ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄວາມສົນໃຈໃນຢາພື້ນເມືອງ ຂອງເກົາຫລີ ກໍາລັງກັບຄືນມາ (ເບິ່ງວີດິໂອລາວ/ອັງກິດ)


ຕະຫລາດຂາຍຢາພື້ນເມືອງ Yang-yeong-si ໃນນະຄອນຫລວງໂຊລຂອງເກົາຫລີໃຕ້
ຕະຫລາດຂາຍຢາພື້ນເມືອງ Yang-yeong-si ໃນນະຄອນຫລວງໂຊລຂອງເກົາຫລີໃຕ້

ເປັນ​ເວລາ 600 ປີຜ່ານມາ​​ແລ້ວ ​ທີ່​ຊາວ​ເກົາຫລີ​ໃຕ້​ໄດ້​ໄປ​ທີ່​ຕະຫລາດແຫ່ງ​ນຶ່ງ​ ໂດຍ​ສະ​ເພາະ ໃນ​ນະຄອນຫລວງໂຊ​ລ ​ເພື່ອ​ຊອກ​ຊື້ຢາສະໝຸ​ນ​ໄພພື້ນ​ເມືອງ ​ແລະ​ຂໍ​ຄໍາ​ແນະ​ນໍາ ພ້ອມທັງ​ການ​ປິ່ນປົວ​ພະຍາດ​ນໍາ. ນັ້ນ​ກໍ​ຄື​ຕະຫລາດ ແຢງ​ຢອງ​ຊີ (Yang-yeong-si). ນັກ​ຂ່າວ​ວີ​ໂອ​ເອ Steve Herman ​ໄດ້​ໄປ​ເບິ່ງ​ຕະຫລາດ​ແຫ່ງ​ນີ້ ​ແລະ​ສົ່ງລາຍ​ງານມາຈາກ​ກຸງ​ໂຊ​ລ ດັ່ງ​ດາຣາ​ຈະ​ນໍາ​ມາສະ​ເໜີທ່ານ​.

ບໍ່ມີພຽງ​ແຕ່ໂສມ​ເທົ່າ​ນັ້ນທີ່​ຂາຍຢູ່ໃນ​ຮ້ານ​ຄ້າ​ເປັນ​ພັນ​ຮ້ານ​ໃນຕະຫລາດ​ແຢງ​ຢອງ​ຊີນັ້ນ. ຢູ່​ທີ່​ນີ້ ພວກ​ນັກວິຊາການ​ແພດ ​ກໍ​ຄື​ຄົນ​ປ່ວຍ​ ​ພາກັນ​ໄປຊອກ​ຫາ​ຮາກ​ໄມ້, ​ເມັດ​ພືດ, ກິ່ງງ່າ ​ແລະ​ໃບ​ໄມ້ ຕະຫລອດ​ທັງ​ເຄື່ອງປຸງ​ຢາ​ແປກໆ ​ເຊ່ນ ​ແມງ​ໄມ້​ແຫ້ງ ​ແລ​ະ​ເຂົາ​ກວາງ ​ເພື່ອໄປ ໃຊ້ໃນການປົວ​ພະຍາດ​ແບບ​ພື້ນ​ເມືອງ.

ນາຍ Kim San-gu ​ໄດ້​ດໍາ​ເນີນກິດຈະການ​ຮ້ານ​ຂາຍຢາສະໝຸ​ນ​ໄພ​ຂອງ​ລາວມາ​ໄດ້​ 25
ປີນີ້ແລ້ວ. ລາວ​ຂາຍຢາປະມານ 300 ຊະນິດ​ທີ່ແຕກ​ຕ່າງ​ກັນ ຊຶ່ງສ່ວນ​ໃຫຍ່ ລາວ​ປຸງ​ແຕ່ງ​
ຢູ່​ກັບ​ທີ່. ນາຍ​ກິມຍອມຮັບວ່າ ທຸລະ​ກິດໄດ້ຊັກຊ້າ​ລົງໃນ​ໄລຍະ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້ ຊຶ່ງ​ ລາວເວົ້າວ່າ:

"ທຸກ​ມື້ນີ້ ຜູ້​ຄົນ​ບໍ່ຄ່ອຍ​ເຊື່ອ​ຢາພື້ນ​ເມືອງ​ເກົາຫລີ​ຫລາຍປານ​ໃດ ​ເພາະວ່າ​ພວກ​
ເຂົາ​ເຈົ້າ​ເຫັນ​ວ່າຢາ​ຕາ​ເວັນ​ຕົກ​ມັນກ້າວໜ້າຫລາຍ.ພວກເຂົາ​ເຈົ້າມັກ​ຈະພາກັນ​
ໄປ​ໂຮງໝໍ ​ແທນ​ທີ່​ຈະ​ໃຊ້​ຢາສະໝຸ​ນ​ໄພພື້ນ​ເມືອງ​ເກົາຫລີ. ​ແຕ່​ວ່າ ມີ​ຫລາຍ​ກໍ
ລະນີ ທີ່​ຢາຕາ​ເວັນ​ຕົກ​ໃຊ້​ບໍ່​ໄດ້ຜົນ ​ແລະ​ພວກຄົນ​ປ່ວຍ​ຈະ​ຫາຍ​ດີ ກໍ​ຕໍ່​ເມື່ອ​
ພວກ​ເຂົາ​ເຈົ້າພາກັນ​ຫັນ​ມາ​ໃຊ້​ຢາພື້ນ​ເມືອງ​ເກົາຫລີ​ເທົ່າ​ນັ້ນ.”

ປຶ້ມກ່ຽວກັບ​ຢາພື້ນ​ເມືອງ​ຈີນຊຸດທຳອິດ ​ໄດ້​ໄປ​ເຖິງ​ເກົາຫລີ​ໃຕ້ ​ເມື່ອປະມານ 1,100 ປີ
ກ່ອນນີ້. ຫລັງ​ຈາກ​ນັ້ນ ຢາ​ພື້ນ​ເມືອງເກົາຫລີ​ກໍໄດ້ເລີ້ມຂະຫຍາຍຕົວ​ຂຶ້ນ ​ແລະ​ກໍ​ໄດ້​ວິ​ວັດ
ທະນາ​ການໄປ ​ໂດຍ​ໄດ້​ໃຫ້ ການ​ເນັ້ນໜັກຕໍ່ການ​ປິ່ນປົວ​ຄົນ​ເຈັບ​ ໃນ​ລັກສະນະ​ທີ່​ແປກ
ຕ່າງ ແທນ​ທີ່​ຈະ​ໄປ​ເນັ້ນໜັກ​ໃສ່​ແຕ່​ອາການຕ່າງໆຂອງ​ພະຍາດສະ​ເພາະໃດ​ນຶ່ງເທົ່າ​ນັ້ນ.

ຄລິກຢູ່ບ່ອນນີ້ ເພື່ອເບິ່ງວີດິໂອພາສາລາວ(Click here to watch video in Lao)

ຢູ່​ຫ່າງໄກຈາກ​ຕະຫລາດ​ເກົ່າ​ແຫ່ງ​ນີ້​ໄປ​ບໍ່​ເທົ່າ​ໃດ​ກິ​ໂລ​ແມັດ, ຢາພື້ນ​ເມືອງ​ເກົາຫລີ​ກໍກໍາລັງ
ສືບ​ຕໍ່​ວິວັດທະນາການ​ໄປ​ເລື້ອຍ​ໆ. ຢູ່​ທີ່​ໂຮງໝໍ ຢາຕາ​ເວັນ​ອອກ Jaseng ທີ່​ປິ່ນປົວ​ດ້ວຍ
ຢາພື້ນ​ເມືອງ ​ແລະຊ່ຽວຊານ​ດ້ານ​ການ​ປັບກະດູກ​ສັນຫລັງ​ຄົດ​ ດຣ. Raimund Royer
ຊາວ​ອອສ​ຕຣຽນ​ໂດຍ​ເຊື້ອ​ຊາດ ​ແມ່ນ​ນຶ່ງ​ໃນ​ຈຳນວນນາຍໝໍຢາພື້ນ​ເມືອງ​ທີ່​ມີ​ໃບອະນຸຍາດ
ແລະ​ໄດ້​ປະສົມ​ປະສານວິທີການ​ປິ່ນປົວ​ແບບ​ຕາ​ເວັນ​ອອກ ​ເຊ່ນ​ການ​ສັກ​ເຂັມ ​ໃສ່​ກັບ​ເທັກ
ນິກທີ່​ທັນ​ສະ​ໄໝຂອງ​ຕາ​ເວັນ​ຕົກ. ດຣ. Royer ກ່າວ​ວ່າ:

“ພວກ​ເຮົາ​ມີ​ການກວດ MRI, ມີ​ການ​ສ່ອງ​ໄຟຟ້າ, ມີ​ກວດ​ແບບ CT scan, ​
ແລະມີ​ກວດ​ເລືອດ. ​ສະ​ນັ້ນ ສໍາ​ລັບ​ການ​ກວດ​ເພື່ອ​ວິນິດ​ໃສ​ໂຣກ​ໃນ​ເບື້ອງ​ຕົ້ນ
ນັ້ນ ​ພວກ​ເຮົາ​ແມ່ນ​ຈະ​ໃຊ້​ວິທີ​ການ​ຕ່າງໆ​ເຫລົ່າ​ນີ້. ​ແຕ່​ສໍາລັບ​ການ​ປິ່ນປົວ​ແທ້ໆ​
ນັ້ນ ພວກ​ເຮົາກາງ​ຕໍ່​ອາ​ໃສ​ການ​ປິ່ນປົວ​ແບບ​ພື້ນ​ເມືອງ. ສະນັ້ນ ຂ້ອຍ​ຄິດ​ວ່າ
ມັນ​ເປັນ​ວິທີ​ທີ່ດີ​ຫລາຍ ​ແລະ​ອາດ​ຈະ​ເປັນ​ວິທີການປິ່ນປົວທີ່​ຊີ້​ໄປ​ໃສ່​ອານາ​ຄົດ ​
ໃນ​ການປະສົມປະສານ​ກັນ​ແລະນໍາ​ໃຊ້​ຮ່ວມ​ກັນ ​ທັງ​ລະບົບ​ການ​ວິ​ນິດ​ໃສພະ
ຍາດ​ແບບ​ຕາ​ເວັນ​ຕົກ ​ແລະລະບົບການ​ປິ່ນ​ປົວ​ແບບພື້ນ​ເມືອງ.”

ວິທີ​ການ​ປິ່ນປົວ​ແບບ​ທົດ​ລອງ​ໃໝ່ ປະສົມ​ປະສານ​ກັນນີ້ ກໍາລັງ​ຮື້​ຟືນຄວາ​ມສົນ​ໃຈ​ຕໍ່ຢາພື້ນ
ເມືອງ​ຄືນ​ມາ​ ໃນກຸ່ມ​ຄົນ​ເກົາຫລີ​ໃຕ້ ​ແລະ​ກໍ​ກໍາລັງດຶງ​ດູດເອົາ​ຄວາມ​ສົນ​ໃຈ​ຂອງ​ພວກ​ນັກວິ
ຊາການ​ດ້ານ​ການ​ແພດຊາວ​ຕາ​ເວັນ​ຕົກ ທີ່​ກໍາລັງ​ຊອກ​ຫາ​ວິທີ​ການ​ຢ່າງ​ອື່ນ ເພື່ອ​ມາໃຊ້
ແທນ​ການຜ່າຕັດ ​ແລະ​ການໃຊ້​ຢາ​ທີ່​ຮຸນ​ແຮງນັ້ນ.

ເບິ່ງວີດິໂອພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG