ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມ ຂອງອົງການ ອະນາໄມໂລກ ຈະພິຈາລະນາ ເພື່ອປັບປ່ຽນ ການຮັບມື ກັບ ອີໂບລາ


ພະນັກງານການແພດ ທົດລອງນຸ່ງເຄື່ອງປ້ອງກັນ ເຊື້ອອີໂບລາ
ທີີ່ໂຮງໝໍ Shenzhen Third People ໃນປະເທດຈີນ.
ພະນັກງານການແພດ ທົດລອງນຸ່ງເຄື່ອງປ້ອງກັນ ເຊື້ອອີໂບລາ ທີີ່ໂຮງໝໍ Shenzhen Third People ໃນປະເທດຈີນ.

ບັນດາ​ເຈົ້າ​ໜ້າ​ທີ່​ຂອງອົງການ​ອະນາໄມ​ໂລກຫຼື WHO ມີ​ກຳ
ນົດ​ທີ່ຈະລາ​ຍງານ​ ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ພະຫັດ​ມື້​ນີ້ ຫລັງ​
ຈາກ​ການ​ປະຊຸມ ເພື່ອ​ທົບ​ທວນເບິ່ງ ​ເຫດການຫຼ້າສຸດຕ່າງໆ
ໃນ​ການແຜ່​ລະບາດຂອງອີ​ໂບລາ ທີ່ເຮັດ​ໃຫ້​ປະມານ 4,900
ຄົນ​ເສຍ​ຊີວິດ ຢູ່ອາ​ຟຣິກາ​ຕາ​ເວັນ​ຕົກ.

ຄະນະ​ກຳມະການ​ສຸກ​ເສີນຂອງ WHO ເພື່ອຮັບມືກັບອີ​ໂບລາ
​ໄດ້​ເລີ້ມ​ປະຊຸມ​ ໃນ​ວັນ​ພຸດວານນີ້ ​ແລະ​ກຳລັງ​ພິຈາລະນາ​ວ່າ
ຈະສະ​ເໜີ​ໃຫ້ມີການປັບປ່ຽນຄຳແນະນຳຂອງ​ຕົນ ເພື່ອຮັບມື
ກັບການ​ລະບາດຂອງອີໂບລາຫຼືບໍ່.

​ໄດ້​ມີ​ການ​ຢືນ​ຢັນວ່າ ຢ່າງ​ໜ້ອຍ 9,900 ຄົນ ທີ່​ອາດ​ເປັນ​ໄປ​ໄດ້ ​ແລະ​ສົງ​ໄສ​ວ່າ ​ໄດ້ຕິດ
ເຊື້ອອີ​ໂບລາ ຊຶ່ງສ່ວນ​ໃຫຍ່​ລາຍ​ງານ​ວ່າຢູ່ໃນປະເທດກີນີ ​ໄລ​ບີ​ເຣຍ ແລະ ຊິແອຣາ ລິ​ ອອນ.

Ebola Increases Threat to Child-bearing in Sierra Leone
please wait

No media source currently available

0:00 0:02:45 0:00

ບັນດາ​ເຈົ້າ​ໜ້າ​ທີ່​ການແພດ ລັດຖະບານ​ກາງສະຫະລັດ ກຳລັງ​ສັ່ງ​ໃຫ້​ພວກ​ເດີນ ທາງ​
ຈາກບັນດາ​ປະ​ເທດ​ເຫລົ່າ​ນັ້ນ ຈົ່ງ​ຕິດຕາມເບິ່ງສຸຂະພາບ​ຂອງ​ເຂົາ​ເຈົ້າ ​ເປັນ​ເວລາ 21
ມື້ ​ແລະ​ລາຍ​ງານ​ຕໍ່​ກະຊວງ​ສາທາລະນະ​ສຸກແຕ່​ລະ​ວັນ ກ່ຽວ​ກັບ​ອຸນ ຫະພູມ​ຮ່າງ​ກາຍ​
ຂອງ​ເຂົາ​ເຈົ້າ ​ແລະ​ເພື່ອ​ໃຫ້​ເປັນ​ທີ່​ຮູ້​ວ່າ ​ເຂົາ​ເຈົ້າ​ມີ​ອາການຕິດ ເຊື້ອອີ​ໂບລາ ຫລື​ບໍ່.

EBOLA VOSOTVO
please wait
Embed

No media source currently available

0:00 0:01:08 0:00

XS
SM
MD
LG