ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

8 ຄົນ ເສຍຊີວິດ 40 ບາດເຈັບ ໃນເຫດລະເບີດ ຢູ່ພາກຕາເວັນອອກ ອັຟການິສຖານ


ກຳລັງຮັກສາຄວາມສະຫງົບ ອັຟການິສຖານ ຍາມບ່ອນເກີດ ເຫດລະເບີດ ທີ່ເມືອງຈາລາລາບັດ.
ກຳລັງຮັກສາຄວາມສະຫງົບ ອັຟການິສຖານ ຍາມບ່ອນເກີດ ເຫດລະເບີດ ທີ່ເມືອງຈາລາລາບັດ.

ເຫດລະເບີດແຕກຫຼາຍໆຄັ້ງ ໄດ້ສັງຫານພົນລະເຮືອນຢ່າງໜ້ອຍ 8 ຄົນແລະບາດເຈັບ
ອີກ ຫຼາຍກວ່າ 40 ຄົນ ໃນພາກຕາເວັນອອກ ອັຟການິສຖານ ອີງຕາມຄຳເວົ້າຂອງໂຄ
ສົກ ປະຈຳແຂວງ ທີ່ແຈ້ງໃຫ້ວີໂອເອຊາບ.

ທ່ານອາໂທລລາ ຄົກຢານາຍ ໂຄສົກແຂວງນານກາຮາ ໃນພາກຕາເວັນອອກ ອັຟກາ
ນິສຖານກ່າວຕໍ່ອີໂອເອວ່າ ເຫດລະເບີດທີ່ເມືອງຈາລາລາບັດ ຊຶ່ງເປັນເມືອງເອກຂອງ
ແຂວງນານກາຮາ ໃນຕອນເດິກຂອງຄືນແລ້ວທີ່ສະໜາມກິລາໃນລະຫວ່າງການແຂ່ງ
ຂັນຕີຄຣິກເກັດ ທີ່ຄ້າຍຄືກັນກັບການຕີຄີນັ້ນ.

ທ່ານຄົກຢານາຍ ກ່າວວ່າ ລະເບີດໄດ້ແຕກຂຶ້ນ 3 ຄັ້ງ ຢູ່ໃນສະໜາມກິລາປະມານ 11
ໂມງເຄິ່ງຕອນເດິກ ຕາມເວລາທ້ອງຖິ່ນ.

ຮວມຢູ່ໃນພວກທີ່ເສຍຊີວິດນັ້ນ ແມ່ນທ່ານເຮດາຢາຕູລລາ ຊາເຮຍ ກາມາວາລ ຫົວ
ໜ້າປະສານງານ ຊິງຂັນຣາມາດານ ຊຶ່ງເປັນການແຂ່ງຂັນ ຄຣິກເກັດ ໃນລະຫວ່າງ
ເດືອນສັກສິດຣາມາດານ.

ທ່ານນານຈິບບູລລາ ກາມາວາລ ຫົວໜ້າສາທາລະນະສຸກແຂວງນານກາຮາ ກ່າວຕໍ່
ວີໂອເອວ່າ ພວກທີ່ໄດ້ຮັບບາດເຈັບບາງຄົນ ແມ່ນມີອາການສາຫັດ.

ເຈົ້າໜ້າທີ່ຍັງບໍ່ທັນລະບຸເທື່ອວ່າ ເປັນການລະເບີດແບບໃດແທ້ ແລະກ່າວຕໍ່ສື່ມວນ
ຊົນວ່າ ຕຳຫຼວດກຳລັງຢູ່ທີ່ບ່ອນເກີດເຫດ ແລະການສືບສວນກຳລັງດຳເນີນຢູ່.

ຍັງບໍ່ທັນມີກຸ່ມໃດ ອອກມາອ້າງເອົາຄວາມຮັບຜິດຊອບ ໃນການວາງລະເບີດເທື່ອ ແຕ່
ເຈົ້າໜ້າທີ່ສົງໄສວ່າ ກຸ່ມລັດອິສລາມອາດຈະເປັນຜູ້ຢູ່ເບື້ອງຫຼັງໃນການໂຈມຕີຄັ້ງນີ້.

ກຸ່ມກໍ່ການຮ້າຍດັ່ງກ່າວ ເຄີຍທຳການໂຈມຕີ ທີ່ຄ້າຍຄືກັນນີ້ມາແລ້ວຫຼາຍຄັ້ງຢູ່ທີ່ແຂວງ
ນານກາຮາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG