ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ກຳລັງອັຟການິສຖານ ຫຼາຍສິບຄົນ ເສຍຊີວິດ ໃນການໂຈມຕີ ທີ່ ແຂວງກາສນີ


ສະມາຊິກກຸ່ມພວກຕາລີບານ ແລະພວກອື່ນໆ ຢືນເບິ່ງ ການສັງຫານ ຊາຍ 3 ຄົນ ໃນແຂວງກາສນີ, ອັຟການິສຖານ, 18 ເມສາ 2015.
ສະມາຊິກກຸ່ມພວກຕາລີບານ ແລະພວກອື່ນໆ ຢືນເບິ່ງ ການສັງຫານ ຊາຍ 3 ຄົນ ໃນແຂວງກາສນີ, ອັຟການິສຖານ, 18 ເມສາ 2015.

ກຳລັງຮັກສາຄວາມສະຫງົບຂອງອັຟການິສຖານ ຫຼາຍສິບຄົນໄດ້ເສຍຊີວິດໃນໄລຍະ
ຫຼາຍໆມື້ຜ່ານມານີ້ ໃນການສູ້ລົບກັນຢ່າງໜັກກັບພວກຕາລີບານຢູ່ໃນຫຼາຍເຂດຂອງ
ແຂວງກາສນີ ໃນພາກຕາເວັນອອກອັຟການິສຖານ.

ເຈົ້າໜ້າທີ່ສະພາປະຈຳແຂວງຄົນນຶ່ງ ໃນແຂວງກາສນີ ກ່າວໃນວັນອັງຄານມື້ນີ້ວ່າ ພວກຕາລີບານໄດ້ເຂົ້າຄວບຄຸມ 2 ເມືອງ ຄືເມືອງຈາກາຕູ ແລະເມືອງດີຮັກ ຫຼັງຈາກ ການສູ້ລົບກັນຢ່າງໜັກໃນຄືນແລ້ວນີ້. ທ່ານລາຕີກາອັກບາ ເຈົ້າໜ້າທີ່ສະພາປະຈຳແຂວງ
ກ່າວວ່າ ຕຳຫຼວດ 20 ຄົນ ຮວມທັງຜູ້ບັນຊາການຕຳຫຼວດ ແລະຜູ້ບັນຊາການຕຳຫຼວດ
ກອງໜຸນຂອງເມືອງດີຮັກໄດ້ເສຍຊີວິດໃນການສູ້ລົບ. ລັດຖະບານອັຟການິສຖານ ໄດ້ຢືນ
ຢັນວ່າ ມີ12 ຄົນເສຍຊີວິດ.

ພວກກະບົດຕາລີບານໄດ້ສັງຫານເຈົ້າໜ້າທີ່ຮັກສາຄວາມສະຫງົບອີກ 20 ຄົນ
ໃນລະຫວ່າງການສູ້ລົບເທື່ອເມືອງອາລິສຕານ ຊຶ່ງເປັນຫົວເມືອງທີ​ 3ໃນແຂວງກາສນີ ບ່ອນທີ່ພວກຕາລີບານໄດ້ປິດລ້ອມ ຫ້ອງການຂອງລັດຖະບານໃນວັນອາທິດທີ່ຜ່ານມາ.

ພວກກະບົດໄດ້ຖືກຂັບໄລ່ ໂດຍກຳລັງພິເສດ ທີ່ສົ່ງໄປຊ່ອຍກຳລັງຮັກສາຄວາມສະຫງົບ ທາງພາກພື້ນດິນ. ໂຄສົກຂອງກຳລັງທີ່ກ່ຽວຂ້ອງກັບການສູ້ລົບກ່າວວ່າ ທີ່ຕັ້ງຂອງ
ລັດຖະບານທັງໝົດ ແມ່ນຢູ່ພາຍໃຕ້ການຄວບຄຸມຂອງພວກເຂົາເຈົ້າ. ນອກນັ້ນ ທ່ານຍັງ
ກ່າວອ້າງວ່າ ກຳລັງຮັກສາຄວາມສະຫງົບໄດ້ສັງຫານພວກຕາລີບານ 10 ຄົນ ໃນການ
ສູ້ລົບກັນ.

ໂດຍການປະຕິເສດ ຕໍ່ການກ່າວອ້າງຂອງພວກຕາລີບານທີ່ວ່າ ຕົນໄດ້ເຂົ້າຄວບຄຸມ 2 ຫົວເມືອງແລ້ວນັ້ນ ທ່ານອາຣິຟ ນົວ ໂຄສົກຂອງເຈົ້າແຂວງກາສນີ ກ່າວວ່າ ກຳລັງຮັກສາ
ຄວາມສະຫງົບຍັງສູ້ລົບຕໍ່ໄປ ກັບພວກຕາລີບານ ເຖິງແມ່ນຕຳຫຼວດໄດ້ຖືກບັງຄັບ
ໃຫ້ຖອຍອອກໄປ ຈາກກອງບັນຊາການໃຫຍ່ ໃນທັງສອງເມືອງ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG