ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພາຍຸໄຕ້ຝຸ່ນ ມັງຄຸດ ຫລຸດລະດັບ ມາເປັນພາຍຸ ລະດູຮ້ອນ ໃນຂະນະ ທີ່ເຮັດໃຫ້ ຫລາຍ ຄົນ ເສຍຊີວິດ


ເດັກນ້ອຍພາກັນຂີ່ກົງລົດຂ້າມນໍ້າ ທີ່ຖ້ວມຖະໜົນ ພາຍຫລັງທີ່ ລົມພາຍຸໄຕ້ຝຸ່ນມັງຄຸດທີ່ມີພະລັງແຮງສຸດໄດ້ພັດຜ່ານໄປ ໃນ
ເຂດຄຸ້ມ ສາລອງກາ ຂອງເທດສະບານ ກາລຸມປິດ ຂອງແຂວງ ບູລາການຂອງຟີລິບປິນ ໃນວັນທີ 16 ກັນຍາ, 2018.
ເດັກນ້ອຍພາກັນຂີ່ກົງລົດຂ້າມນໍ້າ ທີ່ຖ້ວມຖະໜົນ ພາຍຫລັງທີ່ ລົມພາຍຸໄຕ້ຝຸ່ນມັງຄຸດທີ່ມີພະລັງແຮງສຸດໄດ້ພັດຜ່ານໄປ ໃນ ເຂດຄຸ້ມ ສາລອງກາ ຂອງເທດສະບານ ກາລຸມປິດ ຂອງແຂວງ ບູລາການຂອງຟີລິບປິນ ໃນວັນທີ 16 ກັນຍາ, 2018.

ລົມພາຍຸໄຕ້ຝຸ່ນມັງຄຸດ ໃນເຂດມະຫາສະໝຸດປາຊີຟິກ ທີ່ເຮັດໃຫ້ຜູ້ຄົນລົ້ມຕາຍ ແລະມີ
ການເສຍຫາຍຢູ່ໃນທຸກແຫ່ງຫົນທີ່ພັດຜ່ານໄປ ແຕ່ຟີລິບປິນຈົນຮອດພາກໃຕ້ຂອງຈີນ
ນັ້ນ ໄດ້ຫລຸດລະດັບຄວາມຮ້າຍແຮງລົງ ມາຈາກການເປັນພາຍຸໄຕ້ຝຸ່ນສູ່ລະດັບພາຍຸ
ລະດູຮ້ອນ.

ອົງການຂ່າວສານຂອງລັດຖະບານຈີນເວົ້າວ່າ ມີ 4 ຄົນ ໄດ້ເສຍຊີວິດໄປ ຢູ່ໃນແຂວງ
ກວາງດົງ, ຊຶ່ງເປັນແຂວງທີ່ມີຄົນອາໄສຢູ່ຫລາຍທີ່ສຸດຂອງຈີນ, ເຮັດໃຫ້ຈໍານວນຄົນເສຍ
ຊີວິດຈາກລົມພາຍຸທີ່ມີພະລັງແຮງດັ່ງກ່າວເພີ້ມຂຶ້ນ ເຖິງຢ່າງໜ້ອຍ 69 ຄົນແລ້ວ. ມີຄົນ
ຫລາຍກວ່າ 2.4 ລ້ານຄົນ ໄດ້ຖືກຍົກຍ້າຍໜີຈາກແຂວງກວາງດົງ ກ່ອນໜ້າລົມພາຍຸໄຕ້
ຝຸ່ນມັງຄຸດຈະໄປເຖິງ.

ຈໍານວນຄົນເສຍຊີວິດສ່ວນໃຫຍ່ ແມ່ນຢູ່ໃນຟີລິບປິນ ບ່ອນທີ່ຊາກສົບຂອງຫລາຍຄົນ
ໄດ້ຖືກພົບເຫັນ ຢູ່ໃນຊາກຫັກພັງຕ່າງໆ ຍ້ອນດິນເຈື່ອນຢູ່ໃນເມືອງອິໂຕກັອນ (Itogon)
ໃນແຜ່ນດິນໃຫຍ່ຂອງເກາະລູຊອນ (Luzon). ທ່ານ ວິກຕໍຣີອໍ ພາລັງແດນ
(Victorio Palangdan) ເຈົ້າເມືອງອິໂຕກັອນ (Itogon) ເວົ້າວ່າ ພວກໄດ້ຮັບເຄາະຮ້າຍ
ແມ່ນຄົນຂຸດບໍ່ແຮ່ ແລະຄອບຄົວຂອງພວກເຂົາເຈົ້າ ທີ່ພາກັນໄປຫລົບໄພຢູ່ໃນໂບດ
ນ້ອຍໆແຫ່ງນຶ່ງ.

ລົມພາຍຸໄຕ້ຝຸ່ນມັງຄຸດ ໄດ້ພັດເຂົ້າປະທະແຜ່ນດິນຂອງຟີລິບປິນ ຄັ້ງທໍາອິດໃນວັນເສົາ
ທີ່ຜ່ານມາ, ຊຶ່ງໄດ້ຖະຫລົ່ມແຫລມຢູ່ເບື້ອງເໜືອ ຂອງເກາະລູຊອນ ໂດຍນໍາເອົາລົມແຮງ
ລະດັບ 270 ກິໂລແມັດຕໍ່ຊົ່ວໂມງ ເຂົ້າໄປໃນເຂດນັ້ນ ແລ້ວເຮັດໃຫ້ສັງກະສີໃນຫລັງຄາ
ຂອງບ້ານເຮືອນປະຊາຊົນເປີດອອກ ແລະເຮັດໃຫ້ຫລັກເສົາໄຟຟ້າຫັກລົງ.

ເນື້ອທີ່ນາ ແລະສວນຢູ່ໃນທົ່ວເກາະລູຊອນ ຊຶ່ງເປັນເກາະໃຫຍ່ທີ່ສຸດຂອງຟີລິບປິນນັ້ນ
ແມ່ນຖືກຈົມຢູ່ພາຍໃຕ້ນໍ້າທີ່ຖ້ວມ. ນາ ແລະສວນຂອງເກາະລູຊອນ ເປັນບ່ອນຜະລິດ
ເຂົ້າ ແລະໝາກສາລີ ແຫ່ງໃຫຍ່ທີ່ສຸດຂອງປະເທດ. ແຕ່ວ່າ ມາບັດນີ້ ຜົນລະປູກຂອງ
ພວກເຂົາເຈົ້າ ຖືກທໍາລາຍ ໃນເວລາພຽງເດືອນດຽວເທົ່ານັ້ນ ກ່ອນຈະຮອດລະດູເກັບກ່ຽວ.

ແມ່ຍິງຄົນນຶ່ງແລ່ນຜ່າຝົນ ໃນຂະນະທີ່ພາຍຸໄຕ້ຝຸ່ນມັງຄຸດກໍາລັງເຂົ້າໄປຖະຫລົ່ມແຂວງເຊນເຊັນ (Shenzhen) ຂອງຈີນໃນວັນທີ 16 ກັນຍາ, 2018
ແມ່ຍິງຄົນນຶ່ງແລ່ນຜ່າຝົນ ໃນຂະນະທີ່ພາຍຸໄຕ້ຝຸ່ນມັງຄຸດກໍາລັງເຂົ້າໄປຖະຫລົ່ມແຂວງເຊນເຊັນ (Shenzhen) ຂອງຈີນໃນວັນທີ 16 ກັນຍາ, 2018

ພວກເຈົ້າໜ້າທີ່ໃນຮົງກົງ ໄດ້ເລີ້ມລວບລວມເບິ່ງ ຜົນເສຍຫາຍຈາກພາຍຸໄຕ້ຝຸ່ນມັງຄຸດ ຊຶ່ງໄດ້ນໍາເອົາລົມທີ່ມີຄວາມແຮງໃນລະດັບ 230 ກິໂລແມັດຕໍ່ຊົ່ວໂມງ ໄປປະທະໃສ່
ແຜ່ນດິນຂອງເກາະດັ່ງກ່າວ, ເຮັດໃຫ້ພວກເຈົ້າໜ້າທີ່ຕ້ອງໄດ້ປະກາດເຕືອນໄພ ຈາກ
ລົມພາຍຸໃນລະດັບ 10 ຊຶ່ງເປັນການເຕືອນໄພໃນລະດັບສູງທີ່ສຸດ.

ລົມພາຍຸດັ່ງກ່າວ ໄດ້ພັດເອົາປ່ອງຢ້ຽມຢູ່ໃນບັນດາຕຶກສູງໆ ຫລາຍແຫ່ງອອກ, ເຮັດໃຫ້
ກົກໄມ້ລົ້ມ ແລະພັດເອົາມັນໄປຢາຍທັບຫົນທາງ ຊຶ່ງເຮັດໃຫ້ການສັນຈອນໄປມາ
ຢູ່ທ້ອງຖະໜົນໃນທຸກຮູບແບບໄດ້ຮັບຜົນກະທົບ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG