ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການອະນາໄມໂລກ ເຕືອນວ່າ ການລະບາດ ຂອງເຊື້ອໄວຣັສ ອີໂບລາ ແມ່ນແຜ່ໄປໄວຫລາຍ (ວີດີໂອ)


ປະເທດຕ່າງໆ ທີ່ມີ ສະຖາບັນຄົ້ນຄ້ວາແລະກວດ ເຊື້ອໄວຣັສ ອີໂລລາ.
ປະເທດຕ່າງໆ ທີ່ມີ ສະຖາບັນຄົ້ນຄ້ວາແລະກວດ ເຊື້ອໄວຣັສ ອີໂລລາ.

ຫົວໜ້າ​ອົງການ​ອາ​ນະ​ໄມ​ໂລກ WHO ໄດ້ເຕືອນ​ບັນດາ​ປະທາ
ນາທິບໍດີ ຂອງ ພວກປະ​ເທດ​ອາ​ຟຣິກາ​ຕາ​ເວັນ​ຕົກ ທີ່ຖືກ​ຄຸກ
​ຄາມ​ໂດຍເຊື້ອ Ebola ນັ້ນ​ວ່າ ການ​ລະບາດຂອງ​ເຊື້ອ​ດັ່ງກ່າວ
ກຳລັງແຜ່​ລາມ​ໄປໄວກວ່າ​ ຄວາມ​ພະຍາຍາມ​ຈະຄວບຄຸມ​ມັນ.

ຫົວໜ້າ​ອົງການ WHO ທ່ານ​ນາງ Margaret Chan ກ່າວ​
ວ່າ ຖ້າ​ຫາກ​ການແຜ່​ລະບາດ​ ຮ້າຍແຮງຍິ່ງ​ຂຶ້ນ ຜົນ​ທີ່ຕິດ​ຕາມ
​ມາ​ກໍອາດ​ສາມາດ​ເຖິງ​ຂຶ້ນ “ຫາ​ຍະ​ນະ” ​ໄດ້ ​ໃນ​ແງ່​ຂອງ​ການ
​ເສຍ​ຊີວິດ ​ແລະ​ການທຳລາຍ​ທັບ​ມ້າງ​ທາງດ້ານ​ເສດ
ຖະກິດ-ສັງຄົມ.

ດຣ. Chan ​ໄດ້ພົບປະ​ກັບ ​ປະທານາທິບໍດີຂອງ​ປະ​ເທດ ກີ​ນີ ​ໄລ​ບີ​ເຣຍ ​ແລະ ຊີ​ແອ​ຣາ
ລີ​ອອນ ​ໃນ​ວັນ​ສຸກ​ວານ​ນີ້ ​ທີ່​ເມືອງ​ຫລວງ Conakry ​ຂອງກີ​ນີ.

ພວກຜູ້ນຳເຫລົ່າ​ນັ້ນ ​ໄປເຕົ້າໂຮມ​ກັນ ​ເພື່ອ​ເສັດ​ສີ້​ນການ​ສາງ​ແຜນການ​ຮັບ​ມືສຸກ​ເສີນ
ກັບ​ເຊື້ອ​ອີ​ໂບລາ ມູນ​ຄ່າ 100 ລ້ານ​ໂດ​ລາ ​ທີ່ຈະ​ຮວມ​ທັງ​ການ​ສົ່ງ​ພະນັກງານ​ການ​ແພດ
ຫລາຍ​ຮ້ອຍ​ຄົນ ​ໄປ​ຍັງປະ​ເທດ​ຂອງ​ເຂົາ​ເຈົ້າ.

ດຣ. Chan ກ່າວ​ວ່າ ບັນດາ​ຜູ້ນຳ​ຍັງ​ເຫັນ​ດີ​ໃຫ້​ສົ່ງ ກຳລັງ​ຮັກສາ​ຄວາມ​ປອດ​ໄພ ​ໄປຍັງ​
ຂົງ​ເຂດຫ່າງ​ໄກໂດດດ່ຽວ ບ່ອນ​ທີ່ສ່ວນ​ໃຫຍ່​ຂອງ​ພວກ​ຕິດ​ເຊື້ອອີ​ໂບລາ ​ໄດ້​ຖືກ​ພົບ​ເຫັນ.

ວີດີໂອ: ຄວາມທຸກຍາກຊ່ວຍແຜ່ຜາຍ ເຊື້ອອີໂບລາ.

Poverty Helps Fuel Ebola Outbreak, Experts Say
please wait

No media source currently available

0:00 0:02:43 0:00

ປະທານາ​ທິບໍດີສະຫະລັດ ທ່ານ Barack Obama ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ສະຫະລັດ ​
ກຳລັງ​ຕິດ​ຕາມເບິ່ງນຳ​ຢ່າງ​ໃກ້​ຊິ​ດ ສະ​ຖານະ​ການ​ໃນອາ​ຟຣິກກາ​ຕາ​ເວັນ​ຕົກ ກ່ອນກ​ອງ
ປະຊຸມ​ສຸດ​ຍອດ​ອາທິດ​ໜ້າ​ ທີ່ນະຄອນຫລວງວໍ​ຊິງ​ຕັນ ​ທີ່ຈະ​ມີຜູ້ນຳ​ຂອງ​ອາ​ຟຣິກາ ເກືອບ 50 ຄົນ​ມາ​ປະກອບສ່ວນ. ທ່ານ​ກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່ອາ​ຟຣິກາ ຈາກ​ປະ​ເທດ​ທີ່ມີ
​ຄວາມ​ສ່ຽງ ຈະ​ຕ້ອງ​ຖືກ​ກວດ​ເບິ່ງ​ພະຍາດ ກ່ອນ​ເດີນທາງ​ເຂົ້າ​ມາ ສະຫະລັດ.

ພວກ​ຜູ້ນຳ​ຂອງ ຊີ​ແອ​ຣາ ລີ​ອອນ ແລະ​ໄລ​ບີເຣຍ ​ໄດ້​ລົບ​ລ້າງ​ການ​ເດີນ​ທາງ​ມາ​ປະ​ຊຸມ
ສຸດ​ຍອດ ​ທີ່ນະຄອນຫລວງວໍ​ຊິງ​ຕັນ ​ເພື່ອ​ຮັບ​ມື​ກັບການລະບາດ​ຂອງ ອີ​ໂບລາ.

ການ​ແຜ່​ລະບາດຂອງ​ເຊື້ອ​ພະຍາດ​ດັ່ງກ່າວ ​ຫວ່າງ​ມໍ່ໆ​ມາ​ນີ້ ​ໄດ້ເອົາຊີວິດ​ຄົນໄປ
ຫລາຍ​ກວ່າ 700 ຊີວິດ​ແລ້ວ.

WEST AFRICA EBOLA CNPK
please wait

No media source currently available

0:00 0:02:39 0:00

XS
SM
MD
LG