ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໒ ກັນຍາ ໒໐໒໓

ມີຜູ້ເສຍຊີວິດ ຍ້ອນເຊື້ອ ອີໂບລາ ເກີນ 4000 ຄົນແລ້ວ


ຄົນກຳລັງສ້າງ ສູນກາງປິ່ນປົວ ອີໂບລາ ທີີ່ເມືອງຫລວງ Monrovia ປະເທດໄລບີເຣຍ, ວັນທີ 10 ຕຸລາ 2014.

ອົງການ​ອະນາ​ໄມ​ໂລກ ກ່າວ​ວ່າ ຈຳນວນ​ຜູ້​ເສຍ​ຊີວິດ​ ຍ້ອນ​
ການລະບາດຂອງ ​ເຊື້ອອີ​ໂບລາ ​ໄດ້ສູງ​ກາຍ 4,000 ຄົນ​ແລ້ວ
ພ້ອມກັບ​ທີ່​ພະຍາດດັ່ງກ່າວ​ໄດ້ ກະທົບຕໍ່​ຢ່າງ​ໜ້ອຍ​ ​ເຈັດ​ປະ​
ເທດ ​ໃນປັດຈຸບັນ​ນີ້.

ຢູ່​ໃນ​ກອງ​ປະ​ຊຸມກ່ຽວ​ກັບອີ​ໂບລາ ຂອງ​ອົງການສະຫະ​ປະ
ຊາ​ຊາດ ​ໃນ​ວັນ​ສຸກ​ວານ​ນີ້ ​ເຈົ້າ​ໜ້າ​ທີ່​ຄົນ​ນຶ່ງກ່າວ​ວ່າ ຕ້ອງ
​ໄດ້ຊອ​ກຫາ​ເງິນ​ເພີ້​ມ​ຂື້ນ​ອີກ ​ເພື່ອ​ໃຫ້​ເໜາະ​ສົມ​ກັບຄວາມ
​ຮຽກຮ້ອງຕ້ອງການ ​ເພື່ອຕໍ່ສູ້​ກັບ​ການລະບາດຂອງ​ໂຣກ
ດັ່ງກ່າວ ທີ່​ໄດ້​ກາຍ​ມາ​ເປັນ​ວິ​ກິດ​ການ​ຂອງ​ໂລກ.

ທ່ານ​ Jan Eliasson ຮອງ​ເລຂາທິການ​ໃຫຍ່​ອົງການສະຫະ​ປະຊາ​ຊາດ ກ່າ​ວວ່າ:

“ບັດ​ນີ້ ຂ້າພະ​ເຈົ້າຂໍ​ຮ້ອງ​ຕໍ່ ບັນດາປະ​ເທດສະມາຊິກທັງ​ໝົດ ຈົ່ງ​ເຄື່ອນ​ໄຫວ​
ຢ່າງ​ໃຈ​ກ້ວາງ ແລະ​ວ່ອງໄວ​. ຄວາມ​ໄວ​ເປັນ​ສິ່ງ​ສຳຄັນ. ການປະກອບສ່ວນ​
ພາຍ​ໃນບໍ່​ເທົ່າ​ໃດ​ມື້ນັ້ນ ​ແມ່ນມີ​ຄວາມສຳຄັນຫລາຍ​ກວ່າ ການ​ບໍລິຈາກໃຫຍ່​ໆ
ພາຍ​ໃນ​ຫລາຍ​ໆອາທິດ.”

ບັນດາ​ຜູ້​ແທນ​ສະພາສະຫະລັດ ​ໄດ້​ເຫັນ​ດີ​ທີ່​ຈະ​ໃຊ້​ກອງ​ທຶນ​ຂອງ​ທະຫານ 750 ລ້ານ​
ໂດລາ ​ເພື່ອ​ຕໍ່ສູ້​ກັບອີ​ໂບລາ ຢູ່ອາ​ຟຣິກາ​ຕາ​ເວັນ​ຕົກ.

ທະຫານສະຫະລັດ ຈຳນວນ​ນຶ່ງ ​ໄດ້​ໄປ​ຮອດ​ໄລ​ບີ​ເຣຍ​ແລ້ວ ​ແລະ​ກຳລັງ​ຕຽ​ມປຸກສູນ​ກາ​ງ​
ປິ່ນປົວ ​ໃນ​ເຂດ​ທີ່​ຮ້ອງ​ວ່າ “ຈຸດ​ຮ້າຍ​ແຮງ​.”

ອົງການ​ອະນາ​ໄມ​ໂລກ ກ່າວ​ວ່າ ສ່ວນ​ໃຫຍ່​ຂອງຜູ້​ເສຍ​ຊີວິດ ຍ້ອນ​ອີ​ໂບລາ ​ແມ່ນ​ຢູ່​ໃນ ​
ໄລ​ບີ​ເຣຍ ​ຊິ​ແອ​ລາ ລີອອນ ​ແລະ​ກີນີ.

ທ່ານ Anthony Banbury ຜູ້ຕາງໜ້າ​ພິ​ເສດ ​ແລະ​ຫົວໜ້າຂອງໜ່ວຍງານ ຮັບ​ມື​ສຸກ​ເສີນ
ກັບອີ​ໂບລາ ຂອງສະຫະ​ປະຊາ​ຊາດ (UNMEER) ກ່່າວ​ວ່າ :

“ຄວາມ​ສຳຄັນໃນ​ປັດຈຸບັນ​ນີ້ ກໍ​ຄື​ ການ​ປະຕິບັດ ປະ​ຕິ​ບັດ​ຮ່ວມ​ກັນຢ່າງ​ເປັນເອກະ​ພາບ​ກັບປະຊາຊົນ ກີນີ ​ແລະ​ໄລ​ບີ​ເຣຍ ​ແລະ​ຊິ​ແອ​ລາ​ ລີ​ອອນ. ພວກ​ເຮົາ​ມີ​ຄວາມ
ຮັບຜິດຊອບ​ທີ່​ຈະ​ຕ້ອງ​ສະໜັບສະ​ໜູນເຂົາ​ເຈົ້າ. ໜ່ວຍງານຮັບ​ມື​ສຸກ​ເສີນກັບອີ​ໂບ
ລາ ຂອງສະຫະປະຊາ​ຊາດ ຈະເຮັດທຸກ​ຢ່າງ​ທີ່​ເປັນ​ໄປ​ໄດ້ ທຸກ​ສິ່ງ​ທຸ​ກຢ່າງທີ່​ເປັນ​
ໄປ​ໄດ້ ​ເພື່ອ​ປະຕິບັດ​ໜ້າ​ທີ່ຮັບ​ຜິດ​ຊອບ​ຂອງ​ພວກ​ເຮົາ ​ແລະ​ນຳ​ເອົາການ​ຊ່ວຍ
ເຫລືອມາໃຫ້ ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.”

EBOLA CNPK
please wait
Embed

No media source currently available

0:00 0:01:28 0:00

​ໃນ​ວັນ​ເສົາ​ມື້ີນີ້ ສະຫະລັດຈະ​ເລີ້ມ​ກວດ​ບັນດາ​ຜູ້​ໂດຍສານ​ ທີ່ມາຈາກ ອາ​ຟຣິກາຕາເວັນ
ຕົກ ທຳ​ອິດຢູ່່​ເດີ່ນ​ບິນ​ຫ້າ​ບ່ອນ​ ​ໃນຄວາມ​ຫວັງວ່າ​ຈະ​ປ້ອງ​ກັນ ການ​ລະ​ບາດ​ຢູ່​ໃນ​ປະ​ເທດ
ນີ້ ທີ່​ໄດ້​ມີ​ຜູ້​ນຶ່ງເສຍ​ຊີວິດ​ໄປ​ແລ້ວ ທີ່ພົວພັນ​ກັບ​ ອີໂບລາ.

CDC Head Still Confident Ebola Outbreak Can Be Stopped
please wait

No media source currently available

0:00 0:02:36 0:00

XS
SM
MD
LG