ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຕ້ອງສົງໄສ ໂຈມ​ຕີ​ກົງ​ສຸນ ສຫລ ​ຢູ່​ເມືອງ Benghazi ຖືກນໍາໂຕຂຶ້ນສານ ທີ່ວໍຊິງຕັນ ​


 ລົດຄັນນຶ່ງທີ່ເຊື່ອວ່າ ໄດ້ນໍາເອົາທ້າວ Mustafa al-Imam ອອກຈາກສານ ລັດຖະບານກາງຂອງສະຫະລັດ ​ໃນ​ນະຄອນ​ຫລວງວໍ​ຊິງ​ຕັນ ​ໃນ​ວັນທີ 3 ພະຈິກ ປີ 2017.
ລົດຄັນນຶ່ງທີ່ເຊື່ອວ່າ ໄດ້ນໍາເອົາທ້າວ Mustafa al-Imam ອອກຈາກສານ ລັດຖະບານກາງຂອງສະຫະລັດ ​ໃນ​ນະຄອນ​ຫລວງວໍ​ຊິງ​ຕັນ ​ໃນ​ວັນທີ 3 ພະຈິກ ປີ 2017.

ນັກຫົວຮຸນແຮງ​ຄົນ​ນຶ່ງ ທີ່​ຖືກ​ກ່າວ​ຫາ​ວ່າ ມີ​ສ່ວນ​ກ່ຽວຂ້ອງ​ກັບການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ
​ໃນ​ປີ 2012 ​ໃສ່​ສະຖານກົງ​ສຸນສະຫະລັດ​ຢູ່​ເມືອງ Benghazi ປະເທດ​ລີ​ເບຍ​ນັ້ນ ​ໄດ້
ໄປ​ປາກົດ​ໂຕ​ຢູ່​ສານ​ລັດຖະບານ​ກາງຂອງ​ສະຫະລັດ​ໃນ​ນະຄອນ​ຫລວງວໍ​ຊິງ​ຕັນ ​ໃນ
​ວັນ​ສຸກ​ວານ​ນີ້ ຊຶ່ງ​ຜູ້ກ່ຽວ ​ໄດ້​ຖືກ​ສັ່ງ​ໃຫ້ເຈົ້າໜ້າທີ່ຄຸມ​ຂັງ​ໄວ້ ​ຈົນ​ກວ່າ​ຈະ​ມີ​ການ​ຮັບ​ຟັງ
​ຄຳໃຫ້ການ​ໃນ​ຂັ້ນຕົ້ນ​ໃນ ​ວັນ​ພະຫັດ​. ​

ທ້າວ Mustafa al-Iman ຄົນສັນຊາດ​ລີ​ເບຍ ​ຖືກ​ກ່າວ​ຫາ​ໃນ​ຖານ "ຂ້າ​ຄົນ ຄົນ​ນຶ່ງ​
ໃນ​ໄລຍະ​ທີ່ທໍາ​ການ​ໂຈມຕີ​ສະຖານ​ທີ່ທໍາ​ງານ​ຂອງ​ລັດຖະບານ​ກາງ" ​ແລະ​ສະໜອງ "ການສະໜັບສະໜຸນທາງວັດຖຸ​ໃຫ້​ແກ່​ພວກ​ກໍ່ການ​ຮ້າຍ ທີ່​ພາ​ໃຫ້ມີ​ການ​ເສຍ​ຊີ​ວິດ."

​ການ​ກ່າວ​ຫາດັ່ງກ່າວນັ້ນ ​ແມ່ນ​ມາ​ຈາກ​ການ​ໂຈມ​ຕີ​ທີ່​ເກີດ​ຂຶ້ນ​ໃນວັນ​ທີ 11 ກັນຍາ ປີ
2012 ຢູ່​ສະຖານກົງສຸນ ​ຂອງ​ສະຫະ​ລັດ ທີ່ເມືອງ Benghazi ​ໂດຍ​ພວກຫົວຮຸນແຮງ
ອິສລາມ​ໄດ້​ເຮັດ​ໃຫ້​ເອກ​ອັກຄະ​ລັດຖະທູດ Christopher Stevens ຂອງ​ສະຫະລັດ
​ແລະ​ຊາວ​ອາ​ເມຣິກັນອື່ນໆອີກສາມ​ຄົນ​ເສຍ​ຊີວິດ.

ປະທານາທິບໍດີສະຫະລັດ ທ່ານ ດໍ​ໂນ​ລ ທຣໍາປະກາດ​ໃນ​ອາທິດ​ແລ້ວນີ້ວ່າທ້າວ
Mustafa al-Iman ​ໄດ້​ຖືກ​ຈັບ​ແລ້ວ ​ແລະທ່ານ​ໄດ້ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ
ຂອງ​ທໍານຽບຂາວວ່າ "ຄວາມ​ຊົງ​ຈໍາ​ຂອງ​ພວກ​ເຮົາ​ແມ່ນ​ເລິກ​ເຊິ່ງ ​ແລະ​ເອື້ອມມື​ຂອງ
​ພວກ​ເຮົາ ​ແມ່ນ​ຍາວ ​ແລະ​ພວກ​ເຮົາ​ຈະ​ບໍ່ລົດ​ລະຄວາມ​ພະຍາຍາມ​ຂອງ​ຕົນ ​ໃນ​ການ
​ຊອກ​ຫາ ​ແລະ​ນໍາ​ເອົາພວກກໍ່ກໍາ​ທໍາ​ເຂັນຢູ່​ໃນ​ການ​ໂຈມ​ຕີ​ທີ່​ໂຫດຮ້າຍ​ທີ່​ສຸດ ​ໃນເມືອງ
Benghazi ນັ້ນມາ​ລົງ​ໂທດ​ໃຫ້​ໄດ້."

ການ​ໂຈມ​ຕີ​ດັ່ງກ່າວ​ໄດ້​ພາ​ໃຫ້​ມີກາ​ນ​ສືບສວນ​ຂອງ​ລັດຖະສະພາ ​ເປັນ​ເວລາ​ຍາວ​ນານ
​ແລະ​ມີ​ການ​ຮັບ​ຟັງ​ຄຳໃຫ້ການ​ຫລາຍໆຄັ້ງ ​ເພື່ອ​ຈະ​ຕັດສິນ​ໄດ້​ວ່າອະດີດລັດຖະມົນຕີ
ກະຊວງ​ການ​ຕ່າງປະ​ເທດ ​ແລະ​ເຈົ້າໜ້າທີ່​ຂັ້ນສູງ​ຂອງ​ສະຫະລັດ​ຄົນ​ອື່ນໆບໍ່​ເອົາ​ໃຈ​ໃສ່
ຕໍ່ຄໍາ​ເຕືອນ​ໃຫ້​ເພີ້ມການ​ຮັກສາ​ຄວາມ​ປອດໄພ ​ຢູ່​ໃນ​ສະຖານກົງສຸນ​ແຫ່ງ​ນັ້ນ ຍ້ອນ
​ຢ້ານວ່າ ​ອາດ​ມີ​ການກໍ່ຄວາມ​ຮຸນ​ແຮ​ງຂຶ້ນນັ້ນ ຫລືບໍ່.

​ເຖິງ​ແມ່ນ​ວ່າ​ມີ​ການຮັບ​ຟັງ​ຄຳໃຫ້ການຫລາຍໆຄັ້ງ ​ແລະ​ການ​ສືບສວນ​ທີ່​ນໍາພາ​ໂດຍ
​ພັກ​ຣີພັບ​ບິ​ກກັນກໍ​ຕາມ ​ແຕ່​ກໍ​ບໍ່ມີ​ຫລັກ​ຖານ​ພິສູດ​ໃຫ້​ເຫັນ​ວ່າ ທ່ານ​ນາງ​ຄລິນ​ຕັນ
ຫລື ກະຊວງ​ການ​ຕ່າງປະ​ເທດ ກະທໍາ​ຜິດ​ແຕ່​ຢ່າງ​ໃດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

U.S. Benghazi
please wait
Embed

No media source currently available

0:00 0:00:59 0:00

XS
SM
MD
LG