ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ທ່ານນາງ Nuland ລາຍງານ ຕໍ່ກຳມະການ ສະພາສູງ ກ່ຽວກັບ ເລື້ອງຢູເຄຣນ


ທະຫານຣັດເຊຍ ທີ່ໜູນຫລັງພວກແບ່ງແຍກດິນແດນ ນິຍົມຣັດເຊຍ ກຳລັງທຳຄວາມສະອາດອາວຸດ.
ທະຫານຣັດເຊຍ ທີ່ໜູນຫລັງພວກແບ່ງແຍກດິນແດນ ນິຍົມຣັດເຊຍ ກຳລັງທຳຄວາມສະອາດອາວຸດ.

ນັກ​ການ​ທູດ​ສູງ​ສຸດ​ສະຫະລັດ ຄົນ​ນຶ່ງ ປະຈຳ​ຢູ​ໂຣບ ກ່າວ​ວ່າ
ປະຊາຊົນຢູ່ໃນເຂດສ່ວນ​ໃຫຍ່​ຂອງ​ພາ​ກຕາ​ເວັນ​ອອກຢູ​ເຄຣນ
ທີ່ປະສົບກັບໄພສົງຄາມ​ແລະເຂດ Crimea ກຳລັງດຳລົງຊີວິດ​
ຢູ່​ພາຍ​ໃຕ້ “ສະພາບການ ​ທີ່​ໜ້າ​ຢ້ານ​ກົວ” ​ຍ້ອນການຫລັ່ງໄຫຼ
ຄັ້ງໃໝ່ຂອງ​ອາວຸດ​ສົງຄາມຈາກຣັດ​ເຊຍເຂົ້າໄປໃນຂົງເຂດດັ່ງ
ກ່າວ.

​ລັດຖະມົນຕີຊ່ອຍວ່າການກະຊວງ​ຕ່າງປະ​ເທດສະຫະລັດ ທ່ານ
​ນາງ Victoria Nuland ​ໄດ້ລາຍ​ງານ ໃນ​ວັນ​ອັງຄານ​ວານ​ນີ້​ ຕໍ່
ຄະນະ​ກຳມະການຄວາມສຳພັນ ກັບຕ່າງປະ​ເທດ ຂອງສະພາສູງ
ວ່າ ບັນດາ​ລົດ​ຖັງ ລົດຫຸ້ມ​ເກາະ ​ແລະ​ປືນ​ໃຫຍ່​ຂອງຣັດ​ເຊຍ ​ໄດ້​
ຫລັ່ງ​ໄຫລ​ຂ້າມ​ຊາຍ​ແດນ​ ຫວ່າງ​ບໍ່​ເທົ່າໃດ​ມື້​ທີ່​ຜ່ານ​ມານີ້.

ທ່ານນາງ ກ່າວວ່າ “ຣັດ​ເຊຍ ​ແລະ​ພວກຫຸ່ນ​ກະບົດ ​ແບ່ງ​ແຍກ​ດິນ​ແດນ​ ​ໄດ້ກໍ່ ຄວາມຮຸນ
ແຮງ​ ​ແລະ​ປຸ້ນ​ສະດົມຢ່າງໂຫດຮ້າຍຈົນບໍ່ສາມາດທີ່ຈະອະທິບາຍໄດ້. ນີ້​ເປັນ​ການ​ສ້າງ​
ຄວາມຂັດ​ແຍ້​ງ ທີ່​ຄວບ​ຄຸມ​ໂດຍ​ ວັງ Kremlin ທີ່ໄດ້ຮັບແຮງ ຂັດດັນໂດຍລົດ​ຖັງຣັດ​ເຊຍ
​ແລະ​ອາວຸດ​ໜັກ​ຕ່າງໆ ​ພ້ອມທັງໄດ້​ຮັບເງິນ​ສະໜັບສະໜຸນ ຈາກເງິນພາສີຊາວຣັດ​ເຊຍ​.”

Report: Human Rights in Annexed Crimea Deteriorating
please wait

No media source currently available

0:00 0:03:14 0:00

ນອກນັ້ນ ທ່ານ​ນາງ Nuland ຍັງ​ໄດ້​ກ່າວ​ຕໍ່​ຄະນະ​ກຳມະ​ການວ່າ ລັດຖະບານ ທ່ານ
Obama ຍັງ​ບໍ່​ທັນ​ໄດ້​ຕັດສິນ​ໃຈເທື່ອ​ວ່າ ຈະ​ສົ່ງ​ອາວຸດສຳຫລັບໃຊ້ປ້ອງກັນໂຕ ໄປ​ໃຫ້
ລັດຖະບານ Kyiv ຫລືບໍ່ ​ໃນ​ການ​ສູ້​ລົບຕ້ານ ພວກ​ແບ່ງ​ແຍກ​ດິນ​ແດນທີ່​ໜູນ​ຫລັງ​ໂດຍ
ຣັດ​ເຊຍ ​ໃກ້​ກັບ​ຊາຍ​ແດນຣັດ​ເຊຍນັ້ນ. ທ່ານ​ນາງ​ກ່າວ​ອີກ​ວ່າ ການ​ເຈລະຈາກ່ຽວກັບ
ການໃຫ້ຄວາມຊ່ວຍ​ເຫລືອດັ່ງ​ກ່າວ ຍັງ​ດຳ​ເນີນ​ຢູ່ ​ໃນ​ຂະນະ​ທີ່ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະ
ບານທ່ານໂອບາມາ ຕິດຕາເບິ່ງການ​ຢຸດ​ຍິງ ທີ່​ໄດ້​ບັນລຸ​ກັນ​ໃນ​ວັນ​ທີ 15 ​ເດືອນ​ກຸມພາ
ຜ່ານມາ.

​ໃນເຫດການອີກດ້ານນຶ່ງນັ້ນ ​ເອກ​ອັກຄະ​ລັດຖະທູດ​ເຢຍຣະມັນ ​ປະຈຳ​ສະຫະລັດ ທ່ານ
Peter Wittig ກ່າວ​ໃນ​ວັນ​ຈັນ​ທີ່​ຜ່ານ​ມານີ້​ວ່າ ປະທານາທິບໍດີ Barack Obama ​ໄດ້​
ຕັດສິນ​ໃຈທີ່ຈະ​ບໍ່​ສົ່ງ​ອາວຸດ​ຮ້າຍ​ແຮງ​ໄປໃຫ້ Kyiv ​ໃນ​ເວລາ​ນີ້ເທື່ອ ຫລັງ​ຈາກ​ໄດ້ເຈລະ
ຈາຫາລື​ຫວ່າງ​ມໍ່​ໆມາ​ນີ້​ກັບນາຍົກລັດຖະມົນຕີ ​ເຢຍຣະມັນ ທ່ານ​ນາງ Angela Merkel.

War in Ukraine Leaves Many Elderly in a Vulnerable Position
please wait

No media source currently available

0:00 0:02:54 0:00

XS
SM
MD
LG