ໄຂ້ເລືອດອອກຊະນິດນຶ່ງ ທີ່ພົວພັນກັບເຊື້ອໄວຣັສ Ebola
ບັດນີ້ ໄດ້ສັງຫານປະຊາຊົນໄປແລ້ວ 59 ຄົນ ໃນປະເທດ
Guinea ທາງພາກຕາເວັນຕົກຂອງທະວີບອາຟຣິກາ.
ອົງການອະນາໄມໂລກແຈ້ງໃຫ້ຊາບວ່າ ມີຜູ້ຄົນທີ່ສົງໄສວ່າ
ຕິດເຊື້ອ Ebola 86 ຄົນໃນ Guinea ຊຶ່ງໃນນັ້ນ 13 ຄົນໄດ້
ຮັບການຢືນຢັນຈາກຜົນຂອງການຄົ້ນຄວ້າທາງດ້ານວິທະຍາ
ສາດແລ້ວ.
ການລະບາດຂອງເຊື້ອດັ່ງກ່າວ ໄດ້ເກີດຂຶ້ນໃນຫຼາຍພາກສ່ວນ
ໃນເຂດຊົນນະບົດທາງພາກຕາເວັນອອກສຽງໃຕ້ຂອງ Guinea
ຮວມທັງ ໃນຂົງເຂດເມືອງ Gueckedou ແລະເມືອງ Macenta.
ຖະແຫຼງການສະບັບນຶ່ງ ຈາກກຸ່ມຊ່ອຍເຫຼືອ ແພດບໍ່ມີພົມແດນ ຫຼື Doctors
Without Borders ກ່າວວ່າ ຕົນກຳລັງດຳເນີນງານກັບກະຊວງສາທາລະນະ
ສຸກຂອງ Guinea ຈັດຕັ້ງສະຖານທີ່ເພື່ອໂດດດ່ຽວພວກຕິດເຊື້ອຂຶ້ນຫຼາຍແຫ່ງ
ໃນສອງຂົງເຂດນີ້.
ອົງການອະນາໄມໂລກ ກ່າວຢູ່ໃນ Twitter ໃນວັນຈັນວານນີ້ວ່າ ການທົດສອບ ເບິ່ງຜູ້ຕ້ອງສົງໄສສອງຄົນ ໃນນະຄອນຫຼວງ Conakry ແມ່ນໄດ້ຮັບຜົນໃນທາງລົບຫລືບໍ່ມີເຊື້ອ.
ໃນຂະນະດຽວກັນ ກະຊວງສາທາລະນະສຸກຂອງ Liberia ປະເທດເພື່ອນບ້ານ
ແຈ້ງໃຫ້ຊາບວ່າ ມີຜູ້ເສຍຊີວິດທີ່ສົງໄສວ່າຕິດເຊື້ອ Ebola 5 ຄົນ ແລະກ່າວຕໍ່ໄປ
ວ່າ ພວກທີ່ເສຍຊີວິດໄປນີ້ 3 ຄົນເປັນຄົນ Liberia ແລະອີກ 2 ຄົນເປັນຊາວ
Guinea ທີ່ໄດ້ຂ້າມຊາຍແດນມາຈາກ Guinea ເພື່ອເຂົ້າມາຮັບການປິ່ນປົວນັ້ນ.