ວັນອາທິດມື້ນີ້ ພະສັນຕະປາປາ Benedict ໄດ້ຊົງຮຽກຮ້ອງໃຫ້ຍຸຕິເຫດການນອງເລືອດ
ຢູ່ໃນຊີເຣຍ ແລະໃຫ້ມຸ້ງໝັ້ນຕໍ່ການເຈລະຈາໂອ້ລົມກັນ ເພື່ອຍຸຕິການກໍ່ຄວາມຮຸນແຮງຢູ່
ທີ່ນັ້ນ.
ໃນສານປະຈໍາປີຂອງພະອົງເນື່ອງໃນເທດສະການບຸນອີສເຕີ ວັນອາທິດມື້ນີ້ ພະສັນຕະປາ
ປາຊົງກ່າວຕໍ່ຝຸງຊົນປະມານ 100,000 ຄົນທີ່ໄປອັ່ງອໍກັນຢູ່ຈະຕຸລັດ St. Peter ທີ່ກຸງ
Rome ນັ້ນວ່າ ໂດຍສະເພາະຢູ່ໃນປະເທດຊີເຣຍນັ້ນ ຄວນຈະມີຄວາມມຸ້ງໝັ້ນໃນທັນທີ
ຕໍ່ການກ້າວເດີນໄປບົນເສ້ນທາງແຫ່ງຄວາມເຄົາລົບນັບຖືການໂອ້ລົມສົນທະນາແລະການ
ປອງດອງກັນ. ພະສັນຕະປາປາຍັງຊົງໄດ້ປະນາມ ການໂຈມຕີຂອງພວກກໍ່ການຮ້າຍຢູ່
ໃນປະເທດໄນຈີເຣຍ ແລະພາວະນາໃຫ້ມີສັນຕິພາບຢູ່ໃນປະເທດມາລີ ທີ່ໄດ້ປະສົບກັບ
ການກໍ່ລັດຖະປະຫານນັ້ນ.
ຫລັງຈາກປະກອບພິທີທາງສາສະໜາເນື່ອງໃນວັນອີສເຕີ ວັນອາທິດມື້ນີ້ແລ້ວ ພະສັນຕະ
ປາປາກໍຊົງກ່າວຄໍາອວຍພອນ urbi e orbi ຕາມປະເພີນີ ເປັນ 65 ພາສາ.
ບໍ່ເທົ່າໃດຊົ່ວໂມງກ່ອນໜ້ານັ້ນ ພະອົງໄດ້ຊົງນໍາພາໃນການປະກອບພິທີອີສເຕີ ຕອນຄໍ່າ
ຄືນ ເປັນເວລາ 3 ຊົ່ວໂມງ ຢູ່ພາຍໃນໂບດ Saint Peter ນັ້ນ
ວັນອີສເຕີ ອັນເປັນວັນພັກທີ່ເປັນຂີດໝາຍຄວາມເຊື່ອຖືຂອງຊາວຄຣີສຕຽນ ທີ່ວ່າ ພະເຍຊູ
ໄດ້ຟື້ນຊີບກັບຄືນມາຢ່າງມີໄຊຊະນະ ໃນມື້ທີສາມຫລັງຈາກຖືກຂຶງຢູ່ກັບໄມ້ກາງເຂນຈົນ
ຕາຍນັ້ນ ແມ່ນເປັນພິທີທີ່ສໍາຄັນທີ່ສຸດຢູ່ໃນປະຕິທິນຂອງຊາວຄຣີສຕຽນ.
ຊາວຄຣີສຕຽນນິກາຍ Eastern Orthodox ຈະສະຫລອງບຸນອີສເຕີ ໃນວັນທີ່ 15 ເມສາ
ເດືອນດຽວກັນນີ້.