ​ສົ່ງ​ອອກຂອງສະຫະ
ລັດຢູ່​ໃນ​ຂົງ​ເຂດ. ທ່ານ​ນາງຍັງ​ຄາດ​ວ່າ​ ຈະເປີດ​ເຜີຍ​ໃນອັນ​ທີ່ເຈົ້າໜ້າ​ທີ່ເອີ້ນ​ວ່າ “​ເປັນ​ຊັບພະ​ຍາ
ກ​ອນ​ໃໝ່ທີ່​ສໍາຄັນ” ສຳ​ຫຼັບບັນດາ​ປະ​ເທດ ທີ່ຢູ່​ເລາະ​ຕາ​ມລໍາ​ແມ່​ນໍ້າຂອງ.

ແຕ່​ເຖິງ​ແມ່ນ​ວ່າ ທ່ານ​ນາງ Clinton ​ເນັ້ນ​ໜັກໃສ່​ການເສີມ​ຂະຫຍາຍ​ຄວາມ​ສຳ ພັນ​ເພີ່ມ​ຕື່ມ
ທາງ​ດ້ານ​ເສດຖະກິດກໍ​ຈິງ ແຕ່​ແນ່ນອນ ​ເບິ່ງ​ຊົງ​ວ່າຄວາມບໍ່​ລົງ​ລອຍ ກັບຈີນ ​ກໍ​ຈະປະກົດ​ຂື້ນ​
ມາ​ໃຫ້​ເຫັນ. ຢູ່​ທີ່ Mongolia ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້ທ່ານ​ ນາງ Clinton ​ໄດ້​ກ່າວ​ເຖິງ​ຄວາມ
ສຳພັນ ​ໃນ​ການ​ເຕີບ​ໂຕດ້ານ​ເສດຖະກິດ ກັບ ປະຊາທິປະໄຕ ຊຶ່ງ​ຫລາຍ​ຄົນມອງ​ເຫັນ​ວ່າ ​
ເປັນສາກ​ໃນ​ກາ​ນຕິຕຽນຕໍ່ຈີນນັ້ນ.

ທ່າ​ນນາງ ​ໄດ້​ກ່າວ​ຢູ່​ເມືອງ​ຫລວງ​ຂອງມົງ​ໂກ​ເລຍ ນະຄອນ Ulaanbaatar ​ວ່າ ​ການ​ສະໜັບ
ສະ​ໜຸນ​ຕໍ່ປະຊາທິປະໄຕ ​ແລະສິດທິ​ມະນຸດ​ ​ເປັນ “ໝາກ​ຫົວ​ໃຈ” ຂອງ​ຍຸດ​ທະ​ສາດ​ສະຫະລັດ​ຢູ່​
ໃນ​ເຂດ​ເອ​ເຊຍ.

ສ່ວນຈີນ ​ໄດ້​ກ່າວ​ໂຈມ​ຕີໃນ​ວັນ​ອັງຄານມື້ນີ້ ຕໍ່​ການ​ມີໜ້າຂອງສະຫະ​ລັດຢູ່​ໃນ​ຂົງ​ເຂດ. ​ບົດ​
ຄວາມ​ບົດ​ນຶ່ງ​ໃນ​ໜ້າໜັງ​ສື​ພິມ Global Times ​ທີ່​ຄວບ​ຄຸມ​ໂດຍ​ພັກ ຄອມ​ມູນິນນັ້ນ ຢືນ​ຢັດ​ວ່າ
ເປົ້າ​ໝາຍໃນ​ການ​ຫັນປ່ຽນຂອງວໍ​ຊິງ​ຕັນ​ໄປ​ຍັງ​ເຂດ​ເອ​ເຊຍນັ້ນ ​ກໍແມ່ນ​ເພື່ອ​ຄວບ​ຄຸມຈີນຊຶ່ງ​ເປັນ​
ການ​ກ່າວ​ຫາ​ທີ່ສະຫະລັດໄດ້​ປະຕິ​ເສ​ດ ຊໍ້າ​ແລ້ວ​ຊໍ້າ​ອີກ.

XS
SM
MD
LG