ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​​ສູ້​ລົບໃນ​ພາກ​ຕາ​ເວັນ​ອອກ​ຂອງ ຢູ​ເຄ​ຣນ ກຳ​ລັງ​ຮຸນ​ແຮງ​ຂຶ້ນ


ສົບ​ຄົນ​ຕາຍ​ຖືກ​ປົກ​ດ້ວຍ​ຜ້າ​ຢາງ ລຸນຫຼັງ​ການ​ຖິ້ມ​ລະ​ເບີດ​ຂອງ​ຣັດ​ເຊຍ ​ໃສ່​ໂຮງ​ງານ​ແຫ່ງ​ນຶ່ງ​ໃນ​ເມືອງ ຄ​ຣາ​ມາ​ຕອ​ສຄ໌ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ. 19 ເມ​ສາ, 2022.
ສົບ​ຄົນ​ຕາຍ​ຖືກ​ປົກ​ດ້ວຍ​ຜ້າ​ຢາງ ລຸນຫຼັງ​ການ​ຖິ້ມ​ລະ​ເບີດ​ຂອງ​ຣັດ​ເຊຍ ​ໃສ່​ໂຮງ​ງານ​ແຫ່ງ​ນຶ່ງ​ໃນ​ເມືອງ ຄ​ຣາ​ມາ​ຕອ​ສຄ໌ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ. 19 ເມ​ສາ, 2022.

ຢູ​ເຄ​ຣນ​ໄດ້​ກ່າວ​ໃນ​ວັນ​ພຸດ​ມື້ນີ້​ວ່າ ​ມັນ​ໄດ້​ມີ​ການ​ຕົກ​ລົງ​ກັນ​ເບື້ອງ​ຕົ້ນ​ກັບ​ຣັດ​ເຊຍ ເພື່ອ​ອົບ​ພະ​ຍົບ​ພົນ​ລະ​ເຮືອນ​ອອກ​ຈາກ​ເມືອງ​ມາ​ຣີ​ອູໂປ​ລ​ທີ່​ຖືກ​ປິດ​ລ້ອມ, ໃນ​ຂະ​ນະ​ທີ່​ຣັດ​ເຊຍ ​ໄດ້​ຮຽກ​ຮ້ອງກອງ​ທະ​ຫານ​ຢູ​ເຄ​ຣນ​ທີ່​ຍັງ​ເຫຼືອ​ຢູ່ ​ໃຫ້​ຍົມ​ຈຳ​ນົນ.

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຢູ​ເຄ​ຣນ​ທ່ານ​ນາງ ໄອ​ຣີ​ນາ ເວ​ເຣ​ຊຸກ ໄດ້​ກ່າວ​ວ່າຂໍ້​ຕົກ​ລົງ​ສຳ​ລັບ​ເສັ້ນ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ຈະ​ອະ​ນຸ​ຍາດ​ໃຫ້​ແມ່​ຍິງ, ເດັກ​ນ້ອຍ ແລະ ຄົນ​ຊະ​ລາ ​ໜີ​ອອກ​ໄປ.

ທ່ານ​ນາງເວ​ເຣ​ຊຸກ​ໄດ້​ກ່າວ​ເພີ່ມ​ເຕີມ​ໃນ​ເຟ​ສ​ບຸກວ່າ “ຍ້ອນ​ສະ​ຖາ​ນະ​ການ ​ທີ່​ຫາ​ຍະ​ນະ​ດ້ານ​ມະ​ນຸດ​ສະ​ທຳ ​ໃນ​ເມືອງ​ມາ​ຣີ​ອູ​ໂປ​ລ, ນີ້​ແມ່ນ​ສິ່ງ​ທີ່​ພວກ​ເຮົາ​ຈະ​ເພັ່ງ​ເລັງ​ໃ​ສ່ ​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ພວກ​ເຮົາ​ມື້ນີ້.”

ທ່ານ​ນາງເວ​ເຣ​ຊຸກ ​ໄດ້​ລາຍ​ງານສາມ​ວັນ​ຕິດ​ຕໍ່​ກັນ ໃນ​ການບໍ່​ສາ​ມາດ​ທີ່​ຈະ​ສ້າງ​ເສັ້ນ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ໃດໆ​ໃນເຂດ​ດັ່ງ​ກ່າວ​ຂອງ​ປະ​ເທດ.

ຣັດ​ເຊຍ​ໄດ້​ຕັ້ງເສັ້ນ​ຕາຍ​ໃນ​ວັນ​ພຸດມື້ນີ້​ສຳ​ລັບ​ນັກ​ລົບ​ຢູ​ເຄ​ຣນ​ທີ່​ຈະ​ຍອມ​ຈຳ​ນົນ​ໃນ​ເມືອງ​ມາຣີ​ອູ​ໂປ​ລ, ເຊິ່ງ​ແມ່ນ​ຄຳ​ຂາດ​ຄັ້ງຫຼ້າ​ສຸດ​ຈາກຫຼາຍ​ຄັ້ງ​ທີ່​ຢູ​ເຄ​ຣນ​ໄດ້​ປະ​ຕິ​ເສດ. ​ເສັ້ນ​ຕາຍ​ໃນ​ວັນ​ອັງ​ຄານ​ວານນີ້ ​ໄດ້​ຜ່ານ​ໄປ​ໂດຍຣັດ​ເຊຍ​ເວົ້າ​ວ່າ​ບໍ່​ມີ​ກອງ​ທະ​ຫານ​ຢູ​ເຄ​ຣນ​ໃດໆ​ໄດ້​ຮັບ​ເອົາ​ຂໍ້​ສະ​ເໜີ​ເພື່ອຍອມ​ຈຳ​ນົນ​ໃນ​ການ​ແລກ​ປ່ຽນ​ກັບ​ຄວາມ​ປອດ​ໄພ.

ຄວາມ​ຄືບ​ໜ້າ​ໃນ​ເມືອງ​ມາ​ຣີ​ອູໂປ​ລ​ໄດ້​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ຣັດ​ເຊຍ ໄດ້​ສືບ​ຕໍ່​ທີ່​ຈະ​ເພີ່ມ​ການ​ມີ​ໜ້າ​ທາງ​ທະ​ຫານ​ຂອງ​ພວກ​ເຂົາ​ໃນ​ພາກ​ພື້ນດອນ​ບາ​ສ ທີ່​ມີ​ຄວາມ​ສຳ​ຄັນ​ດ້າ​ນ​ຍຸດ​ທະ​ສາດ. ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ອັງ​ກິດ​ໄດ້​ກ່າວ​ໃນ​ວັນ​ພຸດ​ມື້ ນີ້​ວ່າ​ການ​ຕໍ່​ສູ້​ໃນ​ພາກ​ພື້ນ​ດັ່ງ​ກ່າວ “ແມ່ນ​ກຳ​ລັງ​ຮຸນ​ແຮງ​ຂຶ້ນ” ໃນ​ຂະ​ນະ​ທີ່ກອງ​ກຳ​ລັງ​ຣັດ​ເຊຍ​ໄດ້​ພະ​ຍາ​ຍາມ​ທີ່​ຈະເອົາ​ຊະ​ນະ​ການ​ປ້ອງ​ກັນ​ຕ່າງໆ​ຂອງ​ຢູ​ເຄຣນ.

ກະ​ຊວງ​ດັ່ງ​ກ່າວ​ໄດ້​ເວົ້າ​ວ່າ “ການ​ໂຈມ​ຕີ​ຕ່າງໆ​ຂອງ​ຣັດ​ເຊຍ ​ໃສ່​ຕົວ​ເມືອງ​ທັງຫຼາຍ​ທົ່ວ​ຢູ​ເຄ​ຣນ ໄດ້​ສະ​ແດງ​ໃຫ້​ເຫັນ​ເຈ​ຕະ​ນາ​ຂອງ​ພວກ​ເຂົາ​ທີ່​ພະ​ຍາ​ຍາມ ແລະ ກໍ່ກວນ​ການ​ເຄື່ອນ​ໄຫວ​ຂອງ​ການ​ເສີມ​ກຳ​ລັງ ແລະ ອາ​ວຸດ​ໄປ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ.”

ປະ​ທານ​ສະ​ພາ​ຢູ​ໂຣບ ທ່ານ ຊາ​ລ​ສ໌ ມິ​ແຊ​ລ ໄດ້​ທຳ​ການ​ປະ​ກາດ​ຢ້ຽມ​ຢາມ​ນະ​ຄອນຫຼວງ ກີ​ຢິບ ໃນ​ວັນ​ພຸດມື້ນີ້, ເຊິ່ງ​ແມ່ນ​ການ​ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ຄັ້ງຫຼ້າ​ສຸດ​ຈາກ​ບັນ​ດາ​ຜູ້​ນຳ​ຢູ​ໂຣບ ຜູ້​ທີ່​ໄດ້​ເດີນ​ທາງ​ໄປ​ຢູ​ເຄ​ຣນ​ໃນ​ບໍ່​ເທົ່າ​ໃດ​ອາ​ທິດ​ທີ່​ຜ່ານ​ມາ.

ທ່ານ​ມິ​ແຊ​ລ ໄດ້​ຂຽນ​ຂໍ້​ຄວາມ​ລົງ​ໃນ​ທວິດ​ເຕີ​ວ່າ “ໃນ​ໝາກ​ຫົວ​ໃຈ​ຂອງ​ຢູ​ໂຣບ​ທີ່​ເສ​ລີ ແລະ ປະ​ຊາ​ທິ​ປະ​ໄຕ.”

ອ່ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG