ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຮນຍ ຕີມໍຕາເວັນອອກ ລາອອກ


ແຜນທີ່ຕີມໍຕາເວັນອອກ
ແຜນທີ່ຕີມໍຕາເວັນອອກ

ຮອງນາຍົກລັດຖະມົນຕີຂອງຕີມໍ ຕາເວັນອອກ ໄດ້ລາອອກ ຍ້ອນໄດ້ເກີດບັນຫາເຄັ່ງຕຶງກັບປະທານາທິບໍດີ Xanana Gus- mao ໃນການເຄື່ອນໄຫວ ທີ່ອາດເຮັດໃຫ້ ລັດຖະບານປະສົມ ທີ່ປົກຄອງປະເທດ ຢູ່ໃນເວ ລານີ້ ບໍ່ມີສະເຖຍລະພາບ.

ທ່ານ Mario Carascalao ໄດ້ປະກາດລາອອກໃນຈົດໝາຍທີ່ເຕັມໄປດ້ວຍຄວາມໂກດ ແຄ້ນສະບັບນຶ່ງທີ່ໄດ້ພິມເຜີຍແຜ່ໃນມື້ວັນພຸດວານນີ້ ໂດຍໜັງສືພິມ Tempo Semanal. ໃນຈົດໝາຍສະບັບນີ້ ທ່ານໄດ້ກ່າວຫາ ປະທານາທິບໍດີ Gusmao ວ່າ ​ໄດ້ເອີ້ນທ່ານວ່າ ໂງ່ເງົ່າແລະ​ເປັນ​ຄົນຂີ້ຕົວະ. ນອກນັ້ນ ທ່ານຍັງເວົ້າວ່າ ທ່ານ Gusmao ໄດ້ເອົາທ່ານໄປ ພົວພັນແບບບໍ່ຍຸຕິທຳ ໃນການກ່າວຫາ ກ່ຽວກັບການສູນເສຍເງິນ 3 ລ້ານໂດລາ ໃນກະ ຊວງການເງິນຂອງຕີມໍຕາເວັນອອກ.

ຈົດໝາຍຂອງທ່ານ Carascalao ຍັງໄດ້ເວົ້າເຖິງການຈົ່ມວ່າອື່ນໆ ກັບລັດຖະບານ ຮວມ ທັງຄວາມລົ້ມແຫຼວ ໃນການແກ້ໄຂ ຄວາມຮຸນແຮງ ພາຍໃນປະເທດ ແລະຄວາມລົ້ມແຫຼວ ໃນການທີ່ຈະສ້າງຕັ້ງ ການສຶກສາພາກບັງຄັບ ສຳລັບພວກເດັກນ້ອຍນັ້ນ.

ປະທານາທິບໍດີ Gusmao ບໍ່ໄດ້ໃຫ້ຄວາມເຫັນໃດໆກ່ຽວກັບການລາອອກຫຼືການກ່າວຫາ ຂອງທ່ານ Carascalao. ລາຍງານຂ່າວທ້ອງຖິ່ນແຈ້ງວ່າ ມີທ່າທາງວ່າພັກສັງຄົມປະຊາ ທິປະໄຕ ຂອງທ່ານ Carascalao ຈະຖອນໂຕ ອອກຈາກລັດຖະບານປະສົມ.

ຕີມໍຕາເວັນອອກ ໄດ້ຮັບເອກກະລາດ ໂດຍເຕັມ ຈາກອິນໂດເນເຊຍ ໃນປີ 2002 ແລະນັບ ແຕ່ນັ້ນມາ ປະເທດດັ່ງກ່າວ ໄດ້ດີ້ນຮົນຕໍ່ສູ້ ເພື່ອໃຫ້ມີ ສະເຖຍລະພາບ ແລະເສີມຂະຫຍາຍ ເສດຖະກິດ ທີ່ອ່ອນແອຂອງຕົນນັ້ນ ໃຫ້ມີຄວາມເຂັ້ມແຂງ.

XS
SM
MD
LG