ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄົນງານ 33 ຄົນ ເສຍຊີວິດ ໃນເຫດລະເບີດ ທີ່ບໍ່ຖ່ານຫິນ ຢູເຄຣນ


ບັນດາ​ເຈົ້າ​ໜ້າ​ທີ່ຢູ​ເຄຣນກ່າວ​ວ່າ ເຫດລະ​ເບີດ​ທີ່​ບໍ່ຖ່ານ​ຫິນ
​ແຫ່ງ​ນຶ່ງ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ​ທີ່ຢູ່​ພາຍ​ໃຕ້​ການ
​ຄວບ​ຄຸມ​ຂອງ​ພວກ​ກະບົດ ​ໄດ້​ສັງຫານ​ພວກ​ພະນັກງານ​ໃນ​
ບໍ່​ຢ່າງ​ໜ້ອຍ 33 ຄົນ.

​ໂຄສົກ​ລັດຖະບານ​ໄດ້​ຢືນຢັນ​ຈຳນວນ​ຜູ້​ເສຍ​ຊີວິດດັ່ງກ່າວ
​ຕໍ່​ວີ​ໂອ​ເອ ແຕ່ພວກ​ເຈົ້າ​ໜ້າ​ທີ່ ​ຝ່າຍ​ຫົວ​ແບ່ງ​ແຍກ ​ໄດ້​ລາຍ​
ງານ​ໃຫ້​ຮູ້​ວ່າ ມີ​ຜູ້​ເສຍ​ຊີວິດ​ພຽງ​ຄົນ​ດຽວ​ເທົ່າ​ນັ້ນ.

ການ​ປະຕິບັດ​ງານ​ຊ່ອຍ​ກູ້​ໄພ​ ພວມ​ດຳ​ເນີນ​ໄປ​ໃນ​ເວລາ​ນີ້ ​
ເພື່ອ​ຫາ​ທາງ​ເຂົ້າ​ໄປ​ຫາ​ພວກ​ພະນັກງານ​ອື່ນໆ​ອີກ​ຫຼາຍ​ສິບ​
ຄົນ​ ທີ່​ອາດ​ຈະຕົກຄ້າງຢູ່​ ​ໃນ​ບໍ່​ຖ່ານ​ຫິນ Zasyadko ​ໃນ​ເມືອງ Donetsk ນັ້ນ.

ບັນດາ​ເຈົ້າ​ໜ້າທີ່​ທ້ອງ​ຖິ່ນ ກ່າວ​ວ່າ ມີ​ພະນັກງານ​ຫຼາຍ​ກວ່າ 200 ຄົນ​ໃນ​ບໍ່​ດັ່ງກ່າວ​ເວລາ​
ເກີດ​ລະ​ເບີດ​ຂຶ້ນ​ ​ແລະ​ສາ​ເຫດ​ຂອງ​ການລະ​ເບີດ​ນີ້​ຍັງ​ບໍ່​ທັນ​ແຈ້ງ​ຂາວ​ເທື່ອ.

ຜູ້​ສື່​ຂ່າວ​ວີ​ໂອ​ເອ​ໃນ​ສະຖານ​ທີ່​ເກີດ​ເຫດ ກ່າວ​ຕໍ່​ພວກ​ຍາດຕິ​ພີ່ນ້ອງ​ຂອງ​ພວກ​ພະນັກງານ ທີ່ເວົ້າ​ວ່າ ພວກ​ເຂົາ​ເຈົ້າ​ບໍ່​ໄດ້​ຍິນ​ຫຍັງ​ກ່ຽວ​ກັບ​ພວກ​ສະມາຊິກ​ຄອບຄົວ ​ທີ່​ເຮັດ​ວຽກ​ຢູ່​ໃນ
​ບໍ່​ຖ່ານ​ຫິນ​ດັ່ງກ່າວ.

ພະນັກງານ​ໃນ​ບໍ່​ຄົນ​ນຶ່ງກ່າວ​ຕໍ່​ວີ​ໂອ​ເອວ່າ ລາວ​ແລະ​ພວກ​ພະນັກງານ​ອີກ 7 ຄົນ​ສາມາດ
ເອົາ​ໂຕ​ລອດ​ມາ​ໄດ້​ເວລາ​ເກີດເຫດລະ​ເບີດຂຶ້ນເພາະວ່າພວກ​ເຂົາ​ເຈົ້າ​ບໍ່ໄດ້​ລົງ​ໄປ​ໃນ​ບໍ່
ເລິກ​ປານ​ໃດ.

ອົງການ​ຂ່າວນິຍົມພວກ​ຫົວແບ່ງ​ແຍກ​ໃນເມືອງ Donetsk​ ອ້າງ​ຄຳ​ເວົ້າ​ຂອງ​ບັນດາ​ເຈົ້າ​
ໜ້າ​ທີ່​ວ່າ ເຫດລະ​ເບີດ​ດັ່ງກ່າວ ປາກົດ​ວ່າ ​ເກີດ​ຈາກ ແກັ​ສປະສົມ​ກັບ​ອາກາດ​ແລະ​ບໍ່​ໄດ້​ເກີດ​ຂຶ້ນ​ຈາກ​ການ​ຍິງ​ປືນ​ໃຫຍ່​ໂຈມຕີ.

ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ​ໄດ້​ປະ​ເຊີນ​ກັບ​ການ​ສູ້​ລົບ​ກັນ​ມາ​ໄດ້​ເກືອບ​ນຶ່ງ​ປີ​ແລ້ວລະ
ຫວ່າງ​ພວກ​ກະບົດ​ທີ່​ປາກ​ພາສາຣັດ​ເຊຍ ແລະ​ລັດຖະບານ Kyiv ຊຶ່ງ​ເຮັດ​ໃຫ້​ປະຊາຊົນ​ຈຳ
ນວນ​ຫຼາຍ​ກວ່າ 6 ພັນ ຄົນ​ເສຍ​ຊີວິດ​ໄປ​ຍ້ອນ​ຄວາມ​ຮຸນ​ແຮງ​ດັ່ງກ່າວ.

ukraine mine explosion
please wait

No media source currently available

0:00 0:01:00 0:00

XS
SM
MD
LG