ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການ WHO ກ່າວ​ວ່າ ການລະບາດ ຂອງ ອີໂບລາ ອາດກາຍເປັນບັນຫາໃຫຍ່ ທີ່ຄວບຄຸມບໍ່ໄດ້


ພະນັກງານສາທາລະນະສຸກ ຮັບ​ມືກັບອີໂບລາ ຢູ່ທີ່ສູນປິ່ນປົວ ອີໂບລາ ໃນເມືອງເບນີ, ​ທາງພາກຕາເວັນອອກ ຂອງຄອງໂກ, ວັນທີ 16 ເມສາ 2019.
ພະນັກງານສາທາລະນະສຸກ ຮັບ​ມືກັບອີໂບລາ ຢູ່ທີ່ສູນປິ່ນປົວ ອີໂບລາ ໃນເມືອງເບນີ, ​ທາງພາກຕາເວັນອອກ ຂອງຄອງໂກ, ວັນທີ 16 ເມສາ 2019.

ການໂຈມຕີໂດຍກຸ່ມຕິດອາວຸດ ການໃຫ້ຂໍ້ມູນຜິດພາດ ແລະຊ່ອງຫວ່າງ ຂອງການໃຫ້ທຶນ
ສະໜັບສະໜຸນ ທີ່ເພີ້ມຂຶ້ນນັບມື້ນັ້ນ ສືບຕໍ່ເປັນບັນຫາກີດກັນການ ຮັບມືກັບການລະບາດ
ຂອງໂຣກອີໂບລາ ຢູ່ໃນພາກຕາເວັນອອກສຽງເໜືອຂອງ ສາທາລະນະລັດ ປະຊາທິ-
ປະໄຕ ຄອງໂກ ໂດຍມີ ອົງການອະນາໄມໂລກ ຫຼື WHO ກ່າວເຕືອນວ່າ ສະຖານະການ
ດັ່ງກ່າວອາດກາຍເປັນບັນຫາທີ່ຄວບຄຸມ ບໍ່ໄດ້.

ສະພາບການທີ່ບໍ່ປອດໄພ ເຮັດໃຫ້ພວກທີມງາມຮັບມືກັບສະຖານະການ “ບໍ່ສາ ມາດທີ່
ຈະປະຕິບັດການຕິດຕາມກວດກາໄດ້ ຢ່າງຮ້ອບດ້ານ ຫຼືໃຫ້ການບໍລິການຮັກສາປິ່ນ
ປົວ ແລະ ການຮັກສາປ້ອງກັນພະຍາດ ທີ່ມີຄວາມຕ້ອງການຫຼາຍທີ່ ສຸດນັ້ນ”
ຊຶ່ງ
ອົງການ WHO ໄດ້ລາຍງານໄປໃນວັນສຸກວານນີ້ທີ່ເປັນລາຍງານ ຫຼ້າສຸດ ກ່ຽວກັບ
ການລະບາດທີ່ໄດ້ຮັບການຢືນຢັນ ເມື່ອເດືອນສິງຫາປີກາຍນີ້. ອົງການ WHO ໄດ້
ເຕືອນວ່າ “ປາດສະຈາກຄວາມໝັ້ນໝາຍ ຈາກທຸກໆກຸ່ມທີ່ ຈະຍຸຕິການໂຈມຕີເຫຼົ່ານີ້
ແລ້ວ ມັນກໍຈະເປັນໄປບໍ່ໄດ້ ທີ່ວ່າ ການລະບາດຂອງໄວຣັສອີໂບລານີ້ ຫຼື EVD
ຈະສາມາດຄວບຄຸມໄດ້ຢ່າງມີປະສິດທິພາບ ຢູ່ໃນ ແຂວງ ກີວູເໜືອ ແລະ ອີຕູຣີ.”

ໂຣກດັ່ງກ່າວ ອາດລາມເຂົ້າໄປໃນພາກສ່ວນອື່ນໆຂອງປະເທດ ແລະ ທົ່ວເຂດຊາຍແດນ
ຕິດກັບປະເທດເພື່ອນບ້ານເຊັ່ນ ອູການດາ ຣວັນດາ ແລະຊູດານໃຕ້ ດັ່ງທີ່ ອົງການ
ອະ​ນາ​ໄມ​ໂລກ ໄດ້ໃຫ້ຂໍ້ສັງເກດ.

ພຽງແຕ່ໃນເດືອນນີ້ເທົ່ານັ້ນໄດ້ນຳມາຊຶ່ງຜົນເສຍຫາຍເຊັ່ນວ່າ ການທຳຮ້າຍຮ່າງກາຍ
ຕໍ່ທີມງານຝັງສົບ ຢູ່ໃນເມືອງ ແຄດວາ ແລະການຍິງຕອບໂຕ້ກັນ ລະຫວ່າງກຸ່ມທະຫານ
ບ້ານ ຢ່າງໜ້ອຍ 50 ຄົນ ກັບ ກຳລັງຮັກສາຄວາມປອດໄພ ຢູ່ໃນເມືອງບູເຕັມໂບ ຕາມທີ່
ອົງການ WHO ໄດ້ລາຍງານໄປ. ພວກທີ່ໄວ້ອາ ໄລ ຍັງໄດ້ໄປຮ່ວມໃນພິທີຝັງສົບຂອງ
ທ່ານ ຣີຊາດ ວາເລີຣີ ມູໂຊໂກ ກີບຸງ ອາຍຸ 41 ປີ ເປັນທ່ານໝໍຊາວກາເມຣູນ ຜູ້ທີ່ຖືກຂ້າ
ຕາຍເມື່ອວັນທີ 19 ເດືອນ ເມສາ ຜ່ານມາ ໃນຂະນະທີ່ທ່ານກຳລັງທຳງານ ໃຫ້ແກ່
ອົງການ WHO ແລະ ພົບປະກັບພວກພະນັກງານຄົນອື່ນໆ ຢູ່ແນວໜ້າ ໃນໂຮງໝໍ
ຂອງມະຫາວິທະຍາໄລ ບູເຕັມໂບ.

ໃນວັນພະຫັດຜ່ານມານີ້ ນັກຂ່າວຂອງວີໂອເອ ປະຈຳບູເຕັມໂບ ໄດ້ເຫັນໜັງສືຫຼາຍ
ສະບັບກະຈາຍໄປທົ່ວຖະໜົນສາຍນຶ່ງ ແຕ່ລະໃບນັ້ນຖືກທັບໄວ້ດ້ວຍກ້ອນຫີນ. ຂຽນ
ລົງເປັນພາສາຊວາຮີລີ ແລະອ້າງເຖິງ ພວກນັກລົບ Mai-Mai ໜັງສືພວກນັ້ນ ໄດ້
ເຕືອນ ຕຳຫຼວດ ທະຫານ ແລະ ພວກຄົນທົ່ວໄປ ບໍ່ໃຫ້ການສະໜັບສະໜຸນໃດໆ ແກ່
ພວກພະນັກງານຮັບມືກັບໂຣກອີໂບລາ ຫຼືສູນກາງຮັກສາ ປິ່ນປົວທັງຫຼາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG