ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພາກຕາເວັນອອກຂອງຈີນ ກຽມຮັບມື ກັບພາຍຸໄຕ້ຝຸ່ນ ອິນ-ຟາ ຫຼັງຈາກທີ່ເກີດນ້ຳຖ້ວມຢູ່ໃນພາກກາງຂອງປະເທດ


ທີມງານກຸ່ມນຶ່ງ ພາກັນນຳເອົາຖົງຂີ້ຊາຍ ໄປວາງໃສ່ແຄມຝັ່ງແມ່ນ້ຳ ຢູຢາວ ໃນເມືອງໜິງບໍ (Ningbo) ຂອງແຂວງສີຈຽງ ຢູ່ທາງພາກຕາເວັນອອກຂອງຈີນ ໃນວັນທີ 25 ກໍລະກົດ 2021, ໃນຂະນະທີ່ພາຍຸໄຕ້ຝຸ່ນ ອິນ-ຟາ (In-Fa) ພັດເຂົ້າແຄມຝັ່ງທາງພາກຕາເວັນອອກຂອງຈີນ. (Photo by Hector RETAMAL / AFP)
ທີມງານກຸ່ມນຶ່ງ ພາກັນນຳເອົາຖົງຂີ້ຊາຍ ໄປວາງໃສ່ແຄມຝັ່ງແມ່ນ້ຳ ຢູຢາວ ໃນເມືອງໜິງບໍ (Ningbo) ຂອງແຂວງສີຈຽງ ຢູ່ທາງພາກຕາເວັນອອກຂອງຈີນ ໃນວັນທີ 25 ກໍລະກົດ 2021, ໃນຂະນະທີ່ພາຍຸໄຕ້ຝຸ່ນ ອິນ-ຟາ (In-Fa) ພັດເຂົ້າແຄມຝັ່ງທາງພາກຕາເວັນອອກຂອງຈີນ. (Photo by Hector RETAMAL / AFP)

ຊຽງໄຮ ສູນກາງການຄ້າຂອງຈີນ ແລະພື້ນທີ່ຂົງເຂດແຄມຝັ່ງທະເລໃກ້ຄຽງ ໄດ້ຍົກເລີກຖ້ຽວບິນທັງໝົດ, ເລື່ອນເວລາອອກໄປ ຫຼືລະງັບລົດໄຟໃຕ້ດິນ ແລະປິດທຸລະກິດຕ່າງໆ ໃນຂະນະທີ່ລົມພາຍຸໄຕ້ຝຸ່ນ ອິນ-ຟາ (In-fa) ໄດ້ພັດຂຶ້ນຝັ່ງໃນວັນອາທິດວານນີ້ ໂດຍເຮັດໃຫ້ເກີດນ້ຳຖ້ວມແລະພັດຕົ້ນໄມ້ຫັກ ປະມານ 1,000 ຕົ້ນ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ໄຕ້ຝຸ່ນຫົວນີ້ ໄດ້ພັດຂຶ້ນຝັ່ງໃນເມືອງປູຕູໂອ (Putuo) ຂອງເຂດໂຈວສານ (Zhousan) ຊຶ່ງເປັນທ່າເຮືອທີ່ສຳຄັນຂອງແຂວງສີຈຽງ ຢູ່ແຄມຝັ່ງທະເລທາງພາກຕາເວັນອອກຂອງຈີນ ເມື່ອເວລາ 12 ໂມງ 30 ຕອນແລງຕາມເວລາໃນທ້ອງຖິ່ນ ດັ່ງທີ່ຜູ້ປະກາດຂ່າວຂອງໂທລະພາບ CCTV ຂອງທາງການຈີນ ໄດ້ກ່າວໄປ ໂດຍອ້າງເຖິງກົມອຸຕຸນິຍົມວິທະຍາຂອງຈີນ.

ພາຍຸຫົວນີ້ ໄດ້ພັດເຂົ້າພາກກາງຂອງຈີນໃນຂະນະທີ່ຈີນ ຍັງກຳລັງຟື້ນຕົວຈາກໄພນ້ຳຖ້ວມທີ່ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 63 ຄົນ ມັນໄດ້ເຮັດໃຫ້ໄຟຟ້າດັບ ແລະກົດດັນໃຫ້ປະຊາຊົນຫຼາຍກວ່າໜຶ່ງລ້ານຄົນພາກັນຍົກຍ້າຍອອກຈາກເຮືອນຊານຂອງພວກເຂົາເຈົ້າ.

ທ່ານຢວນ ຈາຍຈຸນ ເລຂາພັກຄອມມິວນິສຂອງແຂວງສີຈຽງ ໄດ້ກ່າວໃນລະຫວ່າງການກວດກາເບິ່ງຄວາມພ້ອມ ໃນວັນເສົາກ່ອນໜ້ານີ້ ວ່າ “ພວກເຮົາຈະພະຍາຍາມເຮັດທຸກຢ່າງເພື່ອຮັບປະກັນຄວາມປອດໄພຕໍ່ຊີວິດແລະຊັບສິນຂອງປະຊາຊົນ ແລະເຮັດທຸກສິ່ງທຸກຢ່າງເພື່ອຫລຸດຜ່ອນການສູນເສຍຈາກໄພພິບັດໃຫ້ໜ້ອຍທີ່ສຸດ ແລະພະຍາຍາມສູ້ຊົນ ໃຫ້ບັນລຸເປົ້າໝາຍທີ່ບໍ່ໃຫ້ມີຜູ້ເສຍຊີວິດ ແລະການບາດເຈັບ ແລະເສດຖະກິດເສຍຫາຍໜ້ອຍທີ່ສຸດ” ອີງຕາມທີ່ສື່ມວນຊົນຂອງທາງການຈີນ ໄດ້ລາຍງານ.

ຫຼັງຈາກທີ່ນ້ຳທະເລໄດ້ຖ້ວມຖະໜົນໄລຍະ 6 ກິໂລແມັດໃນເຂດໂຈວສານ ແລະໄດ້ພັດຕົ້ນໄມ້ປະມານ 1,000 ຕົ້ນຫັກລົງ ໃນນະຄອນຊຽງໄຮ ເມື່ອຕອນທ່ຽງວັນອາທິດວານນີ້ ລົມໄຕ້ຝຸ່ນຫົວນີ້ ພ້ອມທີ່ຈະພັດຂຶ້ນຝັ່ງເປັນຄັ້ງທີສອງ ຢູ່ແຄມຝັ່ງລະຫວ່າງເມືອງຈາຍຊິງຂອງແຂວງສີຈຽງ ແລະເມືອງກີດົງຂອງແຂວງຈຽງຊູໃນຕອນແລງວັນອາທິດ ນຳດ້ວຍ.

ກ່ອນໜ້ານີ້ ກົມອຸຕຸນິຍົມວິທະຍາຂອງຈີນ ໄດ້ກ່າວວ່າ ລົມພາຍຸໄຕ້ຝຸ່ນດັ່ງກ່າວ ໄດ້ເຄື່ອນຕົວດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ.

ກົມອຸຕຸນິຍົມວິທະຍາຂອງຈີນ ໄດ້ກ່າວອີກວ່າ ລົມພາຍຸ ອິນ-ຟາ ມີຄວາມໄວສູງເຖິງ 38 ແມັດຕໍ່ວິນາທີ. ອັນນັ້ນ ແມ່ນເທົ່າກັບປະມານ 137 ກິໂລແມັດຕໍ່ຊົ່ວໂມງ ອີງຕາມການຄິດໄລ່ ຂອງອົງການຂ່າວຣອຍເຕີສ໌.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG