ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການສະກັດກັ້ນ ການແຜ່ລະບາດ ຂອງເຊື້ອ ໄວຣັສ ອີໂບລາ ຢູ່ຄອງໂກ


ພະນັກງານອົງການອະນາໄມໂລກຈາກສາທາລະນະລັດປະຊາທິປະໄຕ ຄອງໂກ ກໍາລັງໄດ້ຮັບການສັກຢາປ້ອງກັນເຊື້ອໄວຣັສ ອີໂບລາ ຢູ່ເມືອງ ແອັມແບນດາກາ (Mbandaka), ຊຶ່ງເປັນເມືອງທ່າເຮືອ ທີ່ຕັ້ງຢູ່ແຄມແມ່ນໍ້າຄອງໂກໃນວັນທີ 30 ພຶດສະພາ 2018
ພະນັກງານອົງການອະນາໄມໂລກຈາກສາທາລະນະລັດປະຊາທິປະໄຕ ຄອງໂກ ກໍາລັງໄດ້ຮັບການສັກຢາປ້ອງກັນເຊື້ອໄວຣັສ ອີໂບລາ ຢູ່ເມືອງ ແອັມແບນດາກາ (Mbandaka), ຊຶ່ງເປັນເມືອງທ່າເຮືອ ທີ່ຕັ້ງຢູ່ແຄມແມ່ນໍ້າຄອງໂກໃນວັນທີ 30 ພຶດສະພາ 2018

ພະນັກງານສາທາລະນະສຸກ ໃນສາທາລະນະລັດ ປະຊາທິປະໄຕຄອງໂກ ກໍາລັງ
ພາກັນຂຸ້ນຂ້ຽວ ເຮັດວຽກເພື່ອສະກັດກັ້ນ ການແຜ່ລະບາດຂອງເຊື້ອໄວຣັສອີໂບລາ.
ເທົ່າທີ່ຜ່ານມາ ອົງການອະນາໄມໂລກລາຍງານວ່າຢ່າງໜ້ອຍມີ 25 ຄົນໃນຈໍານວນ
ທັງໝົດ 58 ຄົນທີ່ຕິດເຊື້ອໄວຣັສນີ້ ໄດ້ເສຍຊີວິດໄປແລ້ວ. ນາງແຄໂຣລ ເພຍຊັນ
(Carol Pearson) ນັກຂ່າວວີໂອເອ ລາຍງານວ່າ ການດໍາເນີນຄວາມພະຍາຍາມ
ໃນການສັກຢາປ້ອງກັນພະຍາດໃຫ້ແກ່ຄົນທີ່ມີການສໍາພັດກັບເຊື້ອໄວຣັສອີໂບລາ
ໄດ້ເລີ້ມເຮັດມາໄດ້ 10 ກວ່າມື້ແລ້ວ. ບົວສະຫວັນຈະນໍາລະອຽດກ່ຽວກັບເລື້ອງນີ້ມາ
ສະເໜີທ່ານໃນອັນດັບຕໍ່ໄປ.

ປະຊາຊົນ ຢູ່ໃນເຂດບິກໂກໂຣ (Bikoro) ພາກັນສະເຫລີມສະຫລອງການຊ່ວງເຊົາ ຈາກການຕິດເຊື້ອໄວຣັສອີໂບລາ ຂອງຊາຍຄົນນີ້.

"Au debut j'etais avec une fievre."

ທ້າວ ວັງກີ ນັອນດີ (Wangui Nondi) ເວົ້າວ່າ ລາວໄດ້ເລີ້ມເປັນໄຂ້ພາຍຫລັງທີ່ໄດ້ດູ
ແລເບິ່ງແຍງອ້າຍຂອງລາວທີ່ເສຍຊີວິດໄປຍ້ອນຕິດເຊື້ອໄວຣັສອີໂບລາ. ແຕ່ວ່າບັດນີ້
ທ້າວ ນັອນດີ (Nondi) ຮູ້ສຶກໄຄຂຶ້ນແລ້ວ ພາຍຫລັງທີ່ໄດ້ຮັບການສັກຢາປ້ອງກັນ
ເຊື້ອໄວຣັສອີໂບລາ.

ພວກທ່ານໝໍທັງຫລາຍຢູ່ໃນປະເທດຄອງໂກເວົ້າວ່າ ພວກເຂົາເຈົ້າຍັງບໍ່ທັນສາມາດ
ສັກຢາປ້ອງກັນພະຍາດໃຫ້ແກ່ທຸກຄົນ ທີ່ໄດ້ສໍາພັດກັບເຊື້ອໄວຣັສດັ່ງກ່າວເທື່ອ ແລະ
ກໍຍັງຊອກຫາຜູ້ປ່ວຍລາຍໃໝ່ທີ່ບໍ່ໄດ້ມີສ່ວນພົວພັນຫຍັງ ກັບຜູ້ປ່ວຍທີ່ໄດ້ຮັບການຢືນ
ຢັນໄປແລ້ວນັ້ນຢູ່. ອັນນີ້ກໍໝາຍຄວາມວ່າ ເຊື້ອໄວຣັສດັ່ງກ່າວຍັງແຜ່ຜາຍຢ່າງວ່ອງໄວ
ຢູ່ ແລະພະນັກງານສາທາລະນະສຸກກໍຍັງບໍ່ທັນມີພາບທີ່ຊັດເຈນເທື່ອກ່ຽວກັບວ່າ ແມ່ນ
ຫຍັງກໍາລັງເກີດຂຶ້ນຢູ່ໃນເວລານີ້.

ການປຸກລະດົມໃຫ້ສັກຢາປ້ອງກັນພະຍາດຂອງປະເທດຄອງໂກແມ່ນແນເປົ້າໝາຍໃສ່
ພະນັກງານສາທາລະນະສຸກ 1,000 ກວ່າຄົນ ພ້ອມທັງພວກທີ່ມີການພົວພັນກັບຄົນ
ທີ່ຕິດເຊື້ອໄວຣັສນີ້. ພວກເຂົາເຈົ້າໃຊ້ວິທີການ “ແບບວົງແຫວນ” ຊຶ່ງໃນນັ້ນພະນັກງານ
ສາທາລະນະສຸກບົ່ງບອກ ເຖິງຄົນປ່ວຍທີ່ຫາກໍ່ຖືກວິໄຈວ່າ ໄດ້ຕິດເຊື້ອໄວຣັສອີໂບລາ
ແລະຈາກນັ້ນກໍໄປຊອກຫາຄົນທີ່​ຜູ້ປ່ວຍຕິດເຊື້ອໄວຣັສນີ້ ມີການພົວພັນນໍາ-ນັບຕັ້ງແຕ່
ຄົນຢູ່ໃນຄອບຄົວ ແລະໝູ່ເພື່ອນຈົນໄປເຖິງຄົນຢູ່ຂ້າງບ້ານ ແລະເພື່ອນຮ່ວມງານຂອງ
ເຂົາເຈົ້າ.

ຢາປ້ອງກັນພະຍາດທີ່ພວກເຂົາເຈົ້າໃຊ້ ແມ່ນໄດ້ພັດທະນາຂຶ້ນມາຢູ່ໃນໄລຍະທີ່ມີ
ການແຜ່ລະບາດຂອງໂຣກອີໂບລາ ຢູ່ໃນເຂດຕາເວັນຕົກຂອງທະວີບອາຟຣິກາ. ມັນ
ຍັງບໍ່ທັນໄດ້ຮັບການອະນຸຍາດເທື່ອ ແຕ່ວ່າ ມັນກໍໄດ້ພິສູດໃຫ້ເຫັນແລ້ວວ່າ ມັນມີ
ຄວາມປອດໄພ ແລະມີປະສິດທິຜົນດີ.

ດຣ. ທາຣິດ ມຸກໂຄປາດີຢາໂຢ (Dr. Tarit Mukhopadhyay), ຈາກມະຫາວິທະຍາ
ໄລຄອລເລກຈ໌ ລອນດອນໃຫ້ຄໍາເຫັນວ່າ
"ສິ່ງທີ່ຢານີ້ເຮັດກໍຄື ມັນສອນລະບົບພູມຕ້ານທານພະຍາດ ໃຫ້ສາມາດຮູ້ໄດ້ວ່າ
ມີທາດໂປຣຕິນອີໂບລາເຫລົ່ານັ້ນ ປາກົດຂຶ້ນ ຢູ່ໃນພື້ນຜິວຂອງເຊື້ອໄວຣັສທີ່
ມີການດັດແກ້ນີ້ ແລະໃນການທີ່ເຮັດເຊັ່ນນັ້ນຢູ່ ມັນກໍໄດ້ສ້າງໃຫ້ມີການຕອບໂຕ້
ທີ່ມີການປ້ອງກັນບໍ່ໃຫ້ຕິດເຊື້ອໄວຣັສນັ້ນໄດ້."


ເນື່ອງຈາກວ່າຢາປ້ອງກັນພະຍາດດັ່ງກ່າວສາມາດເອົາໄປທົດລອງໄດ້ແຕ່ຢູ່ໃນຕອນ
ທີ່ມີການແຜ່ລະບາດຂອງເຊື້ອໄວຣັສອີໂບລາເທົ່ານັ້ນ ສະນັ້ນ ມັນຈຶ່ງຍັງມີຫລາຍສິ່ງ
ຫລາຍຢ່າງທີ່ຍັງບໍ່ທັນຮູ້ເທື່ອ.

ດຣ. ມຸກໂຄປາດີຢາໂຢ (Mukhopadhyay) ກ່າວເພີ້ມອີກວ່າ "ສິ່ງທີ່ພວກເຮົາກໍາລັງຈະເຮັດໃນເວລານີ້ກໍຄື ສະແດງໃຫ້ເຫັນວ່າ ຢາປ້ອງກັນພະ
ຍາດນີ້ມີປະສິດທິຜົນຫລາຍປານໃດ? ເຈົ້າຕ້ອງການນຶ່ງຂະໜາດບໍ່ ຫລືສອງຂະ
ໜາດ ຈຶ່ງຈະປ້ອງກັນພະຍາດນີ້ໄດ້? ແລະເມື່ອໃດທ່ານຫາກໄດ້ຮັບການສັກຢາ
ຫລືໄດ້ຮັບການປ້ອງກັນດ້ວຍການໃຊ້ຢານີ້ແລ້ວ ການປ້ອງກັນນັ້ນ ແມ່ນກຸ້ມໄດ້ດົນ
ຫລາຍປານໃດອີກດ້ວຍ?"

ການຢັບຢັ້ງເຊື້ອໄວຣັສດັ່ງກ່າວນີ້ແມ່ນເປັນເລື້ອງຍາກ ເພາະວ່າ ຫລາຍຂົງເຂດທີ່ໄດ້
ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດດັ່ງກ່າວ ແມ່ນຢູ່ໃກ້ກັບຫ້ວຍໜອງ
ຄອງບຶງຕ່າງໆ ທີ່ມີຄົນນໍາໃຊ້ຢ່າງຫລວງຫລາຍ. ມັນເລີ້ມຕົ້ນຂຶ້ນຢູ່ໃນເຂດຊົນນະບົດ
ບິກໂກໂຣ ແລະຈາກນັ້ນກໍຍ້າຍໄປຍັງ ເມືອງແອັມແບນດາກາ (Mbandaka), ຊຶ່ງເປັນ
ເມືອງທ່າເຮືອ ທີ່ຕັ້ງຢູ່ແຄມແມ່ນໍ້າຄອງໂກ ທີ່ມີຄົນໃຊ້ຢ່າງຫລວງຫລາຍ. ປະຊາຊົນພາ
ກັນໃຊ້ແມ່ນໍ້າດັ່ງກ່າວ ເພື່ອຂົນສົ່ງພືດຜັກໄປຍັງນະຄອນຫລວງກິນຊາຊາ (Kinshasa) ຂອງປະເທດ. ພະນັກງານສາທາ ລະນະສຸກເວົ້າວ່າ ການຮັກສາບໍ່ໃຫ້ເຊື້ອໄວຣັສອີໂບ
ລາແຜ່ຜາຍໄປຫາຂົງເຂດທີ່ມີຄົນອາໄສຢູ່ຢ່າງໜາແໜ້ນເປັນເລື້ອງສໍາຄັນຫລາຍທີ່
ສຸດໃນການສະກັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວນີ້.

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG