ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫຼັກ​ເມືອງ​ສໍາຄັນຂອງ​ໂລກ ​ໄດ້ຕົກ​ຢູ່​ໃນ​ຄວາມ​ມືດ ໃນລະຫວ່າງ ຊົ່ວໂມງໂລກ


ພາບກ່ອນແລະຫຼັງ ຊົ່ວໂມງໂລກ ຂອງຫຼັກເມືອງທີ່ສໍາຄັນ ຂອງນະຄອນຫຼວງລອນດອນ ຂອງອັງກິດ ທີ່ຕົກຢູ່ໃນຄວາມມືດ ໃນຄືນວັນທີ 22 ມີນາ 2013.
ພາບກ່ອນແລະຫຼັງ ຊົ່ວໂມງໂລກ ຂອງຫຼັກເມືອງທີ່ສໍາຄັນ ຂອງນະຄອນຫຼວງລອນດອນ ຂອງອັງກິດ ທີ່ຕົກຢູ່ໃນຄວາມມືດ ໃນຄືນວັນທີ 22 ມີນາ 2013.
​ຫຼັກ​ເມືອງ​ທີ່​ສໍາຄັນໆ​ຂອງ​ໂລກ​ຈໍານວນ​ນຶ່ງ ​ໄດ້​ຕົກ​ຢູ່​ໃນ​ຄວາມ​ມືດນຶ່ງ​ຊົ່ວ​ໂມງ ເມື່ອ​ຄືນ​ວັນເສົາ​ວານ​ນີ້ ​ເພື່ອ​ເປັນ​ຂີດ​ໝາຍ ຊົ່ວໂມງໂລກ ຫຼື Earth Hour ຊຶ່ງ​ເປັນ​ເຫດການ​ທີ່​ຈັດ​ຂຶ້ນ​ໂດຍ ​ກອງ​ທຶນສັດ​ແລະ​ພືດ​ປ່າ​ໂລກ ​ເພື່ອ​ສ້າງ​ໃຫ້​ເກີດ​ຄວາມ​ຕື່ນ​ຕົວ​ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ.

​ຫໍ​ Eiffel ທີ່ປະ​ເທດ​ຝຣັ່ງ, ຕຶກ Empire State ຂອງ​ລັດ​ນີວຢ໊ອກ ອະນຸສາວະລີ​ສັນຕິ ພາບ Hiroshima ຂອງ​ຍີ່ປຸ່ນ ​ແລະ ພະລາດ​ຊະ​ວັງ Buckingham ​ແລະ​ສະພານ Tower Bridge ຂອງ​ອັງກິດ ແມ່ນ​ຮວມ ຢູ່​ໃນ​ສະຖານ​ທີ່​ສໍາຄັນ​ຈໍານວນ​ນຶ່ງ ​ທີ່​ມອດໄຟ​ເປັນ​ເວ​ລາ​ນຶ່ງ​ຊົ່ວ​ໂມງ.

ຫຼາຍໆຄອບຄົວ ກໍ​ໄດ້​ປະກອບສ່ວນ​ໃນເຫດການດັ່ງກ່າວ ຊຶ່ງ​ບັນດາ​ຜູ້​ຈັດ​ ປະເມີນ​ວ່າ​ ມີຫຼາຍຮ້ອຍ​ລ້ານ​ຄົນ ​ໃນ 150 ປະ​ເທດ ພາກັນ​ມອດ​ໄຟຢູ່​ໃນເຮືອນຂອງ​ພວກ​ເຂົາ​ເ​ຈົ້າ ​ເພື່ອສະ​ແດງ​ການ​ສະໜັບສະໜຸນ​ໂລກ.

​ເຫດການຊົ່ວ​ໂມງ​ໂລກດັ່ງກ່າວນີ້ ປາກົດ​ວ່າ​ມີ​ຜູ້​ປະກອບສ່ວນ​ເພີ່ມຫຼາຍຂຶ້ນ​ໃນ​ແຕ່ລະ​ປີ ນັບ​ຕັ້ງ​ແຕ່​ໄດ້​ເລີ່​ມຕົ້ນ​ຈັດ​ເຫດການ​ນີ້​ຂຶ້ນມາ​ ທີ່​ນະຄອນ Sydney ປະ​ເ​ທດອອສ​ເຕຣ​ເລຍ ​ໃນ​ປີ 2007.
XS
SM
MD
LG