ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຕີມໍ ຕາເວັນອອກ ປ່ອນບັດ ເລືອກເອົາ ສະພາຊຸດໃໝ່


ແຜນທີ່ຕີມໍຕາເວັນອອກ
ແຜນທີ່ຕີມໍຕາເວັນອອກ

ປະຊາຊົນ​ຊາວ​ຕີ​ມໍ​ຕາ​ເວັນ​ອອກ​ຫຼືຕີ​ມໍ​ເລັສເຕ ພາກັນ​ໄປ​ປ່ອນ​ບັດ​ເລືອກ​ເອົາ​ສະມາ​ຊິກ​ສະພາ
​ແຫ່ງ​ຊາດ​ຊຸດ​ໃໝ່ ລຸນ​ຫຼັງການ​ເລືອກ​ຕັ້ງປະທານາທິບໍດີ​ທີ່​ຂ້ອນຂ້າງ​ຫງຽບ​ສະ​ງົບສອງ​ຮອບ ​
ໃນ​ເດືອນ​ມີນາ​ແລະ​ເມສາ​ຜ່ານ​ມາ.

ການ​ປ່ອນ​ບັດ​ໄດ້​ເລີ່​ມຂຶ້ນໃນ​ຕອນ​ເຊົ້າຂອງ​ວັນ​ເສົາ​ມື້ນີ້ ​ໃນ​ຂັ້ນຕອນ​ການ​ເລືອກຕັ້ງທີ່​ຄາດ​ວ່າ​
ຈະ​ຍັງ​ຜົນ​ໃຫ້​ມີ​ການ​ຖອນ​ກຳລັງ​ຮັກສາ​ສັນຕິພາບ​ອອກ​ໄປ ພາຍ​ໃນເດືອນ​ທັນວາ​ທ້າຍ​ປີນີ້.

ມີ 21 ພັກ​ການ​ເມືອງ​ ໄດ້​ສົ່ງ​ຜູ້​ສະມັກ​ເຂົ້າ​ແຂ່ງຂັນ​ເອົາ​ບ່ອນ​ນັ່ງຢູ່​ໃນ​ສະພາ​ແຫ່ງຊາດທີ່​ມີ​ທັງ
​ໝົດ 65 ບ່ອນ. ພັກ​ໃຫຍ່​ສຸດ​ສອງ​ພັກ​ແມ່ນ​ປະກອບ​ດ້ວຍພັກ​ສະພາ​ແຫ່ງ​ຊາດ​ເພື່ອບູລະນະ
​ສ້າງສາ​ຕີ​ມໍ ​ແລະ​ພັກ Fretilin.

ທ່ານ Damien Kingsbury ນັກ​ຊ່ຽວຊານ​ຊາວ​ອິນ​ໂດ​ເນ​ເຊຍ​ທີ່​ມະຫາວິທະຍາໄລ Deakin ​
ໃນ​ອັອສ​ເຕຣ​ເລຍ​ກ່າວ​ວ່າ ການ​ໂຄສະນາ​ຫາ​ສຽງ​ ໄດ້​ດຳ​ເນີນ​ໄປດ້ວຍ​ຄວາມ​ສະຫງົບແບບ​ບໍ່
​ໜ້າ​ເຊື່ອຊຶ່ງ​ເປັນ​ການ​ເສີມ​ສ້າງ​ຄວາມ​ແຂງ​ແກ່ນ​ຂຶ້ນຕື່ມໃຫ້ແກ່​ລະບອບ​ປະຊາທິປະ​ໄຕທີ່​ບອບ​
ບາງ​ຂອງ​ຕີ​ມໍ​ຕາ​ເວັນ​ອອກ ​ແຕ່​ທ່ານ​ກໍຕື່ມເວົ້າວ່າ ຍັງ​ມີ​ບັນຫາ​ທ້າ​ທາຍ​ຫຼາຍໆ​ຢ່າງ​ຢູ່.

ຕີ​ມໍ​ຕາ​ເ​ວັນ​ອອກ ຊຶ່ງ​ເປັນ​ອະດີດ​ອານາ​ນິຄົມ​ ຂອງ​ປອກຕຸຍ​ກາລ​ ໄດ້​ຮັບ​ເອກ​ກະລາດ ​ໃນ​ປີ
1975 ​ແຕ່​ໄດ້​ຖືກ​ຍຶດຄອງ​ໂດຍ​ອິນ​ໂດ​ເນ​ເຊຍ ມາ​ຈົນ​ຮອດ​ເວລາ​ ບັນດາ​ຜູ້ມີ​ສິດ​ປ່ອນ​ບັດ ​ໄດ້
​ເລືອກ​ເອົາ​ຄວາມ​ເປັນ​ເອກ​ກະລາດ​ໃນ​ການ​ລົງ​ປະຊາ​ມະຕິ ທີ່​ຈັດ​ຂຶ້ນ​ໂດຍ​ນາໆ​ຊາດປີ 1999.
ພວກ​ທະຫານ​ບ້ານ​ທີ່​ນິຍົມ​ອິນ​ໂດ​ເນ​ເຊຍ​ໄດ້​ເລີ່​ມທຳ​ການ​ປາບ​ປາມ​ຢ່າງ​ນອງ​ເລືອດ​ເພື່ອ​ເປັນ
​ການ​ແກ້ແຄ້ນ ທີ່​ສິ້ນສຸດ​ລົງ​ໂດຍການຈັດ​ສົ່ງ​ກຳລັງ​ຮັກສາ​ສັນຕິພາບ​ພາຍ​ໃຕ້​ການ​ນຳພາ​ຂອງ
​ອັອສ​ເຕຣ​ເລຍ​ເຂົ້າໄປ​ໃນ​ປະ​ເທດ​ດັ່ງກ່າວ.

XS
SM
MD
LG