ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຂະ​ບວນ ລົດທະຫານ ສະຫະລັດ ເດີນທາງຜ່ານ ຢູໂຣບ ເພື່ອຍັບຢັ້ງ ໄພຂົ່ມຂູ່ ຂອງ ຣັດເຊຍ


US troops
please wait
Embed

No media source currently available

0:00 0:02:04 0:00
ລິງໂດຍກົງ

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ນັບ​ຕັ້ງ​ແຕ່​ການ​ຮຸກ​ຮານ ເຂົ້າໄປໃນແຫຼ​ມ Crimea ​ເປັນ​ຕົ້ນ​ມາ, ສະຫະລັດ ​ໄດ້​ກ່າວ​ຫຼາຍ​ຄັ້ງ​ກ່ຽວ​ກັບ​ການ​ຍັບ​ຢັ້ງ​ກາ​ນຄຸກ​ຄາມ​ຂອງ ຣັດ​ເຊຍ ຕໍ່​ບັນດາ​ພັນທະ​ມິດຂ​ອງອົງການ​ NATO ໃນຢູ​ໂຣບ ຕາ​ເວັນ​ອອກ. ​ແຕ່​ວ່າການ​ຍັບ​ຢັ້ງດັ່ງກ່າວ​ນັ້ນ ​ແມ່ນ​ເປັນ​ແນວ​ໃດ? ນັກ​ຂ່າວ ວີ​ໂອ​ເອປະ​ຈຳ​ທຳ​ນຽບ 5 ​ແຈ Carla Babb ​ໄດ້​ສົນທະນາ​ກັບ​ຜູ້​ບັນຊາ ​ການ​ ໜ່ວຍ​ຈູ່​ໂຈມ​ທີ 2 ກອງພັນ​ທະຫານ​ມ້າ​ ຂອງກອງທັບ​ບົກ ສະຫະລັດ. ​ເຊິ່ງ​ໄດ້​ກ່າວ​ວ່າ ການ​ຍັບ​ຢັ້ງ​ແມ່ນ​ການ​ປ້ອງ​ກັນ​ທີ່​ສາມາດ​ເຫັນ​ໄດ້ ເຊິ່ງຕໍ່​ໄປ​ ພຸດ​ທະ​ສອນ ມີ​ລາຍ​ລະອຽດ​ ມາສະ​ເໜີ​ທ່ານ.


ສິ່ງ​ທີ່​ທ່ານ​ກຳລັງ​ເຫັນ​ຢູ່​ນີ້ ​ແມ່ນ​ບັນດາ​ທະຫານ ​ຫຼາຍ​ຮ້ອຍ​ຄົນ ພ້ອມ​ດ້ວຍ​ອາວຸດ​ທີ່ໜັກ ເປັນ​ໂຕນໆ​ເດີນທາງ​ຫຼາຍ​ພັນ​ກິ​ໂລ​ແມັດ​ຜ່ານ​ຫຼາຍ​ປະ​ເທດ.

ການສະ​ແດງກຳລັງທະຫານດັ່ງກ່າວ ແມ່ນ​ເພື່ອ​ໃຫ້ການຄ້ຳປະກັນແກ່ບັນດາພັນທະ​ມິດ​ NATO ​ແລະ ປະຊາຊົນ​ຂອງ​ພວກ​ເຂົາ ​ໃນ​ຄວາມ​ຢ້ານ​ກົວ​ ຕໍ່​ການ​ຮຸກ​ຮານ​ຂອງ ຣັດ​ເຊຍ.

ພັນເອກ John Mayer, ກອງພັນ​ທະຫານ​ມ້າ​ ຂອງ ກອງທັບ​ບົກ ສະຫະລັດ ​ກ່າວ​ວ່າ “ມັນຢູ່​ບ່ອນ​ນັ້ນແຫຼ​ະ. ພວກ​ເຂົາ​ພາກັນ​ເປັນ​ຫ່ວງ, ພວກເຂົາໄດ້​ເຫັນ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນຢູ່ແຫຼມ Crimea. ພວກ​ເຂົາຕິ​ດຕາມ​ສິ່ງ​ທີ່​ກຳລັງ​ເກີດ​ຂຶ້ນ​ຢູ່ໃນປະ​ເທດ ຢູ​ເຄຣນ.”

ໃນເດືອນມີນາປີນີ້ ກອງທັບສະຫະລັດໄດ້ສົ່ງ​ຂະ​ບວນທະຫານຂະໜາດ​ໃຫຍ່ທີ່ແລ່ນໄລຍະ ໄກເຖິງ 2,200 ກິ​ໂລ​ແມັດ​ ຈາກ​ປະ​ເທດ ​ເອສ​ໂຕ​ເນຍ ໄປຫາ​ປະ​ເທດ ​ເຢຍຣະ​ມັນ.

​ໃນ​ເດືອນ ພຶດສະພາ, ຂະບວນລົດທະຫານສະຫະລັດກໍໄດ້​ເດີນທາງ​ຜ່ານ​ປະ​ເທດ ​ໂຣ​ເມ​ເນຍ ໃນໄລຍະໄກ​ກວ່າ 350 ກິ​ໂລ​ແມັດ.

​ແລະ ພວກ​ກອງ​ທະຫານ​ກໍ​ຈະ​ຂັບ​ລົດ​ຕິດ​ອາວຸດ​ຂອງ​ພວກ​ເຂົາ​ຜ່ານ​ປະ​ເທດ ​ເຢຍຣະ​ມັນ,
ສາ​ທາ​ລະນະ​ລັດ ​ເຊັກ, ສ​ໂລ​ວາ​ເກ​ຍ ​ແລະ ຮັງ​ກາຣີ ​ໃນ​ຂະ​ບວນລົດ ​ທີ່ກຳນົດຈະອອກ ເດີນທາງໃນ​ເດືອນ​ກັນຍາແລະ ຕຸລາ ນີ້.

ບັນດາ​ຜູ້ຊ່ຽວຊານກ່ຽວ​ກັບ​ຄວາມ​ໝັ້ນຄົງ ຢູ​ໂຣບ ​ກ່າວ​ວ່າຂະ​ບວນລົດ​ທະຫານ​ແມ່ນ​ມີ​ຄວາມໝາຍ ຫຼາຍ​ໄປກວ່າ​ການ​ຝຶກ​ຊ້ອມ​ຫຼາຍ​ເທົ່າ​ນັ້ນ, ແຕ່ມັນ​ເປັນຄຳເຕືອນ​ຕໍ່​ ຣັດ​ເຊຍ ວ່າ ໃຫ້​ພວກ​ເຂົາ​ຢ່າເຂົ້າໄປຍຸ່ງກ່ຽວກັບ ​ບັນດາ​ປະ​ເທດ NATO.

ທ່ານ ນາງ Heather Conley, ຈາກ​ສູນເພື່ອ​ຍຸດທະ​ສາດ ​ແລະ ການ​ສຶກສາ​ສາ​ກົນ ກ່າວ​ວ່າ “ພວກ​ເຮົາ​ກຳລັງ​ສົ່ງ​ຄຳເຕືອນໄປວ່າ ​ຢ່າ​ເຮັດ​ແນ​ວ​ນັ້ນ, ບໍ່​ຕ້ອງ​ໄປ​ຄິດ​ຫາ​ມັນ​ເລີຍ.”

​ໃນ​ບັນດາ​ປະ​ເທດ​ດັ່ງກ່າວ​ນີ້, ປະຊາຊົນ​ທ້ອງ​ຖິ່ນ ​ໄດ້​ເຫັນ​ທະຫານ ​ສະຫະລັດ ວ່າ​ເປັນ​ຜູ້​ຊ່ວຍປົດປ່ອຍ​ຕັ້ງ​ແຕ່ສະໄໝ​ສົງຄາມ​ໂລ​ກ. ແລະ ກໍ​ເປັນ​ຜູ້​ຊ່ວຍປົກປ້ອງ ມາ​ຈົນ​ຮອດທຸກ​ມື້​ນີ້.

ພັນ​ເອກ John Meyer ກ່າວ​ວ່າ “ມັນ​ແມ່ນ​ສິ່ງ​ທີ່​ການສົ່ງຂະ​ບວນລົດ​ເປັນ​ຕົວແທນ​ໃຫ້. ​ມັນ​ແມ່ນ​ຄວາມ​ຮູ້ສຶກ​ວ່າ ສະຫະລັດແມ່ນ​ຢູ່ທີ່​ນີ້ແລ້ວ. ພວກ​ເຂົາ​ແມ່ນ​ສະມາຊິກ​ຂອງ​ພັນທະ​ມິດ​ນີ້ ​ແລະ ພວກ​ເຮົາ​ກໍ​ແມ່ນສະ ມາຊິກ​ຂອງ​ພັນທະ​ມິດ​ນີ້. ​ແລະ ໃນ​ເມື່ອ​ພວກ​ເຮົາ​ຍັງ​ເປັນ​ສະມາຊິກ​ຂອງ​ພັນທະ​ມິດ​ນີ້​ຢູ່, ນັ້ນ​ກໍ​ແມ່ນ​ສິ່ງ​ທີ່​ຈະ​ປົກ​ປ້ອງ ​ປະ​ເທດ​ຂອງ​ພວກ​ເຮົາ.”

ພັນເອກ Meyer ກ່າວ​ວ່າ ລາວ​ວາງ​ແຜນ​ທີ່​ຈະ​ຈັດສົ່ງຂະບວນລົດທະຫານທີ່ຄ້າຍຄືກັນນີ້ ອີກຫຼາຍ​ຄັ້ງ ຕະຫຼອດ​ປີ 2​016 ​ເຊັ່ນ​ກັນ.

ທ່ານ​ກ່າວ​ວ່າ ການໃຫ້​ບັນດາ​ພັນທະ​ມິດ NATO ໝັ້ນ​ໃຈ​ຂຶ້ນ​ຕື່ມ ​ແລະ ເສີມຂະ​ຫຍາ​ຍການ ເປັນ​ພັນທະ​ມິດ ​ແມ່ນ​ບູລິ​ມະ​ສິດ​ທີ່​ຍືນ​ຍົງ ​ຂອງ​ທະຫານ ສະ​ຫະລັດ.

XS
SM
MD
LG