ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄວຣັສ ອີໂບລາ ກຳລັງ ແຜ່ລະບາດ ຢູ່ໃນ ສາທາລະນະລັດ ປະຊາທິປະໄຕ ຄອງໂກ


ເຈົ້າໜ້າທີ່ສາທາລະນະສຸກ ຈັດລຳລຽງຢາວັກຊີນປ້ອງກັນອີໂບລາ ແບບທົດລອງ ຊຸດທຳອິດ ໄປນະຄອນກິນຊາຊາ, ສາທາລະນະລັດ ປະຊາທິປະໄຕຄອງໂກ, ວັນທີ 16 ພຶດສະພາ 2018.
ເຈົ້າໜ້າທີ່ສາທາລະນະສຸກ ຈັດລຳລຽງຢາວັກຊີນປ້ອງກັນອີໂບລາ ແບບທົດລອງ ຊຸດທຳອິດ ໄປນະຄອນກິນຊາຊາ, ສາທາລະນະລັດ ປະຊາທິປະໄຕຄອງໂກ, ວັນທີ 16 ພຶດສະພາ 2018.

ອົງການອະນາໄມໂລກ ກ່າວວ່າ ການລະບາດຂອງອີໂບລາ ຢູ່ທີ່ສາທາລະນະລັດ
ປະຊາທິປະໄຕຄອງໂກ ໄດ້ລາມໄປໃສ່ເມືອງແຫ່ງນຶ່ງ ຊຶ່ງພາໃຫ້ມີຄວາມຢ້ານກົວ
ກ່ຽວກັບການລະບາດຄັ້ງໃໝ່ຂອງເຊື້ອໄວຣັສຮ້າຍແຮງດັ່ງກ່າວ.

ກໍລະນີໃໝ່ໃນການລະບາດຂອງເຊື້ອໄວຣັສອີໂບລາ ແມ່ນໄດ້ຮັບການຢືນຢັນໃນ
ນຶ່ງຂອງສາມເຂດສາທາລະນະສຸກໃນເມືອງແອັມບານດາກາ (Mbandaka) ທີ່
ມີພົນລະເມືອງຫລາຍກວ່ານຶ່ງລ້ານຄົນ ໃນແຂວງອີກວາເຕີ ທີ່ຕັ້ງຢູ່ທາງພາກຕາ
ເວັນຕົກສຽງເໜືອຂອງປະເທດ. ເມືອງແອັມບານດາກາ ແມ່ນຕັ້ງຢູ່ປະມານ 150
ກິໂລແມັດ ຫ່າງຈາກເຂດຊົນນະບົດທີ່ສອກຫລີກ ບີີໂກໂຣ (Bikoro) ບ່ອນທີ່ກໍ
ລະນີໃໝ່ຂອງເຊື້ອໄວຣັສອີໂບລາ ໄດ້ກວດພົບ ໃນຕົ້ນເດືອນນີ້.

ດຣ. ​ເທ​ໂດຣສ ​ແອດ​ຮານ​ອມ ​ເກ​ບຣີ​ເຢຊຸ​ສ (Tedros Adhanom Ghebreyesus) ຜູ້ອຳນວຍການ​ຂອງອົງການ​ອະນາ​ໄມ​ໂລກ ຫຼື WHO ເອີ້ນການກວດພົບນີ້ວ່າ ເປັນເຫດການທີ່ໜ້າເປັນຫ່ວງ.

ເຈົ້າໜ້າທີ່ສາທາລະນະສຸກ ນຳຢາວັກຊີນປ້ອງກັນອີໂບລາ ແບບທົດລອງ ຊຸດທຳອິດ ໄປແຈກຢາຍຢູ່ໃນກິນຊາຊາ, ສາທາລະນະລັດ ປະຊາທິປະໄຕຄອງໂກ, 16 ພຶດສະພາ 2018.
ເຈົ້າໜ້າທີ່ສາທາລະນະສຸກ ນຳຢາວັກຊີນປ້ອງກັນອີໂບລາ ແບບທົດລອງ ຊຸດທຳອິດ ໄປແຈກຢາຍຢູ່ໃນກິນຊາຊາ, ສາທາລະນະລັດ ປະຊາທິປະໄຕຄອງໂກ, 16 ພຶດສະພາ 2018.

ອົງການອະນາໄມໂລກ ກ່າວວ່າ ຕົນໄດ້ສົ່ງພວກນັກຊ່ຽວຊານປະມານ 30 ຄົນ
ໄດ້ທຳການສຳຫຼວດ ຢູ່ທີ່ເມືອງດັ່ງກ່າວ. ການສົ່ງຢາວັກຊີນປ້ອງກັນອີໂບລາໃນ
ໃນຂັ້ນ ຈຳນວນ 4,000 ຊຸດ ໄດ້ສົ່ງໄປເຖິງນະຄອນຫຼວງກິນຊາຊາ ໃນວັນພຸດ
ວານນີ້.

ມີຜູ້ສົງໄສທັງໝົດ 44 ຄົນ ອາດຕິດເຊື້ອໄວຣັສອີໂບລາ ໄດ້ຖືກລາຍງານນັບແຕ່
ການລະບາດເລີ້ມຂຶ້ນ ຮວມທັງຜູ້ເສຍຊີວິດແລ້ວ 23 ຄົນ.

ການລະບາດທີ່ຮ້າຍແຮງສຸດ ຂອງເຊື້ອໄວຣັສອີໂບລາ ຊຶ່ງໄດ້ຮັບການລະບຸເປັນ
ເທື່ອທຳອິດໃນປີ 1974 ນັ້ນ ໄດ້ເກີດຄືນອີກໃນປີ 2014 ເວລາ 11 ພັນກວ່າ
ຄົນໃນເຂດອາຟຣິກາຕາເວັນຕົກ ໄດ້ເສຍຊີວິດຢູ່ປະເທດກີເນຍ ໄລບີເຣຍ ແລະ
ຊີແອຣາເລອອນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG