ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຽງປືນໃຫຍ່ ດັງຂຶ້ນ ໃນພາກຕາເວັນອອກ ຢູເຄຣນ ແລະ ມີລາຍງານ ແມ່ຍິງຜູ້ນຶ່ງ ເສຍຊີວິດ (ສະໄລດ໌/ວີດີໂອ)


ຮູບປືນໃຫຍ່ຢູເຄຣນ ຖືກທຳລາຍ ໃນເຂດຊານເມືອງ ຂອງເມືອງ Mariupol ໃນພາກໃຕ້ຢູເຄຣນ (6 ກັນຍາ 2014)
ຮູບປືນໃຫຍ່ຢູເຄຣນ ຖືກທຳລາຍ ໃນເຂດຊານເມືອງ ຂອງເມືອງ Mariupol ໃນພາກໃຕ້ຢູເຄຣນ (6 ກັນຍາ 2014)

ປະຊາຊົນໃນເຂດ Donetsk ທາງພາກຕາເວັນອອກຂອງຢູ
ເຄຣນກ່າວວ່າ ໄດ້ຍິນສຽງປືນໃຫຍ່ດັງຂຶ້ນໃກ້ໆສະໜາມບິນ
ໃນວັນອາທິດມື້ນີ້ ຊຶ່ງພາໃຫ້ມີຄວາມຢ້ານກົວຄັ້ງໃໝ່ວ່າ ການ
ຢຸດຍິງ ທີ່ລົງນາມກັນໃນວັນສຸກຜ່ານມານີ້ ໂດຍພວກກະບົດ
ແລະລັດຖະບານ Kyiv ແມ່ນເກືອບຈະພັງທະລາຍລົງແລ້ວ.

ຂະນະດຽວກັນ ເຈົ້າໜ້າທີ່ຢູ່ເມືອງທ່າ Mariupol ກ່າວໃນວັນ
ອາທິດມື້ນີ້ວ່າມີແມ່ຍິງຄົນນຶ່ງເສຍຊີວິດແລະອີກ 3 ຄົນໄດ້ຮັບ
ບາດເຈັບ ໃນການຍິງປືນໃຫຍ່ໂຈມຕີ ທີ່ເລີ້ມຂຶ້ນອີກ ຕໍ່ເມືອງ
ທ່າດັ່ງກ່າວ ເມື່ອຄືນແລ້ວນີ້. ການເສຍຊີວິດທີ່ວ່ານີ້ ແມ່ນພົນ
ລະເຮືອນຜູ້ທຳອິດທີ່ໄດ້ມີການລາຍງານນັບຕັ້ງແຕ່ໄດ້ມີການ
ປະກາດການຢຸດຍິງ.

ການຢຸດຍິງແມ່ນໄດ້ຮັບການອະນຸມັດໃນການເຈລະຈາຢູ່ Belarus ໂດຍຜູ້ຕາງໜ້າຂອງ ລັດຖະບານ Kyiv ຂະບວນການແບ່ງແຍກດິນແດນ ມົສກູ ແລະອົງການຄວາມໝັ້ນຄົງ ແລະການຮ່ວມມືໃນຢູໂຣບ ຫຼື OSCE.

ປະທານາທິບໍດີຢູເຄຣນ ທ່ານ Petro Peroshenko ກ່າວວ່າ ທ່ານໄດ້ໂອ້ລົມ ທາງໂທລະ ສັບກັບປະທານາທິບໍດີຣັດເຊຍ ທ່ານ Vladimir Putin ໃນວັນເສົາວານນີ້ແລະພວກຜູ້ນຳ ທັງສອງໄດ້ເຫັນພ້ອມນຳກັນວ່າ ການຢຸດຍິງໂດຍທົ່ວໄປແລ້ວແມ່ນຍັງໄດ້ຮັບການເຄົາລົບ ຢູ່ຕໍ່ມາ. ຢູເຄຣນແລະອົງການເນໂຕ້ໄດ້ກ່າວຫາມົສກູວ່າ ສະໜອງການຊ່ວຍເຫຼືອໂດຍກົງ ແກ່ພວກກະບົດແບ່ງແຍກດິນແດນ.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Chuck Hagel ໄດ້ກ່າວໃນວັນອາ ທິດມື້ນີ້ທີ່ປະເທດ Georgia ໂດຍເວົ້າເຖິງການເຄື່ອນໄຫວຂອງທ່ານ Putin ເມື່ອໄວໆມາ ນີ້ວ່າ ເປັນອັນຕະລາຍແລະຂາດຄວາມຮັບຜິດຊອບ.

ອົງການນິລະໂທດກຳສາກົນ ກ່າວໃນວັນອາທິດ ມື້ນີ້ວ່າ ສະຖານະການ ທາງພາກພື້ນດິນ ໃນຢູເຄຣນຍັງເຕັມໄປດ້ວຍອັນຕະລາຍແລະຮຽກຮ້ອງໃຫ້ທຸກພັກຝ່າຍຍຸດຕິການລະເມີດ ຕໍ່ກົດລະບຽບໃນການເຮັດສົງຄາມ.

ເລຂາທິການໃຫຍ່ຂອງອົງການນິລະໂທດກຳສາກົນ ທ່ານ Salil Shetty ກ່າວວ່າ ທຸກພັກ ຝ່າຍຢູ່ໃນບັນຫາຂັດແຍ້ງນີ້ ແມ່ນໄດ້ສະແດງໃຫ້ເຫັນ ເຖິງການບໍ່ໃຫ້ຄວາມສົນໃຈ ຕໍ່ຊີວິດ ຂອງພົນລະເຮືອນ ແລະລ່ວງລະເມີດຢ່າງເປີດແປນຕໍ່ພັນທະນາໆຊາດຂອງຕົນ.

UKRAINE CNPK
please wait
Embed

No media source currently available

0:00 0:02:08 0:00

XS
SM
MD
LG