ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພາກຕາເວັນອອກ ຂອງຢູເຄຣນ ມີຄວາມສະຫງົບ ຫຼັງຈາກ ມີການປະກາດ ຢຸດຍິງ (ສະໄລດ໌/ວີດີໂອ)


ພວກ​ກະບົດແບ່ງແຍກດິນແດນ​ນິຍົມ​ເຣັດ​ເຊຍ ໂອ້ລົມກັບປະຊາ ຊົນທ້ອງຖິ່ນ.
ພວກ​ກະບົດແບ່ງແຍກດິນແດນ​ນິຍົມ​ເຣັດ​ເຊຍ ໂອ້ລົມກັບປະຊາ ຊົນທ້ອງຖິ່ນ.

ການ​ຢຸດ​ຍິງ​ລ​ະຫວ່າງ ກຳລັງ​ທະຫານ​ຢູ​ເຄຣນ ​ແລະ​ພວກ​ກະ
ບົດແບ່ງແຍກດິນ ແດນ​ນິຍົມ​ເຣັດ​ເຊຍ ປະກົດ​ວ່າ​ ຍັງໄດ້ຮັບ
ການເຄົາລົບຢູ່ຕໍ່ມາ​ໃນ​ວັນ​ເສົາ​ມື້​ນີ້ ຢູ່​ໃນພາກ​ຕາ​ເວັນ​ອອກ
​ຂອງ​ຢູ​ເຄຣນ ບ່ອນ​ທີ່​ມີການປາກ​ເວົ້າ ​ພາສາຣັດ​ເຊຍ ຊຶ່ງພາ
ໃຫ້ມີ​ຄວາມ​ຫວັງ​ຂື້ນ​ມາວ່າ ຢ່າງໜ້ອຍກໍ​ເປັນ​ການ​ຢຸດຍິງ​ຊົ່ວ
ຄາວ ໃນການສູ້​ລົບ​ທີ່ດຳເນີນມາ​ໄດ້​ຫ້າ​ເດືອນແລ້ວນັ້ນ.

​ເຖິງ​ຢ່າງ​ໃດ​ກໍ​ດີ ຣັດເຊຍປະກາດໃນວັນເສົາມື້ນີ້ວ່າ ຕົນຈະ
ສະແດງປະຕິກິລິຍາ ຕອບໂຕ້ ຖ້າສະຫະພາບຢູໂຣບຫາກ
ທຳການລົງໂທດທາງດ້ານເສດຖະກິດຮອບໃໝ່ຕໍ່ມົສກູເພື່ອ
ເປັນວິທີການກົດດັນໃຫ້ວັງເຄຣັມລິນຍຸດຕິການໃຫ້ຄວາມສະໜັບສະໜຸນ ຕໍ່ພວກກະບົດ ໃນອະດີດສາທາລະນະລັດ ຂອງສະຫະພາບໂຊຫວຽດນັ້ນ. ການລົງໂທດຮອບໃໝ່ນີ້ ກຳ ນົດຈະມີຜົນບັງຄັບໃຊ້ ໃນວັນຈັນຈະມານີ້.

ກະຊວງການຕ່າງປະເທດຣັດເຊຍກ່າວຢູ່ໃນຖະແຫຼງຂ່າວສະບັບນຶ່ງວ່າ ແນ່ນອນ ບໍ່ມີ
ການສົງໄສໃດໆທີ່ວ່າຈະມີປະຕິກິລິຍາຈາກຝ່າຍເຮົາ ຖ້າຫາກມີການລົງໂທດ ເພີ້ມຕື່ມ. ຖະແຫຼງຂ່າວບໍ່ໄດ້ແຈ້ງໃຫ້ຊາບວ່າ ແມ່ນຫຍັງຄືປະຕິກິລິຍາທີ່ຣັດເຊຍ ຈະເອົາ.

ກະຊວງການຕ່າງປະເທດຣັດເຊຍເວົ້າວ່າ ມັນຈະເປັນການດີກວ່າ ທີ່ສະຫະພາບຢູໂຣບ ຈະດຳເນີນງານເພື່ອໃຫ້ການສະໜັບສະໜຸນຕໍ່ການຟື້ນຟູເສດຖະກິດຢູ່ໃນ ພາກຕາ
ເວັນອອກຂອງຢູເຄຣນ.

Ukraine's Refugees in Kyiv Not Ready to Go Home
please wait

No media source currently available

0:00 0:01:53 0:00

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວໃນວັນສຸກວານນີ້​ວ່າ ທ່ານມີທັງ
“ຄວາມ​ຫວັງ” ​ແລະ “ຄວາມສົງໄສ” ທີ່ວ່າ ​ການ​ຢຸດຍິງ ຈະ​ໄດ້ຮັບ ການເຄົາລົບ. ທ່ານຍັງ​
ໄດ້ກ່າວ​ເນັ້ນວ່າ ບັນດາປະເທດຕາ​ເວັນຕົກກຳລັງກະ​ກຽມ​ການ​ລົງ​ໂທດ​ດ້ານ​ເສດຖະກິດ​
ເພີ້​ມຂື້ນ​ຕໍ່ມົສກູ ຖ້າ​ຫາກ​ວ່າ​ວິ​ກິດ​ການ ລະບີດ​ຂຶ້ນ​ຄືນອີກ.

ການ​ຢຸດ​ຍິງ​ແມ່ນໄດ້ຮັບການອະນຸມັດໃນ​ວັນ​ສຸກ​ວານ​ນີ້ ​ໂດຍຄະນະ​ຜູ້ຕາງໜ້າ​ຂອງລັດ
ຖະບານ Kyiv ຂະບວນການ​ຂອງແບ່ງ​ແຍກ​ດິນ​ແດນ ມົສກູ ​ແລະ ອົງການ​ຄວາມ​ໝັ້ນ
ຄົງແລະ​ການຮ່ວມມື​ໃນ​ຢູ​ໂຣບ. ຂໍ້ຕົກລົງດັ່ງກ່າວນີ້ ແມ່ນ​ພາກສ່ວນນຶ່ງຂອງຂໍ້ສະເໜີສັນ
ຕິພາບຂອງຣັດ​ເຊຍ ທີ່​ມອງເຫັນການ​ແລກ​ປ່ຽນ​ບັນດາຊະເລີຍ ​ແລະການຄ້ຳປະກັນ​
ຄວາມ​ປອດ​ໄພ ​ໃຫ້ແກ່​ອົບ​ພະ​ຍົບ ​ແລະ​ບັນດາ​ພະນັກງານ​ໃຫ້ການ​ຊ່ວຍ​ເຫລືອ.

UKRAINE CNPK
please wait
Embed

No media source currently available

0:00 0:01:33 0:00

XS
SM
MD
LG