ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບັນດານັກຄົ້ນຄວ້າ ຜະລິດ ຢາວັກຊີນ ກັນອີໂບລາ ທີ່ມີ ປະສິດທິພາບສູງ ໄດ້ແລ້ວ


Ebola Vaccine Hailed as Highly Effective
please wait

No media source currently available

0:00 0:02:10 0:00

ຊົມວີດີໂອ ລາຍງານນີ້

ໃນທີ່ສຸດ ກໍມີຫົນທາງເພື່ອຍຸດຕິຄວາມທຸກທໍລະມານ ຈາກການ ລະບາດຂອງພະຍາດອີໂບລາ ທີ່ໄດ້ລ້າງຜານພວກຄົນ ຢູ່ໃນເຂດ
ອາຟຣິກາຕາເວັນຕົກ ມາໄດ້ຫຼາຍກວ່າໜຶ່ງປີ. ບັນດານັກຄົ້ນຄວ້າ
ກ່າວວ່າ ຢາວັກຊີນ ທີ່ມີປະສິດທິພາບສູງນັ້ນ ອາດຈະບໍ່ໃຫ້ມີ
ການລະບາດຢ່າງໃຫຍ່ ຂອງອີໂບລາເກີດຂຶ້ນໄດ້ ອີກຕໍ່ໄປ. ຜູ້ສື່
ຂ່າວວີໂອເອ ມີລາຍງານກ່ຽວກັບເລື້ອງນີ້ ຊຶ່ງໄຊຈະເລີນສຸກ
ຈະນຳມາສະເໜີທ່ານ.

ການແຜ່ລະບາດຂອງອີໂບລາ​ໃນທົ່ວເຂດອາຟຣິກາຕາເວັນຕົກ
ໄດ້ຂ້າລ້າງຊີວິດຂອງພວກ...ເດັກນ້ອຍ, ແມ່, ພໍ່, ນາຍແພດ ແລະ
ພະຍາບານ ຫຼາຍກວ່າ 11,000 ຄົນ. ບໍ່ມີຜູ້ໃດເລີຍຈະປອດໄພ.

ການ​ແຜ່​ລະບາດຂອງ​ອີ​ໂບລາ ອັນເປັນຕາ​ຢ້ານ​ຫຼາຍນັ້ນ ​ຜົນ​ສຸດ​ທ້າຍ ກໍໄດ້​ເຮັດ​ໃຫ້​
ບັນດາ​ປະ​ເທດ​ໃນ​ທົ່ວ​ໂລກ ​ພາກັນ​ປຸ້ມລຸມ​ກັນ ສົ່ງ​ການ​ຊ່ວຍ​ເຫຼືອ, ສ້າງ​ໜ່ວຍ​ງານ​
ຮັກສາ​ປິ່ນ​ປົວຫຼາຍ​ແຫ່ງ, ​ເຝິກອົບຮົມ​ໃຫ້​ແກ່ ພະນັກງານ​ການ​ແພດ ​ແລະ ຊ່ວຍ​ເຫຼືອ
ບັນດາລັດຖະບານ ​ໃຫ້​ທຳ​ງານໃນ​ທາງ​ເພື່ອ​ຍຸດຕິ​ການ​ແຜ່​ລະບາດ​ນັ້ນ. ບັນດາ​ບໍລິສັດ
​ເພສັດ​ສະ​ກຳ​ທີ່​ເຄີຍ​ເປັນຄູ່​ແຂ່ງ​ກັນ ​ໄດ້ຫັນ​ມາ​ທຳ​ງານ​ຮ່ວມ​ກັນ ​ເພື່ອ​ຜະລິດ​ຢາ​ວັກ​ຊີ​ນ
​ແລະ ​ໃນ​ທີ່​ສຸດ ກໍມີ​ຢາ​ວັກ​ຊີ​ນອັນ​ໜຶ່ງ ທີ່​ຜະລິດ​ຂຶ້ນມາ​ໃນ​ເວລາ​ສັ້ນ​ເປັນ​ປະຫວັດ​ການ
​ແລະ ກ່າວໄດ້ວ່າ​ເປັນ​ຢາ​ວັກ​ຊີ​ນທີ່​ມີ​ປະສິດທິພາບ​ສູງ.

