ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕີມໍ ຕາເວັນອອກ ເລືອກຕັ້ງ ປະທານາທິບໍດີ


ຊາວຕີມໍຕາເວັນອອກ ປ່ອນບັດ ເລືອກຕັ້ງປະທານາທິບໍດີ (17 ມີນາ 2012)
ຊາວຕີມໍຕາເວັນອອກ ປ່ອນບັດ ເລືອກຕັ້ງປະທານາທິບໍດີ (17 ມີນາ 2012)

ໃນ​ວັນ​ເສົາ​ມື້ນີ້ ຕີ​ມໍ​ຕາ​ເວັນ​ອອກ ​ຈັດການ​ເລືອກ​ຕັ້ງປະທານາທິບໍດີ​ ຄັ້ງທີ 2 ນັບ​ແຕ່​ໄດ້​ຮັບ
ເອກ​ກະລາດ​ຈາກ​ອິນ​ໂດ​ເນ​ເຊຍ​ໃນ​ເດືອນ​ພຶດສະພາ​ປີ 2002.

ເຖິງ​ແມ່ນ​ວ່າ ມີ​ຜູ້​ສະມັກ 11 ຄົນເຂົ້າຊ່ວງ​ຊິງ​ເອົາ​ຕຳ​ແໜ່​ງ​ແຂ່ງກັບ​ທ່ານ Jose Ramos-
Horta ປະທານາທິບໍດີ​ຄົນ​ປັດຈຸບັນ ແລະ​ເປັນ​ຜູ້​ທີ່​ເຄີຍ​ໄດ້​ຮັບ​ລາງວັ​ນໂນ​ແບ​ລຂະ​ແໜງ​ສັນ
ຕິພາບ​ມາແລ້ວກໍ​ຕາມ ແຕ່ເປັນ​ທີ່​ຄາດ​ກັນ​ວ່າ ການ​ເລືອກ​ຕັ້ງໃນ​ເທື່ອ​ນີ້ຈະ​ເປັນ​ການ​ແຂ່ງຂັນ
ກັນ ລະຫວ່າງ 3 ຄົນຄື​ກັບ​ທ່ານ Francisco Guterres ຈາກ​ພັກ Fretilin ຊຶ່ງ​ເປັນ​ພັກ
ຝ່າຍຄ້ານ​ທີ່​ໃຫຍ່​ທີ່​ສຸດ​ແລະ​ທ່ານ Jose Maria de Vasconcelos ອະດີດ​ຜູ້​ບັນຊາ​ການ
ທະຫານຊຶ່ງ​ເບິ່ງ​ກັນວ່າ ມີ​ໂອກາດຫຼາຍທີ່​ສຸດ ​ທີ່​ຈະ​ມີ​ການ​ເລືອກ​ຕັ້ງຮອບ​ສອງ​ໃນ​ກາງ​ເດືອນ
ເມສາ​ນີ້.

ການ​ເລືອກ​ຕັ້ງຮອບ​ສອງ​ ລະຫວ່າງ​ຜູ້​ສະມັກ​ສອງ​ຄົນ​ທີ່​ໄດ້​ຄະ​ແນນ​ຫຼາຍທີ່​ສຸດ ຈະມີ​ຂຶ້ນຖ້າ​
ຫາກບໍ່​ມີ​ຜູ້​ໃດ​ໄດ້​ຮັບ​ຄະ​ແນນສ່ວນ​ຫຼາຍ​ກາຍ 50%. ຜົນ​ການ​ເລືອກຕັ້ງຄາດ​ວ່າ ​ຈະ​ມີ​ການ​
ປະກາດ​ໃຫ້​ຊາບ​ໃນ​ຕອນແລງ​ຂອງ​ວັ​ນ​ເສົາ​ມື້ນີ້.

XS
SM
MD
LG