ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Banbury ກ່າວວ່າ ວິກິດການ ອີໂບລາ ອາດຈະ ສິ້ນສຸດລົງ ໃນປີ 2015 ນີ້


ທ່ານ Anthony Banbury ຫົວໜ້າຮັບຜິດຊອບ ໃນການຮັບມື ກັບອີໂບລາ ຂອງ ສປຊ.
ທ່ານ Anthony Banbury ຫົວໜ້າຮັບຜິດຊອບ ໃນການຮັບມື ກັບອີໂບລາ ຂອງ ສປຊ.

ຫົວໜ້າປະຕິບັດງານເພື່ອປາບປາມອີໂບລາຂອງສະຫະປະຊາ
ຊາດທີ່ກຳລັງຈະພົ້ນຈາກຕຳແໜ່ງ ກ່າວວ່າ ການແຜ່ລະບາດທີ່
ຮ້າຍແຮງສຸດຂອງພະຍາດດັ່ງກ່າວ ສາມາດສິ້ນສຸດລົງພາຍໃນ
ທ້າຍປີນີ້.

ທ່ານ Anthony Banbury ກ່າວຄຳປາໄສເທື່ອສຸດທ້າຍຂອງ
ທ່ານໃນຖານະຫົວໜ້າປະຕິບັດງານຮັບມືສຸກເສີນກັບອີໂບລາ
ໃນວັນສຸກວານນີ້.

ໃນຄຳປາໄສ ທີ່ນະຄອນຫຼວງ Accra ປະເທດ Ghana ທ່ານ
ໄດ້ເວົ້າເຖິງຄວາມຄືບໜ້າທີ່ສຳຄັນໃນການຕໍ່ສູ້ກັບອີໂບລານັບ ຕັ້ງແຕ່ທ່ານໄດ້ຖືກແຕ່ງຕັ້ງໃຫ້ເຂົ້າ ຮັບຕຳແໜ່ງ ໃນເດືອນກັນຍາປີກາຍ ແຕ່ກໍກ່າວຕື່ມວ່າ ວິກິດການນີ້ແມ່ນຍັງຫ່າງໄກຢູ່ທີ່ຈະໝົດສິ້ນໄປ. ທ່ານກ່າວຢ້ຳວ່າ ການບັນລຸ 0 ກໍລະນີໃນ ການລະບາດຂອງອີໂບລາ ແມ່ນທາງອອກພຽງຢ່າງດຽວເທົ່ານັ້ນ ທີ່ຮັບເອົາໄດ້.

ທ່ານ Anthony Banbury ຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ສະຫະປະຊາຊາດແລະ ຫົວໜ້າປະຕິບັດງານຮັບມືສຸກເສີນກັບອີໂບລາ ກ່າວວ່າ “ມັນຈະເປັນການຍາກຫລາຍສຳ ຫລັບພວກເຮົາ ທີ່ຈະເຮັດໃຫ້ກໍລະນີແຜ່ລະບາດ ຫລຸດລົງເປັນ 0 ແຕ່ນັ້ນຄືສິ່ງທີ່ພວກເຮົາ ຈະເຮັດ. ນັ້ນແມ່ນທາງອອກ ພຽງຢ່າງດຽວເທົ່ານັ້ນທີ່ຮັບເອົາໄດ້. ສິ່ງໃດກໍຕາມທີ່ບໍ່ເຖິງລະ ດັບດັ່ງກ່າວກໍຈະເປັນຄວາມລົ້ມແຫຼວແຕ່ພວກເຮົາຈະປະສົບກັບຄວາມສຳເລັດໂລກຂອງ ເຮົາຈະສຳເລັດຜົນໃນການຍຸດຕິການລະບາດຂອງອີໂບລາ.”

ທ່ານ Banbury ເວົ້າວ່າ ເວລາການປະຕິບັດງານຂອງອົງການສະຫະປະຊາຊາດເລີ້ມຂຶ້ນ ໃນປີກາຍນີ້ ໄດ້ມີການທຳນາຍວ່າ ອາດມີຫລາຍເຖິງ 1 ລ້ານ 4 ແສນຄົນ ຈະຕິດເຊື້ອພະ ຍາດນີ້ ພາຍໃນຕົ້ນປີ 2015. ແຕ່ຈຳນວນຜູ້ຕິດເຊື້ອ ແມ່ນຢູ່ໃນລະດັບ 20,206 ຄົນ ອີງ ຕາມອົງການອະນາໄມໂລກ. ມີຫຼາຍກວ່າ 7,900 ຄົນໄດ້ເສຍຊີວິດຍ້ອນພະຍາດດັ່ງກ່າວ.

ທ່ານ Ismail Cheikh Ahmed ຊຶ່ງເປັນເຈົ້າໜ້າທີ່ອະວຸໂສດ້ານມະນຸດສະທຳ ຈະເຂົ້າຮັບ ໜ້າທີ່ເປັນຫົວໜ້າປະຕິບັດງານສະຫະປະຊາຊາດເພື່ອຮັບມືກັບອີໂບລາ ໃນວັນເສົາມື້ນີ້.

EBOLA VOSOTVO
please wait
Embed

No media source currently available

0:00 0:00:45 0:00

XS
SM
MD
LG