ປະທານາທິບໍດີ Barack Obama ກ່່າວວ່າ ລັດຖະບານຂອງ
ທ່ານ ກຳລັງພິຈາລະນາມາດຕະການໃໝ່ ເພື່ອປ້ອງກັນການ
ແຜ່ຜາຍຂອງເຊື້ອໄວຣັສ ອີໂບລາ ຢູ່ໃນສະຫະລັດ.
ໃນລະຫວ່າງການປະຊຸມກັບ ຄະນະເຈົ້າໜ້າທີ່ຄວາມໝັ້ນຄົງ
ແຫ່ງຊາດ ຂອງທ່ານ ໃນວັນຈັນວານນີ້ ທ່ານ Obama ກ່າວ
ວ່າ ບັນດາເຈົ້າໜ້າທີ່ກຳລັງພິຈາ ລະນາ ຈັດຕັ້ງປະຕິບັດມາດ
ຕະການເພີ້ມເຕີມ ເພື່ອກວດກາພວກຜູ້ໂດຍສານ ນຳສາຍ
ການບິນນາໆຊາດ ທັງຢູ່ໃນອາຟຣິກາ ແລະສະຫະລັດ.
ມີການເອົາມາຕະການລະມັດລະວັງເພີ້ມຕື່ມດັ່ງກ່າວນີ້ ກໍເພື່ອ
ຕອບໂຕ້ຕໍ່ກໍລະນີ ຕິດເຊື້ອໄວຣັສ ອີໂບລາ ຄົນທຳອິດທີ່ຢືນຢັນໄດ້ ຢູ່ໃນດິນແດນສະຫະ
ລັດ. ທ້າວ Thomas Eric Duncan ທີ່ໄດ້ເດີນທາງມາສະຫະລັດ ຈາກໄລບີເຣຍ ໃນເດືອນແລ້ວນີ້ ມີອາການຂັ້ນວິກິດ ທີ່ໂຮງໝໍແຫ່ງນຶ່ງໃນນະຄອນ Dallas ລັດ Texas.
ທ່ານ Obama ກ່າວວ່າ ລັດຖະບານຂອງທ່ານ ກຳລັງກຽມມາດຕະການເພີ້ມເຕີມ ເພື່ອ
ກວດກາບັນດາຜູ້ໂດຍສານທາງເຮືອບິນ ເພື່ອລະບຸໂຕຜູ້ທີ່ອາດຕິດເຊື້ອໄວຣັສຮ້າຍແຮງ
ເຖິງຕາຍນັ້ນ. ທ່ານຍັງກ່າວອີກວ່າ ທ່ານຈະເພີ້ມຄວາມກົດດັນຕໍ່ພວກປະເທດໃຫຍ່ ຊຶ່ງ
ທ່ານບໍ່ໄດ້ບອກຊື່ ເພື່ອໃຫ້ການຊ່ວຍເຫລືອແກ່ບັນດາປະເທດອາຟຣິກາຕາເວັນຕົກ ທີ່
ກໍາລັງດີ້ນຮົນເພື່ອຄວບຄຸມການແຜ່ລະບາດທີ່ຮ້າຍແຮງສຸດຂອງອີໂບລາ ໃນປະວັດສາດ.
ທ່ານ Obama ກ່າວວ່າ ໂອກາດການລະບາດຂອງອີໂບລາ ຢູ່ໃນສະຫະລັດ ນັ້ນ ມີຕຳ່ທີ່
ສຸດ. ແຕ່ທ່ານກ່າວວ່າ ມີຫລາຍປະເທດໃຫຍ່ໆ ທີ່ມີຄວາມສາມາດ ເຮັດໄດ້ຫລາຍກ່ວານີ້
ເພື່ອຊ່ວຍເຫລືອ ແຕ່ກໍບໍ່ໄດ້ປະຕິບັດຢ່າງພຽງພໍ.
ໃນຂະນະດຽວກັນ ນັກຂ່າວອາເມຣິກັນຄົນນຶ່ງ ທີ່ຖືກກວດພົບວ່າຕິດເຊື້ອອີໂບລາ ຢູ່ໃນໄລ
ບີເຣຍ ໄດ້ເດີນທາງກັບມາຮອດສະຫະລັດແລ້ວ ເພື່ອປິ່ນປົວ. ນັກຂ່າວ Ashoka Mukpo ເປັນຊາວອາເມຣິກັນຄົນທີ່ຫ້າ ທີ່ຖືກວິນິດໄສວ່າ ຕິດເຊື້ອອີໂບລາ.
ແລະຢູ່ໃນປະເທດສະເປນ ນາງພະຍາບານຄົນນຶ່ງ ທີ່ໄດ້ຊ່ວຍປິ່ນປົວຄົນປ່ວຍຍ້ອນອີໂບ
ລາ ຢູ່ໂຮງໝໍແຫ່ງນຶ່ງໃນນະຄອນຫລວງ Madrid ກໍໄດ້ຕິດເຊື້ອໄວ ຣັສດັ່ງກ່າວ ແລະໄດ້
ກາຍມາເປັນຄົນທຳອິດ ທີ່ຕິດເຊື້ອອີໂບລາ ຢູ່ນອກຂົງເຂດ ອາຟຣິກາຕາເວັນຕົກ.
ພາບກ່ຽວກັບ ຈາກນະຄອນ Madrid ກ່ຽວກັບນາງພະຍາບານ ທີ່ຕິດເຊື້ອອີໂບລາ: