ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີໂບລາ ຍັງຄົງ ແຜ່ລາມໄວຂຶ້ນ ຢູ່ໃນ ຊີແອຣາ ເລອອນ


EBOLA VO
please wait
Embed

No media source currently available

0:00 0:00:48 0:00

ເບິ່ງວີດີໂອ ເລື້ອງ ອີໂບລາ ຍັງຄົງ ແຜ່ລາມໄວຂຶ້ນ ຢູ່ໃນ ຊີແອຣາ ເລອອນ

ຂໍ້​ມູນ​ໃໝ່​ສະ​ແດງ​ໃຫ້​ເຫັນ​ວ່າ ການລະບາດ​ຂອງ​ພະຍາດ​ອີ​ໂບລາ
ກຳລັງ​ຮຸນ​ແຮງ​ຂຶ້ນ ຢູ່​ໃນ ຊີແອຣາ ​ເລ​ອອນ ​ເຖິງ​ແມ່ນ ​ໃນຂະນະທີ່
ບັນດາປະເທດອື່ນໆ ໃນເຂດອາຟຣິກາຕາເວັນຕົກ ພວມ​ຢູ່ໃນ
ລະດັບ​ຄົງ​ໂຕ ຫຼື ຜ່ອນຄາຍຄວາມຮຸນແຮງລົງ​ແລ້ວ​ກໍ​ຕາມ.

ອົງການ​ອະນາ​ໄມ​ໂລກ ຫຼື WHO ກ່າວ​ວ່າ ຊີ​ແອຣາ ​ເລ​ອອນ ​ໄດ້​
ລາຍ​ງານ​ວ່າ ມີ​ກໍລະນີ​ໃໝ່​ທີ່ຢັ້ງຢືນ​ແລ້ວ 537 ກໍລະນີ ​ໃນ​ທ້າຍ
​ສັບປະດາ​ ຂອງ​ວັນ​ທີ 30 ​ເດືອນ​ພະຈິກ​ນີ້ ຊຶ່ງເປັນ​ການ​ເພີ້​ມ​ສູງ​ຂຶ້ນ
ຫຼາຍກວ່າ 150 ກໍລະ​ນີ ພາຍ​ໃນ​ອາທິດ​ໜຶ່ງ​ກ່ອນ​ໜ້າ​ນີ້.

​ໃນ​ການ​ປັບປຸງ​ຂໍ້​ມູນ​ ຫຼ້າສຸດເມື່ອ​ວັນ​ພຸດວານ​ນີ້ ອົງການ WHO ກ່າວ​ວ່າ “ການ​ແຜ່​ລາມ ຍັງ​ຄົງ​ບໍ່​ລົດ​ລະ ​ແລະ ຮຸນ​ແຮງ ທົ່ວ​ປະ​ເທດ ​ເວັ້ນ​ເສຍ​ແຕ່​ຢູ່​ທາງ​ພາກ​ໃຕ້​ເທົ່າ​ນັ້ນ.” ບໍລິ​ເວນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກ​ທີ່​ສຸດ ​ແມ່ນ​ຢູ່​ນະຄອນຫລວງ Freetown ບ່ອນທີ່​ມີ​ລາຍ​ງານ​ວ່າ ມີກໍ​ລະ​ນີ​ໃໝ່ ຫຼາຍກວ່າ 200 ກໍລະນີ.

ອິງ​ຕາມອົງການ WHO ຈຳນວນ​ກໍລະນີ ຂອງ​ອີ​ໂບລາ​ໃນ​ທົ່ວ​ໂລກ ​ແມ່ນຫຼາຍກວ່າ 17,000 ກໍລະນີ ​ນອກ​ເໜືອ​ແຕ່​ພຽງ ຫຼາຍສິບ​ກໍລະນີ​ແລ້ວ ໂດຍ​ສ່ວນຫຼາຍ​ ​ແມ່ນ​ຢູ່​ໃນ​ປະ​ເທດ ຊີແອຣາ ​ເລ​ອອນ ກີ​ນີ ​ແລະ ​ໄລ​ບີ​ເຣຍ. ຈຳນວນການ​ເສຍ​ຊີວິດ ​ໂດຍ​ສ່ວນ​ລວມ ​ແມ່ນ​ສູງ​ຂຶ້ນ​ເຖິງ 6,070 ຄົນ​ແລ້ວ.

ບົດ​ລາຍ​ງານ ກ່າວ​ວ່າ ການລະບາດ ​ໄດ້​ຖືກ​ເຮັດ​ໃຫ້​ຢູ່ໃນລະດັບ​ຄົງ​ໂຕ ​ໂດຍ​ສ່ວນ​ໃຫຍ່ ​ໃນ​ກີ​ນີ ຊຶ່ງ​ມີລາຍ​ງານ 77 ກໍລະນີ​ໃໝ່ ເມື່ອອາທິດ​ແລ້ວ​ນີ້ ​ແລະ ​ໃນ​ໄລ​ບີ​ເຣຍ ມີ​ລາຍ​ງານ​ 43 ກໍລະນີໃໝ່.

ບົດ​ລາຍ​ງານ​ກ່າວ​ອີກ​ວ່າ ທັງ​ສາມ​ປະ​ເທດ​ດັ່ງກ່າວ “ດຽວ​ນີ້ ມີ​ຄວາມ​ອາດ​ສາມາດ​ທີ່​ພຽງພໍ ​ໃນ​ຂັ້ນລະດັບ​ຊາດ” ​ເພື່ອ​ທີ່ຈະ ໄຈ້​ແຍກ ​ແລະ ປິ່ນປົວ​ຮັກສາ ຢ່າງ​ນ້ອຍ 70 ​ເປີ​ເຊັນ ຂອງບັນດາ​ຄົນ​ປ່ວຍ​ຈາກ​ອີ​ໂບລາ ​ແຕ່ບົດ​ລາຍ​ງານ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ “ຄວາມ​ອາສາ​ມາດ​ນັ້ນ ​ແມ່ນ​ຍັງ​ບໍ່​ທັນ​ພຽງພໍ​ຢູ່ໃນ​ບາງ​ດ້ານ​.”

ບົດ​ລາຍ​ງານ ​ໄດ້​ຈະ​ຈົງ​ໃສ່ ສະຖານະ​ການ ຢູ່​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຊີ​ແອຣາ ເລ​ອອນ ບ່ອນ​ທີ່ບົດ​ລາຍ​ງານ​ກ່າວ​ວ່າ ການໄຈ້​ແຍກ​ອອກ ​ແລະ ການ​ປິ່ນປົວ ບັນດາ​ຄົນ​ປ່ວຍ ​ແມ່ນ​ຮັບມື​ບໍ່​ທັນ ຍ້ອນ​ວ່າ​ມີ​ຈຳນວນກໍລະນີ​ໃໝ່ ຫຼາຍຂຶ້ນຕື່ມນັ້ນ.

XS
SM
MD
LG