ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໑ ພຶດສະພາ ໒໐໒໕

ທ່ານ ໄຣຊີ ມີກໍາໜົດການເພື່ອສາບານຕົນເປັນປະທານາທິບໍດີຄົນໃໝ່ຂອງປະເທດ ອິຣ່ານ


ປະທານາທິບໍດີຄົນໃໝ່ທ່ານ ອິບຣາຮິມ ໄຣຊີ (Ebrahim Raisi) ຍົກມືທັກທາຍໃຫ້ຜູ້ເຂົ້າມາຮ່ວມງານຖະແຫຼງຂ່າວໃນນະຄອນຫຼວງເຕຫະຣ່ານ, ປະເທດອິຣ່ານ. ໃນມື້ວັນຈັນທີ 21 ມິຖຸນາ, ປີ 2021.
ປະທານາທິບໍດີຄົນໃໝ່ທ່ານ ອິບຣາຮິມ ໄຣຊີ (Ebrahim Raisi) ຍົກມືທັກທາຍໃຫ້ຜູ້ເຂົ້າມາຮ່ວມງານຖະແຫຼງຂ່າວໃນນະຄອນຫຼວງເຕຫະຣ່ານ, ປະເທດອິຣ່ານ. ໃນມື້ວັນຈັນທີ 21 ມິຖຸນາ, ປີ 2021.

ທ່ານ ເອບຣາຮິມ ໄຣຊີ ແມ່ນມີກຳນົດທີ່ຈະສາບານຕົນເປັນປະທານາທິບໍດີ ຄົນໃໝ່ຂອງ ອີຣ່ານ ໃນວັນພະຫັດມື້ນີ້.

ສຸດຍອດຫົວອະນຸລັກນິຍົມຄົນດັ່ງກ່າວໄດ້ຊະນະການເລືອກຕັ້ງຢ່າງຖ້ວມລົ້ນໃນ ເດືອນມິຖຸນາທີ່ຜ່ານມາ ໃນການລົງຄະແນນສຽງທີ່ໄດ້ບັນທຶກຜູ້ອອກມາທີ່ເປັນ ຄະແນນສຽງທີ່ຕໍ່າທີ່ສຸດຢ່າງເປັນປະຫວັດການ. ຜູ້ລົງແຂ່ງຂັນຄົນສຳຄັນຈຳ ນວນນຶ່ງ ແມ່ນໄດ້ຖືກຕັດສິດໃນການລົງແຂ່ງຂັນ.

ທ່ານ ໄຣຊີ ຈະເຂົ້າກຳຕຳແໜ່ງໃນເວລາທີ່ ອີຣ່ານ ກຳລັງປະເຊີນກັບສິ່ງ ທ້າທາຍທີ່ໃຫຍ່ທາງເສດຖະກິດ, ລວມທັງຜົນກະທົບຂອງມາດຕະການລົງໂທດ ສະຫະລັດ.

ທ່ານ ໄຣຊີ ໄດ້ກ່າວໃນຄຳປາໄສເມື່ອວັນອັງຄານທີ່ຜ່ານມາວ່າ ທ່ານຈະ ພະຍາຍາມ “ຫາທາງຍົກເລີກມາດຕະການລົງໂທດທີ່ກົດຂີ່ທີ່ຖືກວາງອອກມາ ໂດຍອາເມຣິກາ, ແລະ ຈະບໍ່ຜູກມັດເສດຖະກິດຂອງປະເທດໃສ່ “ກັບຄວາມ ຫວັງຂອງຄົນຕ່າງປະເທດ.”

ສະຫະລັດ ໄດ້ວາງມາດຕະການລົງໂທດໃໝ່ເລີ່ມຕົ້ນໃນປີ 2018, ໃນຂະນະທີ່ ເຂົາເຈົ້າໄດ້ຖອນຕົວອອກຈາກຂໍ້ຕົກລົງສາກົນທີ່ຈຳກັດໂຄງການນິວເຄລຍຂອງ ອີຣ່ານ ໃນການແລກປ່ຽນກັບການຜ່ອນເບົາມາດຕະການລົງໂທດ.

ທັງສອງຝ່າຍໄດ້ຈັດການເຈລະຈາທາງອ້ອມ ກ່ຽວກັບ ການກັບມາປະຕິບັດຕາມ ຂໍ້ຕົກລົງໃໝ່ນັ້ນ.

ອີຣ່ານ ຍັງຖືກຜົນກະທົບຢ່າງໜັກໂດຍໂຣກລະບາດ COVID-19, ໂດຍໄດ້ລາຍງານຕົວເລກຂອງກໍລະນີໃໝ່ທີ່ສູງເປັນສະຖິຕິໃນອາທິດນີ້.

ທ່ານ ໄຣຊີ ໄດ້ຖືກແຕ່ງຕັ້ງເພື່ອນຳພາຄະນະຕຸລາການຂອງ ອີຣ່ານ ໃນປີ 2019. ໃນເດືອນພະຈິກຂອງປີນັ້ນ, ສະຫະລັດ ໄດ້ຈັດທ່ານຢູ່ໃນມາດຕະການ ລົງໂທດ ສຳລັບການມີສ່ວນຮ່ວມຂອງທ່ານໃນການສັງຫານນັກໂທດການເມືອງ ຫຼາຍພັນຄົນໃນປີ 1988.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG