ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບັນດານັກຄົ້ນຄວ້າ ເກັບກຳຂໍ້ມູນ ເພື່ອຕໍ່ສູ້ກັບ ການລະບາດ ຂອງໂຣກຕິດຕໍ່ ໃນອະນາຄົດ


ພະນັກງານປິ່ນປົວສຸຂະພາບ ຈາກອົງການອະນາໄມໂລກ ກະກຽມ ເພື່ອສັກຢາປ້ອງກັນໂຣກອີໂບລາ ໃຫ້ແກ່ພະນັກງານ
ຊ່ວຍເຫຼືອໃນແຖວໜ້າ, ເມືອງ ເບນີ, ສາທາລະນະລັດ ປະຊາ
ທິປະໄຕ ຄອງໂກ. 10 ສິງຫາ, 2018.
ພະນັກງານປິ່ນປົວສຸຂະພາບ ຈາກອົງການອະນາໄມໂລກ ກະກຽມ ເພື່ອສັກຢາປ້ອງກັນໂຣກອີໂບລາ ໃຫ້ແກ່ພະນັກງານ ຊ່ວຍເຫຼືອໃນແຖວໜ້າ, ເມືອງ ເບນີ, ສາທາລະນະລັດ ປະຊາ ທິປະໄຕ ຄອງໂກ. 10 ສິງຫາ, 2018.

ດ້ວຍການທີ່ປະເທດສາທາລະນະລັດ ປະຊາທິປະໄຕ ຄອງໂກ ໄດ້ປະ ເຊີນໜ້າ ກັບ
ການແຜ່ລະບາດຄັ້ງໃຫຍ່ຂອງໂຣກ ອີໂບລາ ໃນປີນີ້ນັ້ນ, ບັນດາເຈົ້າໜ້າທີ່ເຫດສຸກ
ເສີນ, ນັກຄົ້ນຄວ້າໃນປະເທດ ຄອງໂກ ຈຶ່ງກຳລັງເກັບກຳຂໍ້ມູນ ທີ່ຈະປັບປຸງວິທີ ທີ່
ພວກເຮົາຈະຕອບໂຕ້, ແລະ ປ້ອງກັນການແຜ່ລະບາດຂອງເຊື້ອອີໂບລາ ແລະ ພະ
ຍາດຕິດຕໍ່ອື່ນໆໃນອະນາຄົດ.

ວຽກງານຂອງເຂົາເຈົ້າ ປະກອບມີການສ້າງແຜນພາບອັນຮອບຄອບ ກ່ຽວກັບ ເຊື້ອ
ໂຣກຕ່າງໆ ຄືການແຜ່ລະບາດ ອີໂບລາ ດ້ວຍການຕິດ ຕາມກໍລະນີຕ່າງໆ ແລະ ສ້າງ
ແຜນທີ່ ກ່ຽວກັບ ບ່ອນທີ່ຄົນອາໄສຢູ່, ເຮັດວຽກ ແລະ ຫາການປິ່ນປົວສຸຂະພາບ.

ໃນອະນາຄົດ, ຄວາມເຂົ້າໃຈທີ່ກວ້າງຂວາງກວ່າເກົ່າ ກ່ຽວກັບ ສິ່ງ ແວດລ້ອມຕ່າງໆ
ຜ່ານການແຜ່ລະບາດຂອງການຕິດຕໍ່ໂຣກນັ້ນ ຈະນຳໄປສູ່ການປິ່ນປົວທີ່ໄວ ແລະ ມີ
ປະສິທິຜົນຫຼາຍຂຶ້ນ.

ທ່ານນາງ ແອນ ຣີມວງ (Anne Rimoin) ເປັນຮອງສາສະດາຈານ ກ່ຽວກັບ ໂຣກລະ
ບາດ ທີ່ພະແນກສາທາລະນະ ສຸກຂອງມະຫາວິທະ ຍາໄລ ລັດຄາລິຟໍເນຍ, ນະຄອນ
ລອສ ແອນເຈີລິສ ຫຼື UCLA. ນອກນັ້ນທ່ານນາງຍັງເປັນຜູ້ອຳນວຍການ ໂຄງການ
ຄົ້ນຄວ້າ ແລະ ຝຶກອົບຮົມດ້ານສຸຂະພາບ UCLA-DRC, ເປັນໂຄງການທີ່ມີຫ້ອງ
ການຕັ້ງຢູ່ນະຄອນຫຼວງ ຄິນຊາຊາ (Kinshasa) ປະເທດ ຄອງໂກ, ທີ່ໄດ້ປະຕິບັດ
ງານມາໄດ້ 16 ປີແລ້ວ.

ທ່ານນາງ ຣີມວງ ໄດ້ເດີນທາງກັບ ສະຫະລັດ ຈາກການເຮັດວຽກໃນ ສະໜາມທີ່ປະ
ເທດ ຄອງໂກ ເມື່ອເດືອນທີ່ຜ່ານມາ. ທ່ານນາງໄດ້ ກ່າວຕໍ່ວີໂອເອວ່າ ກຸ່ມຂອງເພິ່ນ
ກຳລັງເກັບກຳຂໍ້ມູນ ທີ່ຈະບໍ່ພຽງແຕ່ ເປັນຜົນປະໂຫຍດ ຕໍ່ການຕອບສະໜອງໂຣກ
ອີໂບລາ ເທົ່ານັ້ນ ແຕ່ກໍ ຍັງຈະເປັນປະໂຫຍດຕໍ່ການຕອບໂຕ້ໂຣກຕິດຕໍ່ຕ່າງໆທີ່ເກີດ
ຂຶ້ນມາອີກດ້ວຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG