ພະຍຸເຂດຮ້ອນທີ່ຮ້າຍແຮງທີ່ສຸດຂອງປີ ຈົນເທົ່າເຖິງມື້ນີ້ ແມ່ນປະຖິ້ມໄວ້ຊຶ່ງຄວາມເສຍ
ຫາຍໄລຍະຍາວ ຫຼັງຈາກທີ່ໄດ້ສັງຫານຫຼາຍກວ່າ 60 ຄົນ ໃນຟິລິບປິນ ແລະອີກ 4 ຄົນ
ໃນຈີນ ກ່ອນທີ່ຈະອ່ອນຕົວລົງ ໃນວັນຈັນວານນີ້.
ໃນຟິລິບປິນ ພວກກູ້ໄພໄດ້ພົບ 11 ສົບ ແລະຂຸດຄົ້ນຫາອີກຫຼາຍສິບຄົນ ໃນອັນທີ່ອົງການ
ຂ່າວທ້ອງຖິ່ນ Inquirer.net ໄດ້ເອີ້ນວ່າ “ເປັນກອງຕົມ ແລະຊາກຫັກພັງ” ທັບໂບດ
ແຫ່ງນຶ່ງບ່ອນທີ່ພວກຜູ້ຄົນພາກັນໜີໄປຫລົບໄພ ໃນວັນເສົາແລ້ວນີ້ ບ່ອນທີ່ໄຕ້ຝຸ່ນມັງຄຸດ
ໄດ້ພັດປະທະພາກເໜືອສຸດ ຂອງເກາະລູຊອນ.
ໄຕ້ຝຸ່ນມັງຄຸດ ຊຶ່ງແມ່ນພາຍຸໄຕ້ຝຸ່ນຍັກ ຊຶ່ງມີລົມແຮງ 250 ກິໂລແມັດຕໍ່ ຊົ່ວໂມງ ເຮັດໃຫ້
ຕົ້ນໄມ້ລົ້ມແລະເຮັດໃຫ້ໂຄງລ່າງພື້ນຖານເພພັງ ໃນແຂວງກວາງຕຸ້ງ ທີ່ມີປະຊາຊົນອາໄສ
ຢູ່ຢ່າງໜາແໜ້ນຂອງຈີນນັ້ນ.
ຊີວິດການເປັນຢູ່ຂອງປະຊາຊົນ ຈະຕ້ອງໃຊ້ເວລາເພື່ອໃຫ້ກັບຄືນສູ່ສະພາບປົກກະຕິໃນຟິລິບປິນ, ໃນຂະນະທີ່ຈີນ ກຳລັງປະເຊີນໜ້າກັບການເພພັງ ໂຄງລ່າງພື້ນຖານ ຊຶ່ງຜູ້ຄົນໃນສອງປະເທດນີ້ ໄດ້ກ່າວໄວ້.
“ຜູ້ຄົນຈຳນວນຫຼວງຫຼາຍ ບໍ່ພຽງແຕ່ສູນເສຍບ້ານເຮືອນຂອງພວກເຂົາເຈົ້າ, ແຕ່ວ່າ ພວກເຂົາເຈົ້າຍັງສູນເສຍວິຖີຊີວິດຂອງພວກເຂົາເຈົ້ານຳ, ສະນັ້ນພວກເຮົາຈະຕ້ອງມີການເອົາບາດກ້າວໃດນຶ່ງ ຢ່າງໄວວາ ເພື່ອເປີດໂອກາດຟື້ນຟູ ຊີວິດການເປັນຢູ່ຂອງພວກເຂົາເຈົ້າ, ຖ້າບໍ່ສະນັ້ນແລ້ວ ພວກເຮົາ ກໍຈະມີຜູ້ຄົນຢ່າງຫຼວງຫຼາຍທີ່ຈະເປັນຕ້ອງຄົວກິນ 3 ຄາບ ຕໍ່ມື້,” ຊຶ່ງສະມາຊິກສະພາຟິລິບປີນແລະປະທານອົງການສະພາກາແດງທ່ານຣິເຈີຣ໌ດ ກໍຣ໌ດັອນ ໄດ້ກ່າວໃນວີດີໂອ ຈາກອົງການກູ້ໄພໄວ້.
ອ່ານຂ່າວນີ້ເປັນພາສາອັງກິດເພີ້ມຕື່ມ