ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາຍຸນົກເຕັນສືບຕໍ່ ສ້າງຄວາມເດືອດຮ້ອນ ໃຫ້ຫລາຍປະເທດ


ຜົນກະທົບຂອງລົມພາຍຸ ນົກເຕັນ ທີ່ປະທະຟີລິບປິນ
ໃນສັບປະດາແລ້ວນີ້,
ວັນທີ 27 ກໍລະກົດ 2011
ຜົນກະທົບຂອງລົມພາຍຸ ນົກເຕັນ ທີ່ປະທະຟີລິບປິນ ໃນສັບປະດາແລ້ວນີ້, ວັນທີ 27 ກໍລະກົດ 2011

ພາຍຸ​ເຂດ​ຮ້ອນລູກ​ນຶ່ງ​ທີ່​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ເສຍ​ຊີວິດ​ ແລະ​ສ້າງ​ຄວາມພິ ນາດ​ໃນ​ຟີ​ລິບ​ປິນ ກໍາ​ລັງ​ພັດຜ່ານ​ປະ​ເທດຈີນ ຫວຽດນາມ​ແລະ​ໄທ ສົ່ງ​ຜົນກະ​ຕຸ້ນ​ໃຫ້​ມີ​ການ​ອົບ​ພະຍົບປະຊາຊົນ​ຢ່າງ​ຂະໜານ​ໃຫຍ່.

ອົງການ​ຂ່າວ​ຊິນ​ຫົວ​ຂອງທາງ​ການ​ຈີນ​ກ່າວ​ວ່າ ພາຍຸ​ນົກ​ເຕັນ ​ໄດ້​ເຮັດ​ນໍ້າຖ້ວມ​ໃນ​ຫລາຍ​ເຂດ​ໃນ​ເກາະ​ Hainan ແຂວ​ງພາກ​ໃຕ້​ຂອງ​ຈີນ​ໃນ​ເຊົ້າ​ວັນ​ເສົາ​ວານ​ນີ້. ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ປະຊາຊົນ​ຈໍານວນ​ເກືອບ 190 ພັນ​ຄົນ​ໄດ້​ຖືກ​ອົບ​ພະຍົບ​ອອກ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ​ ໄປຢູ່​ບ່ອນ​ປອດ​ໄພ.

ບັນດາ​ເຈົ້າ​ໜ້າ​ທີ່​ຫວຽດນາມ​ກໍ​ໄດ້​ຍົກຍ້າຍ​ປະຊາຊົນ​ຢູ່​ໃນ​ບາງ​ແຂວງ​ເລາະຕາມ​ແຄມ​ທະ​ເລ​
ເຊ່ນ​ກັນ​ ໃນ​ຂະນະ​ພາຍຸ​ນົກ​ເຕັນ​ພັດ​ຂຶ້ນ​ຝັ່ງ​ໃນວັນ​ເສົາ​ວານ​ນີ້​ ພ້ອມ​ກັບ​ຝົນຕົກ​ໜັກ​ແລະ​
ລົມ​ພັດ​ແຮງ​ເຖິງ 102 ຫລັກ ກິໂລແມັດຕໍ່ຊົ່ວໂມງນັ້ນ. ທາງການຫວຽດນາມກ່າວວ່າ ຊາຍ
ຄົນໜຶ່ງ ໄດ້ຖືກໄຟຟ້າຊອ໊ດຕາຍໃນແລງວັນເສົາວານນີ້ ​ເວລາສາຍໄຟຟ້າຂາດ ຕົກລົງມາ
ໃສ່ຜູ້ກ່ຽວ.

ພາຍຸນົກເຕັນໄດ້ລົດຄວາມແຮງລົງມາເປັນພາຍຸ​ເຂດ​ຮ້ອນທໍາມະດາ ຫລັງຈາກປະທະຫວຽດ
ນາມແລ້ວ ແຕ່ພວກນັກພະຍາກອນອາກາດ ເຕືອນວ່າ ພາຍຸລູກນີ້ສາມາດນໍາລົມແຮງຕະ
ຫຼອດທັງຝົນຕົກໜັກແລະ ນໍ້າຖ້ວມ ມາ​ໃຫ້​ຕື່ມ​ອີກ ຮອດວັນອາທິດມື້ນີ້ກໍໄດ້ ແລະຄາດວ່າ
ຈະປະທະລາວໃນຕອນບ່າຍວັນອາທິດມື້ນີ້.

ພາຍຸເຂດຮ້ອນລູກ​ນີ້ໄດ້ປະທະເກາະໃຫຍ່ Luzon ຂອງຟີລິບປິນ ໃນວັນພຸດຜ່ານມານີ້
ພ້ອມ​ກັບຝົນຕົກໜັກ ແລະລົມພັດແຮງປະມານ 95 ຫລັກກິໂລແມັດຕໍ່ຊົ່ວໂມງ.

ບັນດາເຈົ້າໜ້າທີ່ຟີລິບປິນກ່າວວ່າ ຢ່າງໜ້ອຍປະຊາຊົນ 41 ຄົນເສຍຊີວິດຍ້ອນລົມພາ
ຍຸລູກນີ້ແລະປະຊາຊົນອີກຫລາຍຄົນຍັງຫາຍສາບສູນໄປຢູ່.

ນົກເຕັນ ຊຶ່ງເປັນຊື່ນົກຊະນິດໜຶ່ງຂອງລາວ ນັບວ່າເປັນລົມພາຍຸລູກທີ 10 ທີ່ປະທະຟີ
ລິບປິນໃນປີນີ້. ຟີລິບປິນຖືກລົມພາຍຸປະທະ ຄິດສະເລ່ຍ ແລ້ວ ປີໜຶ່ງ 20 ເທື່ອ.

XS
SM
MD
LG