ນາຍ​ແພດ John-Arne Rottingen ຜູ້​ເປັນ​ຄູ່​ຂຽນ​ບົດ​ຄົ້ນຄວ້າ ​ເວົ້າ​ວ່າ “ອີງ​ຕາມ​ຕົວ
ເລກຂອງ​ບັນດາ​ບຸກຄົນ ​ແລະ ຈຳນວນຂອງ​ກໍລະນີ ທີ່​ພວກ​ເຮົາ​ໄດ້​ພົບ​ເຫັນມາ
​ແມ່ນ​ວ່າ ມີການ​ປ້ອງ​ກັນໄດ້ເຖິງ 100 ​ເປີ​ເຊັນ ​ໃນບັນດາ​ຜູ້​ທີ່​ໄດ້​ຮັບ​ຢາ​ວັກ​ຊີ​ນນັ້ນ.”
ຢາ​ວັກ​ຊີ​ນ ປະສົມ​ປະສານ​ກັບ​ໂປຣ​ຕີນໜຶ່ງ ຂອງ​ສາຍ​ພັນອີ​ໂບລາ ທີ່​ໄດ້​ລ້າງຜານເຂດ​ອາ​ຟຣິກາຕາ​ເວັນ​ຕົກ ​ກັບ​ເຊື້ອ​ໄວ​ຣັສ ອີກ​ອັນ​ໜຶ່ງ​ ທີ່​ບໍ່​ກ່ຽວ​ຂ້ອງກັນເລີຍ.

ຜົນ​ທີ່​ໄດ້​ຮັບມາ ກໍ​ແມ່ນ​ ​ເຊື້ອ​ໄວຣັສ ແມ່ນອ່ອນກຳລັງ​ລົງ ຊຶ່ງ​ບໍ່​ສາມາດ​ເຮັດ​ໃຫ້​ເກີດ
ພະຍາດ ​ແຕ່​ຫາກກະ​ຕຸ້ນ​ໃຫ້​ສ້າງ​ພູມ​ຕ້ານທານຂຶ້ນມາ. ບັນດາ​ພະນັກງານ​ ສາ​ທາ​
ລະນະ​ສຸກ ​ແລະ ພວກ​ຄົນ​ອື່ນໆ ທີ່​ມີ​ຄວາມ​ສ່ຽງ​ສູງ ​ເປັນ​ຜູ້​ທີ່​ໄດ້​ຮັບ​ ​ຢາ​ວັກຊີ​ນກ່ອນ​ໝູ່
ພ້ອມ​ກັນ​ກັບ ບັນດາ​ອາສາ​ສະໝັກຫຼາຍພັນ​ຄົນ.

ນາຍ​ແພດ Rottingen ​ເວົ້າວ່າ “ອັນ​ທີ່​ພວກ​ເຮົາ​ໄດ້​ເຮັດ ກໍ​ແມ່ນວ່າ​ຕິດຕາມ​ການ​
ແຜ່​ລະບາດ ​ໃນ​ທາງ​ໃດ​ໜຶ່ງ. ພວກ​ເຮົາ​ໄດ້​ລະບຸ ກໍລະນີ​ໃໝ່ໆ ​ຂອງພວກຜູ້ທີ່​
ໄດ້​ສຳ​ພັດກັບພວກທີ່ຕິດເຊື້ອ ແລະ ຍັງໄດ້ລະບຸພວກທີ່ຕິດເຊື້ອມາແລ້ວນັ້ນ
ແລະ ເພາະສະນັ້ນ ພວກເຮົາຈຶ່ງໄດ້ລະບຸໂຕກຸ່ມພວກຄົນຈຳນວນນັ້ນ ຫຼື ວົງກຸ່ມ
ພວກບຸກຄົນເຫຼົ່ານັ້ນຜູ້ມີຄວາມສ່ຽງສູງ ແລະ ພວກຄົນເຫຼົ່ານັ້ນແຫລະ ເປັນພວກ ຄົນທີ່ໄດ້ອາສາສະໝັກ ໃນການສຶກສາຄົ້ນຄວ້ານີ້.”

ບໍ່ມີການນຳໃຊ້ຢາຫລອກ ເພາະວ່າ ເຊື້ອໄວຣັສນີ້ ແມ່ນ​ເປັນອັນຕະລາຍຮ້າຍ​ແຮງເຖິງ
ແກ່ຊີວິດ ແລະ ບັນດານັກຄົ້ນຄວ້າ ຕ້ອງຢາກຮັກສາຊີວິດ ໃຫ້ໄດ້ຫຼາຍທີ່ສຸດ ເທົ່າທີ່ຈະ
ເຮັດໄດ້. ການຜະລິດຢາວັກຊີນ ແລະ ດຳເນີນການການສຶກສາຄົ້ນຄວ້າ ແມ່ນເປັນຄວາມ
ພະຍາຍາມ ຂອງນາໆຊາດທີ່ກ່ຽວຂ້ອງກັບ ອົງການບັນດານາຍແພດ ປາດສະຈາກພົມ
ແດນ ແລະ ອົງການອະນາໄມໂລກ ຢູ່ໃນປະ​ເທດກິນີ. ສ່ວນສະຖາບັນສາທາລະນະສຸກ
ຂອງນໍເວນັ້ນ ​ແມ່ນໄດ້ອອກແບບການສຶກສາ ຄົ້ນຄວ້າ ແລະ ບໍລິສັດ Merck ​ແມ່ນ​ເປັນ​
ຜູ້ຜະລິດຢາວັກຊີນ.

ຕອນນີ້ຍັງບໍ່ມີໃບອະນຸຍາດ ສຳຫລັບຢາວັກຊີນຕໍ່ຕ້ານອີໂບລາເທື່ອ-ກຳມະ​ວິທີ​ຂອງ​ການ
ອອກໃບອະນຸຍາດ ແມ່ນຈະໃຊ້ເວລາ ແຕ່ແຜນການກໍແມ່ນວ່າ ຮັກສາໄວ້ ໃຫ້ການສຶກສາ
ຄົ້ນຄວ້າ ດຳເນີນຕໍ່ໄປ ຈົນກວ່າວ່າ​ຈະບໍ່ມີກໍລະນີຂອງອີໂບລາຕື່ມອີກ ຢູ່ໃນອາຟຣິກາ
ຕາເວັນຕົກ. ບັນດານັກຄົ້ນຄວ້າ ຄາດຄະເນວ່າ ໃນທີ່ສຸດ ການແຜ່ລະບາດຂອງອີໂບລາ
ຈະສິ້ນສຸດລົງພາຍໃນ ສອງສາມເດືອນນີ້.

At last, there's a way to end the suffering from the Ebola epidemic that has ravaged West Africa for more than a year.Researchers say the vaccine is so effective, there may never again be a major outbreak of Ebola again. VOA's Carol Pearson reports.

The Ebola outbreak that swept through West Africa, has claimed more than 11,000 lives....children, mothers, fathers, doctors and nurses. No one was safe.

The epidemic was so horrifying that countries around the the world finally rallied in sending help, building treatment units, training medical staff and helping governments work toward ending the epidemic. Rival pharmaceutical companies worked together to produce a vaccine, and at last, there is one....produced in record time and said to be highly effective.

((DR. JOHN-ARNE RØTTINGEN, STUDY CO-AUTHOR))
"Based on the number of individuals and the number of cases that we have seen, there is 100 percent protection in those vaccinated."

The vaccine combines a protein of the strain of Ebola that ravaged West Africa and another unrelated virus. The result is a weakened virus that cannot cause disease, but generates an immune response.
Health workers, and others at high risk were the first to get vaccinated, along with thousands of volunteers.

((DR. JOHN-ARNE RØTTINGEN))
"What we did was to follow the epidemic in a way. we identified contacts of new cases and also contacts of their contacts, and, therefore, had identified clusters or a ring of high-risk individuals, and those were the ones who were enrolled in the study."

No placebo was used because the virus is so deadly, and the researchers wanted to save as many lives as possible.Producing the vaccine and conducting the study was an international effort involving Doctors Without Borders and the World Health Organization in Guinea. The Norwegian Institute of Public Health designed the study and Merck produced the vaccine.

There is still no licensed vaccine against Ebola -- the licensing process is time consuming -- but the plan is to keep the study going until there are no more cases of Ebola in West Africa.Researchers estimate the epidemic will finally be over in a few months.

XS
SM
MD
LG